ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 23 ກັນຍາ 2022, ກົມ​ພາສີ​ ກະ ຊວງການເງິນ​ ຮ່ວມກັບຫ້ອງການ​ພາສີແຂວງ​ຈໍາປາສັກ​ ແລະ ບໍ​ລິ​ສັດ​ ຮ່ວມພັດ ທະນາ​ ລະບົບແຈ້ງພາສີປະຕູດຽວ​ ໄດ້ຈັດກອງປະຊຸມ​ ເປີດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ​ ຂຶ້ນ​ ຢູ່ຫ້ອງປະຊຸມພາສີແຂວງ​ ໂດຍການເຂົ້າຮ່ວມຂອງ​ ທ່ານ ສາຍມະໂນລິນ ສິນບັນດິດ​ ຮອງຫົວໜ້າກົມພາສີ​ ກະຊວງການເງິນ,​ ທ່ານ​ ບຸນ​ເພັງ​ ເຂັມມາລາ ຫົວໜ້າຫ້ອງການພາສີປະຈໍາແຂວງ,​ ທ່ານ ສະເຕຟານ ກິວ ຜູ້ອໍານວຍການບໍລິສັດ ຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ.​ ມີການນໍາພະແນກກ່ນກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ,​ ດ່ານ​ສາກົນວັງເຕົ່າ,ພາສີສາກົນວັງເຕົ່າ, ຫ້ອງການພາສີປະຈຳທ່າບົກ – ວັງເຕົ່າ ແລະ ດ່ານພາສີສາກົນໜອງນົກຂຽນ,​ ທະ ນາຄານການຄ້າຕ່າງປະເທດລາວ​ ມະຫາ ຊົນ, ທະນາຄານພັດທະນາລາວ,​ ບັນດາບໍລິສັດນໍາເຂົ້າ​ – ສົ່ງອອກສິນຄ້າ, ເຄື່ອງອຸ ປະໂພກ ບໍລິໂພກ ພາຍໃນແຂວງ ເຂົ້າ ຮ່ວມ​.
ທ່ານ ສາຍມະໂນລິນ ສິນບັນດິດ​ ຮອງຫົວໜ້າກົມພາສີ​ ກະຊວງການເງິນ ໄດ້ກ່າວວ່າ: ລະບົບແຈ້ງພາສີຜ່ານປະຕູດຽວ ທີ່ເປີດນຳໃຊ້ເປັນທາງການໃນຄັ້ງນີິ ມີຄວາມສຳຄັນຫຼາຍ ເຊິ່ງອຳນວຍະຄວາມສະດວກ,ຊັດເຈນ ຖືກຕ້ອງ ແລະວ່ອງໄວທີ່ສຸດໃນການແຈ້ງພາສີ ເຊິ່ງທົ່ວໂລກ ກໍຄືພາກພື້ນ ອາຊຽນໄດ້ນໍາໃຊ້ລະບົບດຽວ ກັນນີ້ໃນປັດຈູຸບັນ.ຈາກນີ້ ການນຳໃຊ້ລະ ບົບແຈ້ງພາສີຜ່ານປະຕູດຽວ ຍັງສະແດງເຖິງຄວາມພະຍາຍາມເອົາໃຈໃສ່ຂອງລັດຖະບານ ກໍຄືກະຊວງການເງິນ ໃນການຫັນວຽກງານພາສີເປັນທັນສະໄໝ​ ທັງປະກອບສ່ວນເຂົ້າໃນການຕ້ານການຮົ່ວໄຫຼຂອງງົບປະມານ ຕື່ມອີກ.​ໃນພິທີຍັງໄດ້ ຜ່ານແຈ້ງການກະຊວງການເງິນ ກ່ຽວກັບການນຳໃຊ້ລະບົບແຈ້ງພາສີປະຕູດຽວຢູ່ທີ່ດ່ານພາສີສາກົນແລະ ທ່າບົກ ແຂວງຈໍາປາສັກ.ນຳສະເໜີຄວາມເປັນມາ, ຄວາມຄືບໜ້າ ແລະ ລາຍງານທາງດ້ານເຕັກນິກໃນການນຳໃຊ້ລະບົບແຈ້ງພາສີປະຕູດຽວ ແລະ ສາທິດເບີ່ງການນຳໃຊ້ລະບົບແຈ້ງພາສີປະຕູດຽວຜ່ານຈໍດີວິທັດອີກດ້ວຍ.
ເກດສະໜາ ແກ້ວສຸວັນນະແສງ
May be an image of 16 people and people standing
May be an image of 1 person, hospital, outdoors and tree