ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າດ້ວຍຫຼາຍວິທີແຕ່ “ໃຊ້ໃບນໍາສົ່ງສິນຄ້າພຽງແຕ່ໃບດຽວ” ລະຫວ່າງຈີນ-ລາວ-ໄທ

Sep 25, 2024

ວັນທີ 24 ກັນຍາ 2024 ຢູ່ນະຄອນຄຸນໝິງ ແຂວງຢຸນນານຈີນ, ໄດ້ມີການເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າດ້ວຍຫຼາຍວິທີແຕ່ “ໃຊ້ໃບນໍາສົ່ງສິນຄ້າພຽງແຕ່ໃບດຽວ” ລະຫວ່າງ ຈີນ-ລາວ-ໄທ, ຂະບວນລົດໄຟຂົນສົ່ງສິນຄ້າທີ່ບັນທຸກພືດຜັກຂະບວນໜຶ່ງ ໄດ້ອອກຈາກນະຄອນຄຸນໝິງຜ່ານທາງລົດໄຟ ຈີນ-ລາວ ມຸ່ງໜ້າສູ່ ລາວ ແລະ ໄທ. ການນໍາໃຊ້ຮູບແບບຂົນສົ່ງສິນຄ້າດ້ວຍຫຼາຍວິທີແຕ່ “ໃຊ້ໃບນໍາສົ່ງສິນຄ້າພຽງແຕ່ໃບດຽວ”, ໄດ້ຫຼຸດຂັ້ນຕອນ ແລະ ເວລາການຄ່ຽນຖ່າຍສິນຄ້າໃຫ້ໜ້ອຍລົງ ທັງໄດ້ຊຸກຍູ້ການຈໍລະຈອນສິນຄ້າໃຫ້ຫຼຸດຕົ້ນທຶນລົງ, ຍົກຄຸນນະພາບ ແລະ ປະສິດທິພາບໃຫ້ສູງຂຶ້ນ.
ຂະບວນລົດໄຟຂົນສົ່ງສິນຄ້າທີ່ເປີດນໍາໃຊ້ໃນເທື່ອນີ້ແມ່ນ “ຂະບວນລົດໄຟຢຸນນານລ້ານຊ້າງ-ແມ່ຂອງ” ໄດ້ນໍາໃຊ້ຕູ້ຄອນເທັນເນີແຊ່ເຢັນແບບອັດສະລິຍະທັງໝົດ, ພາຍຫຼັງຂະບວນລົດໄຟດັ່ງກ່າວອອກຈາກນະຄອນຄຸນໝິງຜ່ານທາງລົດໄຟຈີນ-ລາວໄປເຖິງນະຄອນຫຼວງວຽງຈັນຂອງລາວແລ້ວ, ຈະເດີນທາງຕໍ່ເພື່ອມຸ່ງໜ້າໄປສູ່ຕະຫຼາດຈຸດໝາຍປາຍທາງຢູ່ໄທໂດຍຜ່ານທາງຫຼວງ, ເຊິ່ງໃຊ້ເວລາໃນການເດີນທາງທັງໝົດແມ່ນ 3 ມື້ເຄິ່ງ. ພ້ອມດຽວກັນນີ້, ຂະບວນລົດໄຟດັ່ງກ່າວຍັງຈະຂົນສົ່ງໝາກກ້ວຍລາວໄປນະຄອນຄຸນໝິງ.
ທີ່ມາ: CMG FM93
May be an image of 3 people, train, railroad and text