ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2025

Jan 16, 2025

ວັນທີ 16 ມັງກອນ 2025 ກອງພັນໃຫຍ່ 11 ໄດ້ເປີດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2025. ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ. ມີຄະນະພັກ-ຄະນະບັນຊາ, ບັນດາແຂກຖືກເຊີນຈາກກົມກອງອອ້ມຂ້າງ ພ້ອມດ້ວຍພະນັກງານ-ນັກຮົບທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.
ສະຫາຍ ພັນໂທ ອັບດາລາ ຈັນທະວົງ ຫົວຫນ້າຂະແຫນງອົບຮົມ ກອງພັັນໃຫຍ່ 11 ໄດ້ຜ່ານແຜນການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2025. ໂດຍປະຕິບັດຕາມເນື້ອໃນຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ແລະ ຄຳສັ່ງແນະນຳຂອງກົມອົບຮົມ ກ່ຽວກັບການຈັດຕັ້ງອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2025 ລົງສູ່ກົມກອງໃຫ້ເປັນຮູບປະທຳ ແລະ ມີຄຸນນະພາບສູງ. ອົບຮົບ-ຫັດແອບ, ປັບປຸງລະບຽບແບບແຜນ, ເຝິກຝົນກໍາລັງແຮງກາຍໃຫ້ນາຍ ແລະ ພົນທະຫານ ໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດໃນລະດັບທີ່ແນ່ນອນ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ. ສຳລັບເນື້ອໃນອົບຮົມ-ຫັດແອບ, ລະບຽບຂໍ້ກຳນົດ, ລະບຽບຮູບແຖວ 15 ວັນ, ກິລາການທະຫານ 8 ວັນ, ສິນລະປະຍຸດເຫລົ່າຮົບ 8 ວັນ, ຍຸດທະວິທີເຫລົ່າຮົບ 8 ວັນ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຮົບ 1 ວັນ, ອົບຮົມວຽກງານເສນາທິການໃຫ້ຜູ້ບັນຊາ 5 ວັນ, ວຽກງານການເມືອງຮັບໃຊ້ສູ້ຮົບ 15 ວັນ, ວຽກງານພະລາທິການຮັບໃຊ້ສູ້ຮົບ 10 ວັນ, ວຽກງານເຕັກນິກຮັບໃຊ້ສູ້ຮົບ 10 ວັນ, ສິນລະປະຍຸດທະຫານຮາບ 40 ວັນ ແລະ ອົບຮົມຍຸດທະວິທີທະຫານຮາບ 60 ວັນ. ການອົບຮົມ-ຫັດແອບ ແມ່ນຈະໄດ້ດໍາເນີນເປັນເວລາ 180 ວັນ, ເຊິ່ງໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ I ເລີ່ມແຕ່ເດືອນກຸມພາ ຫາ ພຶດສະພາ 2025 ແລະ ໄລຍະທີ II ເລີ່ມແຕ່ເດືອນມິຖຸນາ ເຖິງ ເດືອນຕຸລາ 2025. ເຊິ່ງມີຈຳນວນພົນເຂົ້າຮ່ວມທັງຫມົດ 1,899 ສະຫາຍ. ໃນພິທີຍັງໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ ໃນບັ້ນອົບຮົມຫັດແອບ ຂອງກອງພັນໃຫຍ່ 11 ເພື່ອພ້ອມກັນເພື່ອພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ ແລະ ສໍາເລັດຕາມແຜນການ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ, ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຍາດມາໄດ້ໃນໄລຍຜ່ານມາ, ກໍ່ຄືການຫ້າງຫາກະກຽມເນື້ອໃນດ້ານຕ່າງໆ ໃຫ້ແກ່ການເປີດຊຸດອົບຮົມໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຕ້ອງເອົາໃຈໃສ່ ວຽກງານອົບຮົມ-ຫັດແອບເປັນບັນຫາສໍາຄັນ ລົງໃກ້ສິດຕິດແທດກັບພະແນການກົມກອງ ໃນການຈັດຕັ້ງຫັດແອບ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ, ພະນັກງານສະມາຊິກພັກ-ນັກຮົບແຕ່ລະສະຫາຍຕ້ອງຕື່ນຕົວເຂົ້າຮ່ວມການຫັດແອບໃຫ້ ເປັນຂະບວນການຟົດຟື້ນ ແລະ ມີ ຄຸນນະພາບສູງ ພ້ອມທັງຮັບປະກັນໃຫ້ໄດ້ຄວາມປອດໄພ 100%.
ໃນຕອນທ້າຍ, ຍັງໄດ້ຮັບຊົມການເດີນຂະບວນສວນສະຫນາມ ຈາກບັນດາກ້ອນກຳລັງຂອງເຫຼົ່າຮົບ ແລະ ຊົມສະແດງຂອງກົມກອງ, ເຊິ່ງໄດ້ສະແດງເຖິງຄວາມເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄຫມ ຂອງເຫຼົ່າຮົບທະຫານຮາບຍາກເກາະທີ 11 ໃນປັດຈຸບັນ.
ໂດຍ: ປູນາ ສຸດທະວົງ
May be an image of grass, fog and text