ສູນກາງແນວລາວສ້າງຊາດ ຮ່ວມກັບ ອົງການປົກຄອງນະຄອນຫລວງວຽງຈັນ, ເມືອງນາຊາຍທອງ ແລະ ສວນບັນດາເຜົ່າ ເປີດງານສັບປະດາ ສະເຫລີມສະຫລອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ ໃນວັນທີ 8 ສິງຫາ 2025 ໂດຍມີ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານປະທານປະເທດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ, ປະທານຮ້ານຄໍາພູວົງ ແລະ ທັງເປັນປະທານສວນບັນດາເຜົ່າ, ມີການນໍາພັກ-ລັດ, ບັນດາຊົນເຜົ່າຕ່າງໆທີ່ມາຈາກ ຕ່າງແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ທ່ານ ຄຳໄຫລ ສີປະເສີດ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ກ່າວເປີດງານວ່າ: ການຈັດງານສັບປະດາຄັ້ງນີ້ ເພື່ອທົບທວນ, ຮຽນຮູ້ ແລະ ເສີມຂະຫຍາຍມູນເຊື້ອ ແລະ ຜົນງານອັນໃຫຍ່ຫລວງ ຂອງແນວລາວອິດສະຫລະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດໃນປັດຈຸບັນ ທີ່ໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າຍາດມາໄດ້ໃນຕະຫລອດໄລຍະຜ່ານມາ ແລະ ຍັງເປັນໜຶ່ງໃນ 9 ກິດຈະກໍາຂອງການສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ. ນອກຈາກການຈັດຕັ້ງປາຖະກະຖາມູນເຊື້ອ ແລະ ຜົນງານຂອງແນວລາວສ້າງຊາດແລ້ວ ໃນວັນທີ 13 ສິງຫາ 2025 ທີ່ຈະມາເຖິງນີ້ ພວກເຮົາຈະຈັດພິທີໂຮມຊຸມນຸມໃຫຍ່ທີ່ຫໍປະຊຸມແຫ່ງຊາດ (ທັງແບບເຊິ່ງໜ້າ ແລະ ທາງໄກກັບທ້ອງຖິ່ນ), ສະເພາະຢູ່ຂັ້ນສູນກາງມີທັງໝົດ 8 ກິດຈະກໍາໃຫຍ່: ຈັດແຂ່ງຂັນກິລາຕີກ໊ອຟ, ເປຕັງ, ບານເຕະ ຍິງ-ຊາຍ, ວາງສະແດງສິນຄ້າ ແລະ ຜະລິດຕະພັນລາວ, ແຫ່ພະໄຕຣປິດົກ, ກວດສຸຂະພາບ ແລະ ບໍລິຈາກເລືອດຊ່ວຍສັງຄົມ, ຈັດຕັ້ງໄປທັດສະນະຢ້ຽມຢາມຖານທີ່ໝັ້ນແນວລາວຮັກຊາດທີ່ເມືອງວຽງໄຊ ແຂວງຫົວພັນ. ສໍາລັບການຈັດຕັ້ງກິດຈະກໍາ ແລະ ການສະເຫລີມສະຫລອງຢູ່ທ້ອງຖິ່ນແມ່ນໃຫ້ຄະນະພັກ-ອົງການປົກຄອງທ້ອງຖິ່ນ ນໍາພາຈັດຕັ້ງສະເຫລີມສະຫລອງຕາມສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ. ທັງນີ້, ກໍເພື່ອເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ ໄດ້ພົບປະແລກປ່ຽນບົດຮຽນ ສຶກສາຮຽນຮູ້ດ້ານວັດທະນະທໍາ ຮີດຄອງປະເພນີ ແລະ ວິຖີດໍາລົງຊີວິດອັນດີງາມຂອງກັນ ແລະ ກັນຢ່າງເລິກເຊິ່ງຍິ່ງຂຶ້ນ.

ໂອກາດນີ້, ທ່ານ ຈັນທະວົງ ພະມີສິດ ຮອງປະທານສວນບັນດາເຜົ່າ ໄດ້ກ່າວວ່າ: ພາຍໃນລະຫວ່າງວັນທີ 8-11 ກໍລະກົດ 2025 ເຊິ່ງມີຫລາຍກິດຈະກຳ ເຊັ່ນ: ວາງສະແດງຜະລິດຕະພັນບັນດາເຜົ່າ, ທ່ຽວຊົມຫໍວາງສະແດງບັນດາເຜົ່າ, ຢ້ຽມຊົມເຮືອນຂອງບັນດາເຜົ່າ, ການສະແດງສິລະປະວັນນະຄະດີບັນດາເຜົ່າ, ທ່ຽວຊົມເຮືອນ ແລະ ເຄື່ອງໃຊ້ໃນເຮືອນ, ທ່ຽວຊົມເຄື່ອງຫັດຖະກຳ ແລະ ຊີມອາຫານຂອງຊົນເຜົ່າ ມ່ວນຊື່ນຕາມປະເພນີຂອງຊົນເຜົ່າ, ຮ່ວມຟ້ອນລຳວົງສາມັກຄີກັບບັນດາເຜົ່າ, ຊົມເຕັ້ນແຊ່ (ຈັບມືເປັນວົງມົນ), ຊົມການເປົ່າແຄນລວມໝູ່ ແລະ ຊື້-ຂາຍເຄື່ອງຫັດຖະກໍາ, ຍ່າງອາພອນ 50 ຊົນເຜົ່າ, ຍ່າງອາພອນຊຸດລາຍນາກ ແລະ ອື່ນໆ. ດັ່ງນັ້ນ, ເຊີນຊວນມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ ເພື່ອສຳຜັດກັບວິຖີການດຳລົງຊີວິດ ວັດທະນະທຳຮີດຄອງປະເພນີອັນດີງາມຂອງແຕ່ລະຊົນເຜົ່າ ເປັນຕົ້ນ ການນຸ່ງຖືການປາກເວົ້າ, ການແຕ່ງອາຫານ, ການສະແດງສິລະປະ ແລະ ອື່ນໆ. ຕະຫລອດການຈັດງານ ແມ່ນເປີດໃຫ້ມວນຊົນເຂົ້າທ່ຽວຊົມແບບບໍ່ເສຍຄ່າ(ຟຣີ).
ຂ່າວ: ວີລະວັນ
ພາບ: ອ່າຍຄໍາ


