ເປີດງານເທສະການສາມໝື່ນຕູບເຟືອງ ເພື່ອດຶງດູດນັກທ່ອງທ່ຽວ ແລະ ຮັກສາວັດທະນະທໍາ

ເທສະການ ສາມໝື່ນຕູບເຟືອງ ຈັດຂຶ້ນລະຫວ່າງ ວັນທີ 20-31 ທັນວາ 2024 ເພື່ອໃຫ້ນັກທ່ອງທ່ຽວ ມາທ່ຽວຄົ້ນຫາຕໍານານ : ສືບສານມູນເຊື້ອສາມໝື່ນຕູບເຟືອງ, ລືເລື່ອງຜາທໍ່ ,ໜໍ່ຄຳປິດສະໜາ, ແດນວິລະຊົນ ແລະ ເພື່ອຮັກສາເອກະ ລັກດ້ານວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດຂອງທ້ອງຖິ່ນທີ່ເຄີຍມີມາແຕ່ບູຮານ ທັງເປັນການສົ່ງເສີມກິດຈະກຳ ທາງດ້ານການບໍລິການທ່ອງທ່ຽວ ໃຫ້ມີບັນຍາກາດຄືກຄື້ນ, ມ່ວນຊື່ນ ແລະ ມີຫລາຍສີສັນ.
ພິທີເປີດງານຢ່າງເປັນທາງການຈັດຂຶ້ນໃນວັນທີ 27 ທັນວາ 2024 ໂດຍມີ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກຖະແຫລງຂ່າ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວຽງຈັນ, ທ່ານ ນາງ ວອນມະນີວົງ ສະເຕີນ ປະທານສະມາຄົມນັກທຸລະກິດເຮືອນແພ ເມືອງເຟືອງ, ມີບັນດາການນໍາແຂວງ, ເມືອງ ແລະ ພາກສາວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຄໍາເພັດ ຈັນຊົມພູ ເຈົ້າເມືອງໆເຟືອງ ໄດ້ໃຫ້ຮູ້ວ່າ: ການຈັດເທສະການ ສາມໝື່ນຕູບເຟືອງຄັ້ງນີ້, ເພື່ອເປັນການດຶງດູດນັກທ່ອງທ່ຽວມາທ່ຽວຊົມເມືອງເຟືອງໃຫ້ຫລາຍຂຶ້ນ, ທັງເປັນການອະນຸລັກຮັກສາ ແລະ ສົ່ງເສີມວັດ ທະນະທຳ, ແບບແຜນດຳລົງຊີວິດທີ່ເປັນເອກະລັກ ຕິດພັນກັບປະຫວັດຄວາມເປັນມາ ສາມໝື່ນເມືອງເຟືອງທີ່ເຄີຍຊ່າລື. ພ້ອມກັນນັ້ນ, ກໍເປັນການຊຸກຍູ້, ສົ່ງເສີມໃຫ້ປະຊາຊົນບັນດາເຜົ່າ ນຳເອົາຜະລິດຕະພັນ, ຜົນຜະລິດຂອງຕົນ ມາວາງສະແດງ ເພື່ອແລກປ່ຽນຊື້-ຂາຍ ໃຫ້ກາຍເປັນສິນຄ້າ ສ້າງເສດຖະກິດ, ແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ ແລະ ເປັນການສ້າງຄວາມສະໝານສາມັກຄີຂອງປະຊາຊົນບັນດາເຜົ່າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາບ້ານເມືອງໃຫ້ຮຸ່ງ ເຮືອງເມືອໜ້າ.
ສໍາລັບກິດຈະກໍາພາຍໃນງານຄັ້ງນີ້, ປະກອບມີ: ວາງສະແດງຫວນຄືນປະຫວັດຄວາມເປັນມາສາມໝື່ນເມືອງເຟືອງ, ການຕັ້ງຕູບ, ກອງເຂົ້າຕົບແຕ່ງດ້ວຍເຟືອງ, ຫຍ້າ, ເຮືອນຊົນເຜົ່າ, ການແຂ່ງຂັນສິລະປະ, ຍ່າງແຕ່ງກາຍຊຸດຊົນເຜົ່າ, ການວາງສະແດງ-ຂາຍສິນຄ້າ ແລະ ອື່ນໆ.
@ຂ່າວອອນລາຍວສລ.






