ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດຕະຫລາດນັດວາງສະແດງ-ຂາຍສິນຄ້າຢູ່ເທສະການບຸນພະເຫວດ ຜີໂຂນ ປີ 2024.

Mar 21, 2024

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ພິທີເປີດຕະຫລາດນັດວາງສະແດງ-ຂາຍສິນຄ້າ ໃນງານເທສະການບຸນພະເຫວດ ຜີໂຂນ ແຂວງໄຊຍະບູລີ ຈັດຂຶ້ນໃນຕອນບ່າຍວັນທີ 20 ມີນາ 2024 ຢູ່ເມືອງປາກລາຍ ໂດຍມີ ທ່ານ ບຸນໝັ້ນ ເສີມມາ ຮອງເລຂາພັກເມືອງປາກລາຍ, ປະທານກວດກາພັກ, ຫົວໜ້າອົງການກວດກາລັດເມືອງ, ປະທານຈັດເທສະການບຸນພະເຫວດ ຜີໂຂນ ປະຈຳປີ 2024, ມີບັນດາການນຳຂອງເມືອງ, ຫົວໜ່ວຍທຸລະກິດ, ຜູ້ປະກອບການ, ອົງການຈັດຕັ້ງບ້ານ ພາຍໃນເທສະບານເຂົ້າຮ່ວມ.
ໃນພິທີ, ທ່ານ ວານິດສາ ສຸນາເຄນ ຫົວໜ້າຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງ ໄດ້ໃຫ້ຮູ້ວ່າ: ການງານຕະຫລາດນັດ ແລະ ວາງສະແດງສິນຄ້າໃນຄັ້ງນີ້, ເປັນການສ້າງຂະບວນການ ເພື່ອປະກອບສ່ວນໃນກິດຈະກຳໜຶ່ງຂອງມະຫາກຳບຸນຊ້າງທີ່ໄດ້ຈັດຂຶ້ນ, ເປັນການສ້າງເງື່ອນໄຂເອື້ອອຳນວຍ ແລະ ສົ່ງເສີມໃຫ້ຜູ້ປະກອບການທຸລະກິດ, ຜູ້ຜະລິດສິນຄ້າຢູ່ໃນແຕ່ລະທ້ອງຖິ່ນທັງພາຍໃນ ແລະ ຕ່າງປະເທດ ໄດ້ມີໂອກາດການພົບປະແລກປ່ຽນບົດ ຮຽນການຊື້-ຂາຍສິນຄ້າຂອງຕົນ ທີ່ຜະລິດອອກມາ, ທັງເປັນການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໃນຂະບວນການຜະລິດສິນຄ້າຂອງຕົນເອງ ໃຫ້ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ແລະ ເປັນການສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຕ່າງໆ ໄດ້ໂຄສະນາ, ແນະນຳສິນຄ້າທີ່ຕົນເອງໄດ້ຜະລິດຂຶ້ນມາໃຫ້ສັງຄົມ ກໍຄື ຜູ້ບໍລິໂພກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜະລິດຕະພັນຂອງຕົນເອງຢ່າງກວ້າງຂວາງ.
ງານໃນຄັ້ງນີ້, ມີຮ້ານວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມທັງໝົດ 62 ຮ້ານ, ມີມູນຄ່າສິນຄ້າປະມານ 1,4 ຕື້ກີບ. ໃນນີ້ມາຈາກພາຍໃນຈໍານວນ 51 ຮ້ານ ແລະ ຕ່າງປະເທດ 11 ຮ້ານ, ພະແນກການຂອງແຂວງ 5 ຮ້ານ ແລະ ມາຈາກຕ່າງແຂວງ 4 ຮ້ານ.
ຂ່າວ-ພາບ : ທອງສະຫວັດ ໄຊຍະລາດ
ທີ່ມາ : ຂປລ