ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດດ່ານພາສີອິດສະຫຼະທົ່ວເກາະ ບາດກ້າວສຳຄັນສູ່ການກາຍເປັນທ່າການຄ້າເສລີລະດັບໂລກຂອງ “ໄຫຫຼໍາ”

Dec 18, 2025

ເປີດດ່ານພາສີອິດສະຫຼະທົ່ວເກາະ ບາດກ້າວສຳຄັນສູ່ການກາຍເປັນທ່າການຄ້າເສລີລະດັບໂລກຂອງ “ໄຫຫຼໍາ”

ດ່ານພາສີອິດສະຫຼະທົ່ວເກາະໄຫຫຼໍາຂອງຈີນ ເລີ່ມເປີດບໍລິການຢ່າງເປັນຢ່າງການນັບແຕ່ວັນທີ 18 ທັນວາ 2025 ເປັນຕົ້ນໄປ ຕາມແຜນສ້າງເຂດທ່າການຄ່າເສລີໄຫຫຼໍາ (Hainan Free Trade Port – FTP) ໂດຍມີຈຸດປະສົງເພື່ອເປີດປະຕູສູ່ພາຍນອກໃນລະດັບສູງ, ທັງເປັນການຍົກລະດັບການຄ້າ ແລະ ການລົງທຶນ, ລວມເຖິງການປະຕິຮູບເສດຖະກິດຂອງຈີນໃຫ້ເປີດກວ້າງຫຼາຍຂຶ້ນຕາມການອະນຸມັດຂອງຄະນະກໍາມະການສູນກາງພັກກອມມູນິດຈີນ.

ຈຸດສໍາຄັນທີ່ໜ້າສົນໃຈໃນການມຸ່ງເນັ້ນຊຸກຍູ້ໃຫ້ໄຫຫຼໍາກາຍເປັນປະຕູການຄ້າ ແລະເປັນຊ່ອງທາງການຂົນສົ່ງສໍາຄັນຂອງຈີນ ຄື ຈີນມີເປົ້າໝາຍເພື່ອສ້າງການຄ້າເສລີທີ່ທັນສະ ໄໝ ແລະ ມີເອກະລັກສະເພາະ ເພື່ອດຶງດູດການລົງທຶນ ແລະ ສົ່ງເສີມການຄ້າ, ການທ່ອງທ່ຽວ ແລະ ການບໍລິການຕ່າງໆ ຕາມຄໍາຫມັ້ນສັນຍາການເປີດກວ້າງການຄ້າເສລີຂອງຈີນ. ການປະກາດ ແລະ ກໍານົດເວລາປິດດ່ານດັ່ງດ່າວ ຈຶ່ງເປັນມີຄວາມສໍາຄັນໃນບາດກ້າວທໍາອິດເພື່ອໃຫ້ທົ່ວໂລກໄດ້ຮັບຮູ້ວ່າ ປັດຈຸບັນ, ຈີນມີຄວາມພ້ອມດໍາເນີນການຕາມແຜນ FTP ໃຫ້ເປັນຮູບປະທໍາທີ່ສຸດ ແລະ ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງອັນອັນແຮງກ້າຂອງຈີນໃນການຂະຫຍາຍການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງຕໍ່ເນື່ອງ, ເຖິງວ່າຕ້ອງຜະເຊີນກັບແຮງກົດດັນຈາກນະໂຍບາຍກີດກັ້ນທາງການຄ້າທີ່ເກີດຂຶ້ນໃນປັດຈຸບັນ ກໍຕາມ.

ທັ້ງນີ້, ເພາະການປະກາດເປີດດ່ານພາສີອິດສະຫຼະທົ່ວເກາະໄຫຫຼໍາທີ່ກໍານົດອອກມານັ້ນ ທີ່ຈິງແລ້ວໃນທາງປະຕິບັດແມ່ນເປັນການປັບປ່ຽນລະບົບການບໍລິຫານຈັດການດ້ານພາສີໃຫ້ມີປະສິດທິພາບ ແລະ ເປີດກວ້າງຫຼາຍຂຶ້ນ ເພື່ອໃຫ້ສິນຄ້າ ແລະ ການບໍລິການສາມາດເຄື່ອນຍ້າຍເຂົ້າອອກໄດ້ສະດວກສະບາຍກວ່າເກົ່າ ພາຍໃຕ້ກົດລະບຽບທີ່ແຕກຕ່າງຈາກພື້ນທີ່ອື່ນຕາມຍຸດທະສາດສໍາຄັນດ້ານການປະຕິຮູບ ແລະ ການເປີດປະເທດໃນຍຸກໃໝ່ ເຊິ່ງວາງແຜນ ແລະ ຊຸກຍູ້ໂດຍ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ຕະຫຼອດໄລຍະເວລາ 7 ປີທີ່ຜ່ານມາ.

