ພິທີເປີດນໍາໃຊ້ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ເຊິ່ງເປັນໜຶ່ງໃນໂຮງແຮມໃຫຍ່ທີ່ສຸດໃນນະຄອນຫລວງວຽງຈັນ ຈັດຂຶ້ນຢ່າງເປັນທາງການໃນວັນທີ 19 ມິຖຸນາ 2024 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ເຊິນປິ່ນ ປະທານບໍລິສັດ ລາດຊະວົງ ພັດທະນາຈຳກັດ, ມີການນຳພັກ-ລັດ, ແຂກຖືກເຊີນ ແລະ ພະນັກງານວິຊາ ການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ໄດ້ເຊັນສັນຍາກັນໃນທ້າຍປີ 2013 ຊຶ່ງເປັນການຮ່ວມມືທຸລະກິດ ລະຫວ່າງ ກະຊວງປ້ອງກັນປະເທດ ກັບ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງຫາລິມະຊັບ ຈຳກັດ ພາຍຫຼັງເຊັນສັນຍາ ໄດ້ດຳເນີນການກໍ່ສ້າງບັນດາໜ້າວຽກໂຄງສ້າງຫຼັກຂອງຕົວອາຄານສຳເລັດ ແຕ່ຍັງບໍ່ສົມບູນ ແລະ ໄດ້ຕົບແຕ່ງພາຍນອກສຳເລັດຈຳນວນໜຶ່ງ.
ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບການເງິນຂອງຜູ້ລົງທຶນບໍ່ຄ່ອງຕົວ, ສັນຍາ ແລະ ນິຕິກຳກ່ຽວພັນຈຳນວນໜຶ່ງ ຍັງບໍ່ທັນສອດຄ່ອງ ແລະ ບໍ່ຮັດກຸມເທົ່າທີ່ຄວນ. ສະນັ້ນ, ມາຮອດປີ 2016 ການຈັດຕັ້ງປະຕິບັດຕົວຈິງພົບຂໍ້ຫຍຸ້ງຍາກ ແລະ ໄດ້ໂຈະການກໍ່ສ້າງເປັນການຊົ່ວຄາວ ແຕ່ລັດຖະບານກໍຄືການນຳຂອງກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ໄດ້ຊີ້ນຳ ແກ້ໄຂ ແລະ ຊຸກຍູ້ຈົນເຮັດໃຫ້ໂຄງການດັ່ງກ່າວສາມາດສືບຕໍ່ກໍ່ສ້າງຄືນໃໝ່ໃນປີ 2021 ແລະ ມາຮອດຕົ້ນປີ 2024 ໄດ້ເລີ່ມເປີດທົດລອງນໍາໃຊ້ບາງສ່ວນພ້ອມທັງປັບປຸງບາງຈຸດໃຫ້ສອດຄອງເໝາະສົມ ແລະ ປັດຈຸບັນນີ້ ໂຮງແຮມລາດຊະວົງ ວັນດ້າ ວິສຕ້າ ແມ່ນມີຄວາມພ້ອມໃຫ້ການບໍລິການແລ້ວ 100%.
ສໍາລັບໂຮງແຮມ ລາດຊະວົງ ພລາຊາ ວັນດ້າ ວິສຕ້າ ປະກອບມີໂຮງແຮມລະດັບ 5 ດາວ, ຫ້ອງການ, ອາພາດເມັນ, ສູນບຳບັດ ແລະ ປິ່ນປົວສຸຂະພາບ, ສູນການຄ້າຄົບວົງຈອນ, ສູນບັນເທີງ, ສູນກິລາ, ຮ້ານອາຫານນາໆຊາດ ແລະ ອື່ນໆ ຕັ້ງຢູ່ໃຈ ກາງນະຄອນຫຼວງວຽງຈັນ, ມີເນື້ອທີ່ກໍ່ສ້າງທັງໝົດ 188.000 ຕາແມັດ, ຄວາມສູງ 138 ແມັດ, ມີ 36 ຊັ້ນ, ເປັນອາຄານຕຶກທີ່ສູງທີ່ສຸດຢູ່ປະເທດລາວໃນປັດຈຸບັນ.
ນອກຈາກນີ້, ໂຮງແຮມດັ່ງກ່າວ ຈະເປັນອີກໂຄງການໜຶ່ງທີ່ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນລາວເຮົາ, ດຶງດູດການທ່ອງທ່ຽວ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ຈະໄດ້ນໍາເຂົ້າໃນການ ຮັບໃຊ້ຄະນະຜູ້ແທນພາຍໃນ ແລະ ຕ່າງປະເທດ ມາຈັດກອງປະຊຸມ, ຈັດງານພິທີຕ່າງໆ ໃນນັ້ນ ລວມເຖິງການຮອງຮັບແຂກກອງປະຊຸມປ້ອງກັນປະເທດອາຊຽນ ແລະ ອາຊຽນບວກ ທີ່ ສປປ ລາວ ເປັນເຈົ້າພາບໃນປີ 2024 ນີ້.









