ເພື່ອຊຸກຍູ້ການທ່ອງທ່ຽວ ແລະ ເປັນການອະນຸລັກທໍາມະຊາດຊີວະນາໆ ພັນຂອງປ່າໄມ້ ຕະຫລອດຮອດວັດທະນະທໍາດັ່ງເດີມໃນເຂດທໍາມະຊາດ, ທັງເປັນໂອກາດທາງດ້ານເສດຖະກິດໃຫ້ແກ່ຊຸມຊົນທ້ອງຖິ່ນ.
ເມື່ອບໍ່ດົນມານີ້, ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບສູນຝຶກອົບຮົມປ່າໄມ້ ແລະ ອົງການ Takao Green club ປະເທດຍີ່ປຸ່ນ, ພ້ອມດ້ວຍການຈັດຕັ້ງ ບ້ານ ຫ້ວຍປາມ້ອມ ເມືອງ ວັງວຽງ ແຂວງ ວຽງຈັນ ໄດ້ຈັດກິດຈະກຳການເປີດທົດລອງການທ່ອງທ່ຽວແບບອານຸລັກ Ecotourism ຢູ່ໃນເຂດປ່າສາທິດຂອງສູນຝຶກອົບຮົມປ່າໄມ້ທີ່ມີໄລຍະຄວາມໝາຍ 1.800 ແມັດ.ຈຸດປະສົງແມ່ນການສ້າງສີ່ງແວດລ້ອມ, ການຟື້ນຟູປ່າໄມ້, ເປົ້າໝາຍກ້ານຊຸມຊົນເພື່ອໃຫ້ມີນັກທ່ອງທ່ຽວໄດ້ເຫັນວິຖີຊິວິດດັ່ງເດີມຂອງປະຊາຊົນທີ່ຢູ່ກັບທໍາມະຊາດ, ການສ້າງອາຊີບທີ່ຄົງທີ່ ແລະ ໝັ້ນຄົງໃຫ້ແກ່ປະຊາຊົນຕິດພັນກັບການສ້າງເສດຖະກິດໃຫ້ຄອບຄົວ.
Cr: ຂ່າວສານ, ກະຊວງກະສິກຳແລະປ່າໄມ້