ເມື່ອເບິ່ງເລິກເຂົ້າໄປໃນການເປີດດ່ານພາສີອິດສະຫຼະຄັ້ງນີ້ ແມ່ນບໍ່ໄດ້ເປັນພຽງການເປີດດ່ານພາສີອິດສະຫຼະທົ່ວເກາະເທົ່ານັ້ນ, ຍັງເປັນການເປີດກວ້າງການເປີດປະຕູສູ່ພາຍນອກໃຫ້ຫຼາຍຂຶ້ນ ເພາະຂອບເຂດຂອງສິນຄ້າທີ່ໄດ້ຮັບສິດ “ປອດພາສີ” ຈະເພີ່ມຂຶ້ນເປັນປະມານ 6,600 ຊະນິດ ຫຼື ປະມານ 74% ຂອງສິນຄ້າທີ່ນໍາເຂົ້າທັງໝົດ, ເມື່ອທຽບໃສ່ກ່ອນໜ້າເປີດດ່ານພາສີອິດສະຫຼະທົ່ວເກາະ, ພາຍຫຼັງເປີດດ່ານພາສີອິດສະຫຼະທົ່ວເກາະໄຫຫຼຳຈະກາຍເປັນເຂດພິເສດໃນການຕິດຕາມຄຸ້ມຄອງດ່ານພາສີ, ປະຕິບັດນະໂຍບາຍລະບຽບການທີ່ເສລີກວ່າເກົ່າ ແລະ ສະດວກສະບາຍກວ່າເກົ່າ ເຊິ່ງສະແດງໃຫ້ເຫັນເຖິງໃນ4 ດ້ານ ຄື: ນຳໃຊ້ນະໂຍບາຍທີ່ໃຫ້ບຸລິມະສິດຫຼາຍກວ່າເກົ່າ ເຊັ່ນ: ຫຼຸດພາສີສິນຄ້າລົງເປັນສູນ, ນຳໃຊ້ມາດຕະການຄຸ້ມຄອງການຄ້າທີ່ຜ່ອນຄາຍກວ່າເກົ່າ, ນຳໃຊ້ມາດຕະການຜ່ານດ່ານທີ່ສະດວກສະບາຍກວ່າເກົ່າ ແລະ ນຳໃຊ້ຮູບແບບການຕິດຕາມຄຸ້ມຄອງທີ່ມີປະສິດທິພາບສູງກວ່າເກົ່າ.

ທ່ານ ຫຼ່ຽວ ໝິນ, ຜູ້ຊ່ວຍລັດຖະມົນຕີກະຊວງການເງິນຈີນ ກ່າວວ່າ: ຈໍານວນສິນຄ້າປອດພາສີໃນເກາະໄຫຫຼໍາຈະເພີ່ມຂຶ້ນຈາກປະມານ 1,900 ຊະນິດ ເປັນ 6,600 ຊະນິດ. ຂອບເຂດຂອງຜູ້ໄດ້ຮັບຜົນປະໂຫຍດຕາມເກນຈະຂະຫຍາຍກວມເອົາຜູ້ປະກອບການ, ສະຖາບັນສາທາລະນະ ແລະ ຫນ່ວຍງານເອກະຊົນທີ່ບໍ່ແມ່ນຜູ້ປະກອບການໃນທ່າການຄ້າເສລີທີ່ມີຄວາມຕ້ອງການນໍາເຂົ້າສິນຄ້າຢ່າງແທ້ຈິງ.

ສ່ວນ ທ່ານ ຫວັງ ຊາງຫຼິນ, ຮອງປະທານຄະນະກໍາມະການພັດທະນາ ແລະ ການປະຕິຮູບແຫ່ງຊາດຈີນ ກ່າວວ່າ: ການເປີດດ່ານພາສີອິດສະຫຼະທົ່ວເກາະໄຫຫຼໍາຖືເປັນບາດກ້າວສໍາຄັນໃນການພັດທະນາທ່າການຄ້າເສລີໄຫຫຼໍາ ແລະ ເປັນຈຸດສໍາຄັນໃນຄວາມພະຍາຍາມໃນການເປີດກວ້າການເປີດປະຕູທີ່ມີມາດຕະຖານສູງຂອງຈີນ ເຊິ່ງຈະປັບໃຊ້ແນວທາງການຄວບຄຸມແບບມຸ່ງເປົ້າໝາຍທີ່ມີການແຊກແຊງຕໍ່າ ແລະ ປະສິດທິພາບສູງ ເຮັດໃຫ້ສິນຄ້ານໍາເຂົ້າທີ່ຜ່ານຂະບວນການເພີ່ມມູນຄ່າບໍ່ໜ້ອຍກວ່າ 30% ໃນໄຫຫຼໍາສາມາດເຂົ້າເຖິງແຜ່ນດິນໃຫຍ່ຈີນໂດຍໄດ້ຮັບການຍົກເວັ້ນພາສີ.

