ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດງານແຂ່ງຂັນກິ​ລາ ເຂດ II ( 4 ເມືອງ​ໃຕ້ ແຂວງ​ໄຊ​ຍະ​ບູ​ລີ) ​

Jun 30, 2025

ງານແຂ່ງຂັນກິ​ລາເຂດ II ( 4 ເມືອງ​ໃຕ້ ແຂວງ​ໄຊ​ຍະ​ບູ​ລີ) ​ເພື່ອ​ສ້າງຂະບວນການຕ້ອນ​ຮັບກອງ​ປະ​ຊຸມ​ໃຫຍ່ ​ອົງ​ຄະ​ນະ​ພັກ​ແຂວງ ຄັ້ງ​ທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 30 ມິຖຸນາ 2025 ນີ້, ຢູ່ທີ່ເດີ່ນກິລາເມືອງແກ່ນທ້າວ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮັກສາການເຈົ້າເມືອງແກ່ນທ້າວ, ທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະຮັບຜິດຊອບຈັດການແຂ່ງຂັນກິລາຂັ້ນແຂວງ, ບັນດາແຂກ, ຄະນະນໍາ ແລະ ນັກກິລາເມືອງແກ່ນທ້າວ, ເມືອງບໍ່ແຕນ, ເມືອງປາກລາຍ ແລະ ເມືອງທົ່ງມີໄຊ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ດຣ ບຸນຍັງ ພັນທະວົງ ຮອງເຈົ້າເມືອງແກ່ນທ້າວ ໄດ້ລາຍງານວ່າ: ງານແຂ່ງຂັນກິລາເຂດ II ( 4 ເມືອງ​ໃຕ້ ແຂວງ​ໄຊ​ຍະ​ບູ​ລີ) ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ VIII ພ້ອມທັງຄັດເລືອກເອົານັກກິລາເຂົ້າຮ່ວມງານ​ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ ຄັ້ງ​ທີ XII ທີ່ຈັດຂຶ້ນຢູ່ເມືອງແກ່ນທ້າວ ໃນຄັ້ງນີ້, ຈະໄດ້ດໍາເນີນເປັນເວລາ 5 ວັນ ນັບແຕ່ວັນທີ 30 ມິຖຸນາ – ວັນທີ 4 ກໍລະກົດ 2025 ຈຶ່ງຈະສໍາເລັດ ເຊິ່ງມີທີມນັກກິລາເຂົ້າຮ່ວມແຂ່ງຂັນ ທັງໝົດ 18 ທີມ. ໃນນີ້, ບານເຕະ ຍິງ-ຊາຍ 8 ທີມ, ບານສົ່ງ ຍິງ-ຊາຍ 7 ທີມ ແລະ ກະຕໍ້ ຊາຍ 3 ທີມ. ການແຂ່ງຂັນກິລາແຕ່ລະປະເພດ ຈະໄດ້ແຂ່ງຂັນແບບຄັດເລືອກທີມນັກກິລາ ທີ່ໄດ້ຊະນະເລີດ ເພື່ອເປັນຕົວແທນ ເຂດ II (4 ເມືອງໃຕ້) ເຂົ້າຮ່ວມການແຂ່ງຂັນກິລາ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ VIII ທີ່ຈະໄດ້ຈັດຂຶ້ນຢູ່ແຂວງ. ຈາກນັ້ນ, ທ່ານ ສີຄານ ແກ່ນມະນີ ຮັກສາການເຈົ້າເມືອງແກ່ນທ້າວ ໄດ້ກ່າວເປີດງານແຂ່ງຂັນກິ​ລາເຂດ II ( 4 ເມືອງ​ໃຕ້ ແຂວງ​ໄຊ​ຍະ​ບູ​ລີ) ​ ຢ່າງເປັນທາງການ ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ໃນໄລຍະຜ່ານມາ, ເມືອງແກ່ນທ້າວ ເຄີຍຈັດການແຂ່ງຂັນກິລາປະເພດຕ່າງໆ ແລະ ໃນປີນີ້ກໍ່ເຊັ່ນດຽວກັນ ເມືອງແກ່ນທ້າວ ໄດ້ຮັບກຽດຈາກຂັ້ນເທິງໃຫ້ເປັນເຈົ້າພາບຈັດການແຂ່ງຂັນກິລາ​ເຂດຄັ້ງ​ນີ້ຂຶ້ນ ອັນໜຶ່ງເພື່ອເປັນການສ້າງຄວາມສາມັກຄີ ຂອງບັນດາໄວໜຸ່ມ, ເຍົາວະຊົນ, ນັກຮຽນ, ນັກສຶກສາ, ພະນັກງານ, ນັກທຸລະກິດ ຕະຫຼອດເຖິງປະຊາຊົນຢູ່ 4 ເມືອງໃຕ້ ໃຫ້ໄດ້ມາພົບໜ້າພໍ້ຕາກັນ, ເສີມສ້າງຄວາມສາມັກຄີປອງດອງຮັກແພງເຊິ່ງກັນ ແລະ ກັນ, ທັງເປັນການກະກຽມຄັດເລືອກກິລາເພື່ອເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ ຄັ້ງ​ທີ XII ເຊິ່ງຈະຈັດຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ໃນ​ຕໍ່​ໜ້າ ແຕ່ອັນທີ່ສຳຄັນ ແມ່ນເປັນການສ້າງຂະບວນການຕ້ອນ​ຮັບກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງໄຊ​ຍະ​ບູ​ລີ ທີ່​ຈະ​ດຳ​ເນີນ​ໃນ​ຕໍ່​ໜ້ານີ້ ໃຫ້ມີບັນຍາການເບີກບານມ່ວນຊື່ນ ແລະ ຟົດຟື້ນ.
ຂ່າວ: ແກ່ນທ້າວ.
ພາບ: ຄໍາຜາຍ ສຸລິຍະວົງ.