ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດນໍາໃຊ້ສະຖານີຄົ້ນຄວ້າ ແລະຝຶກອົບຮົມລະບົບນິເວດກະສິກໍາເຂດພູດອຍແບບຍືນຍົງ

Nov 21, 2024

ເປີດນໍາໃຊ້ສະຖານີຄົ້ນຄວ້າ ແລະຝຶກອົບຮົມລະບົບນິເວດກະສິກໍາເຂດພູດອຍແບບຍືນຍົງ
ພິທີເປີດສະຖານີຄົ້ນຄວ້າ ແລະ ຝຶກອົບຮົມລະບົບນິເວດກະສິກໍາເຂດພູດອຍແບບຍືນຍົງ ໄດ້ຈັດຂຶ້ນທີ່ບ້ານຫຼັກສິບ, ນະຄອນຫຼວງພະບາງ, ໃນວັນທີ 19 ພະຈິກ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຈັນທະຄອນ ບົວລະພັນ, ຮອງລັດຖະມົນ ຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ຊິບແລ້ງ ຈູອໍ ເອກອັກຄະລັດຖະທູດຝຣັ່ງປະຈໍາ ສປປ ລາວ, ມີທ່ານຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ຈັນທະຄອນ ບົວລະພັນ ກ່າວເປີດສູນຢ່າງເປັນທາງການວ່າ: ການສ້າງສະຖານີຄົ້ນຄວ້ານີ້ ແມ່ນການຮ່ວມມືລະຫວ່າງກົມຄຸ້ມຄອງ ແລະພັດທະນາທີ່ດິນກະສິກໍາ ກະຊວງ ກະສິກໍາ ແລະປ່າໄມ້ ກັບສະຖາບັນຄົ້ນຄວ້າເພື່ອການພັດທະນາປະ ເທດຝຣັ່ງ (IRD). ຈຸດປະສົງແມ່ນເພື່ອຄົ້ນຄວ້າ ແລະປົກປັກຮັກສາການນໍາໃຊ້ຊັບ ພະຍາກອນດິນ, ນໍ້າ, ປ່າໄມ້ ແລະ ຊີວະນາໆພັນ ໃນເຂດພາກເໜືອຂອງລາວ ເຊິ່ງກວມເອົາ 37% ຂອງເນື້ອທີ່ດິນກະສິກໍາທົ່ວປະເທດ. ທ່ານຮອງລັດຖະມົນຕີ ຍັງເນັ້ນວ່າ ການຄົ້ນຄວ້າຂອງສະຖາບັນ IRD ໄດ້ປະກອບສ່ວນສໍາຄັນໃນການສະໜອງຂໍ້ມູນໃຫ້ລັດຖະບານລາວ ເພື່ອການຕັດສິນໃຈວາງນະໂຍບາຍ ແລະແຜນຄຸ້ມຄອງທີ່ດິນເຂດເນີນສູງ.
ນອກຈາກນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຝຣັ່ງ ທີ່ໄດ້ສະໜັບສະ ໜູນການສ້າງບຸກຄະລາກອນລາວໃນລະດັບປະລິນຍາເອກ ແລະ ປະລິນຍາໂທຢູ່ພາຍໃນ ແລະ ຕ່າງປະເທດ. ສະຖານີຄົ້ນຄວ້າແຫ່ງນີ້ ຈະເປັນສັນຍາລັກແຫ່ງການເສີມຂະຫຍາຍສາຍພົວພັນຮ່ວມມືລາວ-ຝຣັ່ງ ໃນດ້ານການຄົ້ນຄວ້າວິທະຍາສາດ ແລະການພັດທະນາກະສິກໍາແບບຍືນຍົງ.