ການເປີດດ່ານພາສີອິດສະຫຼະທົ່ວເກາະ ຖືເປັນບາດກ້າວສຳຄັນສູ່ການກາຍເປັນທ່າການຄ້າເສລີລະດັບໂລກຂອງ “ໄຫຫຼໍາ”, ທັງເປັນການສ້າງຄວາມໝັ້ນໃຈຕໍ່ຄູ່ການຄ້າສາກົນວ່າ ການຄ້າໃນເຂດການຄ້າເສລີໄຫຫຼໍາຈະມີຄວາມສະດວກສະບາຍ ແລະ ວ່ອງໄວ ຜ່ານການວາງລະບົບພາສີທີ່ໄດ້ມາດຕະຖານສາກົນ ເຊິ່ງບໍ່ພຽງແຕ່ຈະຊຸກຍູ້ໃຫ້ເສດຖະກິດຂອງເກາະໄຫຫຼໍາ ກໍຄື ເສດຖະກິດຈີນໄດ້ຮັບການພັດທະນາເທົ່ານັ້ນ, ຍັງຈະສ້າງໂອກາດໃຫ້ແກ່ບັນດາປະເທດໃນໂລກຕື່ມອີກ.

ໃນນີ້, ເວົ້າສະເພາະປະເທດລາວ ເຊິ່ງເປັນປະເທດທີ່ມີການຮ່ວມມືຮອບດ້ານກັບປະເທດຈີນມາແຕ່ດົນນານ ກໍມີໂອກາດໄດ້ຮັບຜົນປະໂຫຍດບໍ່ໜ້ອຍຈາກການເປີດດ່ານພາສີອິດສະຫຼະທົ່ວເກາະໄຫຫຼໍາ ໂດຍສະເພາະໃນດ້ານການທ່ອງທ່ຽວ ເພາະປະເທດລາວໄດ້ເປີດຖ້ຽວບິນກົງລະຫວ່າງນະຄອນຫຼວງວຽງຈັນ ຫາ ສະ​ໜາມ​ບິນ​ສາ​ກົນ​ເຟີ້ງ​ຫວງ​ສ່ານ​ຢ້າ​ແຂວງ​ໄຫຫຼຳ ເຊິ່ງຈະເຮັດໃຫ້ການເດີນທາງຂອງນັກທ່ອງທ່ຽວຈີນ ຫຼື ນັກທ່ອງທ່ຽວສາກົນ ທີ່ມາທ່ອງທ່ຽວຢູ່ເກາະໄຫຫຼໍາແລ້ວ ສາມາດເດີນທາງໄປທ່ອງທ່ຽວລາວໄດ້ຢ່າງສະດວກສະດວກສະບາຍ, ຂະນະດຽວກັນ ຜູ້ປະກອບການດ້ານການທ່ອງທ່ຽວລາວ-ຈີນ ຈະມີໂອກາດຮ່ວມມືກັນຫຼາຍຂຶ້ນກວ່າເກົ່າເພື່ອນໍາກຸ່ມນັກທ່ອງທ່ຽວເດີນທາງໄປທ່ອງທ່ຽວປະເທດຂອງກັນ ແລະ ກັນ.

ດັ່ງນັ້ນ, ດ່ານພາສີອິດສະຫຼະທົ່ວເກາະໄຫຫຼໍາຂອງຈີນ ທີ່ເລີ່ມເປີດບໍລິການຢ່າງເປັນຢ່າງການນັບແຕ່ວັນທີ 18 ທັນວາ 2025 ເປັນຕົ້ນໄປ ຈຶ່ງຖືເປັນການສະທ້ອນໃຫ້ເຫັນຄວາມມຸງຫວັງສູ່ອະນາຄົດຂອງຈີນ, ດ້ວຍຮູບແບບການເປີດກວ້າງເສລີທາງການຄ້າໃນລະ ດັບສູງທີ່ຈະນຳມາເຊິ່ງໂອກາດທາງທຸລະກິດທີ່ຫຼາຍຂຶ້ນແກ່ທັງຜູ້ປະກອບການພາຍໃນປະເທດ ແລະ ຕ່າງປະເທດ. ນັ້ນກໍຄື ປະຕູແຫ່ງການເປີດເສລີທາງການຄ້າຂອງຈີນທີ່ຈະເປີດກວ້າງຫຼາຍຂຶ້ນ ແລະ ຈະເຮັດໃຫ້ລະບົບເສດຖະກິດໂລກເກີດມີການຮ່ວມມືເພື່ອອະ ນາຄົດຮ່ວມກັນບົນພື້ນຖານການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນັບມື້ນັບຫຼາຍຂຶ້ນກວ່າເກົ່າ.