ພິທີໄຂງານຕະຫລາດນັດວາງສະແດງ ແລະ ຂາຍສິນຄ້າ ຕິດ ພັນກັບບຸນນະມັດສະການວັດພະບາດໂພນສັນ ປະຈໍາປີ 2025 ຈັດຂຶ້ນວັນທີ 10 ມັງກອນ 2025 ທີ່ເດີນວັດພະບາດໂພນສັນ ໂດຍມີ ທ່ານ ວົງສີ ທອງອິນທິປັນຍາ, ປະທານແຮງລາວສ້າງຊາດແຂວງບໍລິຄໍາໄຊ, ທ່ານ ກອນ ຫລວງພິທັກ ຮອງເຈົ້າເມືອງທ່າພະບາດ, ພ້ອມດ້ວຍມວນຊົນທັງພາຍໃນ ແລະ ຕ່າງແຂວງ ເຂົ້າ ຮ່ວມ.
ຈຸດປະສົງເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການທຸລະ ກິດ, ຜູ້ຜະລິດສິນຄ້າຢູ່ໃນແຕ່ລະທ້ອງຖິ່ນທັງພາຍໃນ ແລະ ຕ່າງ ປະເທດ ໄດ້ມີໂອກາດພົບປະ ແລກປ່ຽນໃນການຊື້-ຂາຍສິນຄ້າຂອງຕົນ ເປັນການສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຕ່າງໆໄດ້ໂຄສະນາ ແນະນຳສິນຄ້າທີ່ຕົນເອງຜະລິດຂຶ້ນມາ ໃຫ້ສັງຄົມ ກໍຄືຜູ້ບໍລິໂພກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜະລິດຕະພັນຂອງຕົນເອງຢ່າງກວ້າງຂວາງ ພ້ອມນັ້ນຍັງເປັນການກະຕຸ້ນເສດຖະກິດທາງກົງ ແລະ ທາງອ້ອມໂດຍສະເພາະ ຫົວໜ່ວຍທຸລະກິດທີ່ປິ່ນອ້ອມໃນຂະແໜງການທ່ອງທ່ຽວສົ່ງເສີມການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ, ສຸມໃສ່ການພັດ ທະນາການທ່ອງທ່ຽວຂອງເມືອງທ່າພະບາດ ກໍຄືແຂວງບໍລິຄຳໄຊ ໃນປັດຈຸບັນ ແລະ ອະນາຄົດ ໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ຫລາຍຂຶ້ນ…
ພາຍໃນງານໄດ້ມີການວາງສະແດງສິນຄ້າ ແລະ ຂາຍສິນຄ້າ “ໜຶ່ງເມືອງໜຶ່ງຜະລິດຕະພັນ, ສິນຄ້າຄອບຄົວຕົວແບບ, ຜະ ລິດຕະພັນຂະໜາດນ້ອຍ-ກາງ, ສິນຄ້າກະສິກຳ-ຫັດຖະກຳ, ຈັກສານ, ຕ່ຳແຜ່ນແພ ແລະ ການວາງສະແດງຜະລິດຕະພັນການທ່ອງທ່ຽວ ໂດຍມີຮ້ານຄ້າເຂົ້າຮ່ວມ 148 ຮ້ານ, ໃນນີ້ມີ ຮ້ານຂາຍສິນຄ້າຫັດຖະກຳ ຢູ່ພາຍໃນເມືອງ, ຕ່າງເມືອງ 28 ຮ້ານ, ຮ້ານຂາຍອາຫານ-ເຄື່ອງດື່ມ ແລະ ຮ້ານຄ້າຕະຫລາດນັດຂາຍສິນຄ້າທົ່ວໄປ 120 ຮ້ານ, ຕະຫລາດນັດວາງສະແດງ ແລະ ຂາຍສິນຄ້າ ແມ່ນເລີ່ມແຕ່ວັນທີ 10-12 ມັງກອນ 2025
ບຸນພະບາດໂພນສັນ ກົງກັບວັນທີ 10 ມັງກອນ ຫາ 13 ມັງ ກອນ 2025 ເຊິ່ງພິທີທາງສາດສະໜາ ເລີ່ມວັນທີ 10 ມັງກອນ ເຕົ້າໂຮມພະສົງ ແລະ ເຄື່ອງປັດໄຈໄຊຍະທານ, ວັນທີ 11 ມັງ ກອນ ມີພິທິບວດນາກ, ວັນທີ 12 ມັງກອນ ຕອນເຊົ້າ ຖະຫວາຍກອງອັດຖະ ຕອນແລງຟັງເທດມະໄລໝື່ນມະໄລແສນ. ຕອນເຊົ້າວັນທີ 13 ມັງກອນ 2025 ຈະມີຂະບວນແຫ່ເຂົ້າພັນກ້ອນເລີ່ມຟັງເທດພະເຫວດ ແລະ ຕັກບາດຖະຫວາຍສັງຄະທານສືບຕໍ່ຟັງທຳເທດສະໜາໝົດມື້ ແລະ ຕອນແລງແຫ່ທຽນ-ວຽນທຽນ.
ນອກຈາກນີ້ ພາຍໃນບຸນນະມັດສະການວັດພະບາດໂພນສັນ ຍັງມີການສະແດງເດີນແບບອາພອນບັນດາເຜົ່າ, ປະກວດນັກ ຮ້ອງສຽງດີ ແລະ ການແຂ່ງຂັນສິລະປະ-ວັນນະຄະດີ ຕື່ມອີກ






