ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດດ່ານ ປ່າຮ່າງ – ລ່ອງເຊີບ ເປັນດ່ານສາກົນ

Nov 20, 2024

ວັນທີ 19 ພະຈິກ 2024, ພິທີປະກາດເປີດ ດ່ານປ່າຮ່າງ, ເມືອງສົບເບົາ, ແຂວງຫົວພັນ, ສປປ ລາວ ແລະ ດ່ານລ້ອງເຊີບ, ເມືອງມົກເຈົາ, ແຂວງເຊີນລາ, ສສ ຫວຽດ ນາມ ເປັນດ່ານສາກົນ ໄດ້ຈັດຂື້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ຫວຽນ ມິງ ວູ້ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນແຫ່ງຊາດຫວຽດນາມ. ມີການນຳພັກ-ລັດ, ພາກສ່ວນກ່ຽວ ຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງສອງຊາດ ລາວ – ຫວຽດນາມ ຕະຫຼອດຮອດປະຊາຊົນລຽບສອງພາກຊາຍແດນເຂົ້າຮ່ວມນໍາ.
ດ່ານປ່າຮ່າງ, ເມືອງສົບເບົາ, ແຂວງຫົວພັນ ສປປ ລາວ ເປັນດ່ານຊາຍແດນທາງບົກ ຕັ້ງຢູ່ໃກ້ກັບດ່ານລ້ອງເຊີບ, ເມືອງມົກເຈົາ, ແຂວງເຊີນລາ, ສສ ຫວຽດນາມ ບໍລິເວນຫຼັກໝາຍຊາຍແດນເລກທີ 255. ດ່ານ ປ່າຮ່າງ ຕັ້ງຢູ່ຫ່າງຈາກເທດສະບານເມືອງສົບເບົາ ປະມານ 25 ກິໂລແມັດ ແລະ ຫ່າງຈາກເທດສະບານ ເມືອງຊຳເໜືອ ປະມານ 100 ກິໂລແມັດ, ຫ່າງຈາກເທດສະບານແຂວງເຊີນລາ 150 ກິໂລແມັດ. ໃນໄລຍະຜ່ານມາ ດ່ານປ່າຮ່າງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕາມພະລະບົດ ບາດ, ສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ ເປັນຕົ້ນແມ່ນກວດກາ ຄົນເຂົ້າ-ອອກເມືອງ, ກວດກາສີນຄ້ານໍາເຂົ້າ-ສົ່ງອອກລະຫວ່າງປະເທດ, ກວດກາຄວາມເປັນລະບຽບຮຽບຮ້ອຍທັງສອງພາກຊາຍແດນ ແລະ ວຽກງານອື່ນໆມີຜົນສໍາເລັດ.
ໃນພິທີ, ເປັນກຽດຂື້ນຕັດແຖບຜ້າເປີດການນໍາໃຊ້ຄູ່ດ່ານສາກົນປ່າຮ່າງ – ດ່ານສາກົນລ້ອງເຊີບ ໂດຍແມ່ນຜູ້ຕ່າງໜ້າກະຊວງການຕ່າງປະເທດ, ຂັ້ນແຂວງ, ຂັ້ນເມືອງຂອງສອງປະເທດຮ່ວມຕັດຢ່າງສົມກຽດ.
ການເປີດເປັນດ່ານສາກົນ.ໃນຄັ້ງນີ້ ເປັນການສ້າງສາຍພົວພັນມິດຕະພາບທີ່ດີ ລະຫວ່າງດ່ານປ່າຮ່າງ-ດ່ານລ້ອງເຊີບ ໂດຍສະເພາະສອງປະເທດ ລາວ-ຫວຽດນາມ, ຫົວພັນ-ເຊິນລາ ກໍຄືປະຊາຊົນສອງຟາກຊາຍແດນ; ຈະສ້າງອຳນວຍຄວາມສະດວກໃນການບໍລິການ, ການຊຸກຍູ້ສົ່ງເສີມການແລກປ່ຽນຊື້-ຂາຍສິນຄ້າ, ການລົງທຶນ, ການທ່ອງທ່ຽວລະຫວ່າງສອງປະເທດລາວ-ຫວຽດນາມ, ເວົ້າສະເພາະແມ່ນ ແຂວງຫົວພັນ-ແຂວງເຊິນລາ ໃຫ້ມີການຂະຫຍາຍຕົວ; ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງລາວ, ຫວຽດນາມ ແລະ ພົນລະເມືອງປະເທດທີສາມ ສາມາດເດີນ ທາງ ເຂົ້າ-ອອກ ຜ່ານດ່ານສາກົນປ່າຮ່າງ-ດ່ານສາກົນລ້ອງເຊີບ ໄດ້ຢ່າງຖືກຕ້ອງຕາມລະບຽບກົດໝາຍ ຂອງສອງປະເທດ ແລະ ຈະເຮັດໃຫ້ປະຊາຊົນສອງແຂວງຫົວພັນ-ເຊີນລາ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ມີ ການໄປມາຫາສູ່, ຢ້ຽມ ຢາມຖາມຂ່າວຖານບ້ານໃກ້ເຮືອນຄຽງ, ທັງເປັນການສົ່ງເສີ່ມການທ່ອງທ່ຽວ, ການຄ້າຂາຍຂອງປະຊາຊົນຢູ່ຕາມບໍລິເວນຊາຍແດນໃຫ້ມີຄວາມສະດວກ ແລະ ອື່ນໆ.
ຂ່າວ: ວັນແສງ