ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ, ໄດ້ຈັດພິທີເປີດນໍາໃຊ້ສໍານັກງານໃໝ່ຢ່າງເປັນທາງການຂອງ ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ (ບໍລິສັດ ຕລຕ) ຂຶ້ນ ໃນວັນທີ 27 ພຶດສະພາາ 2025 ໂດຍການເປັນປະທານຂອງ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ໃນພິທີດັ່ງກ່າວ ມີ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານຜູ້ອໍານວຍການ, ຄະນະອໍານວຍການ ຂອງທະນາຄານທຸລະກິດທີ່ເປັນຜູ້ຖືຮຸ້ນ ບໍລິສັດ ຕລຕ, ທ່ານປະທານສະມາຄົມທະນາຄານລາວ ແລະ ຄະນະກົມພາຍໃນ ທຫລ ແລະ ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂດຍມີຈຸດປະສົງເພື່ອ ເພື່ອສະແດງເຖິງຜົນສໍາເລັດອີກກ້າວໜຶ່ງຂອງບໍລິສັດ ຕລຕ ແລະ ເພື່ອເສີມສ້າງບັນຍາກາດທີ່ດີໃນການເລີ່ມຕົ້ນທຸລະກິດ ຂອງບໍລິສັດ ຕລຕ ແນໃສ່ເຮັດໃຫ້ສັງຄົມ ມີຄວາມໝັ້ນໃຈ ແລະ ຫັນມານໍາໃຊ້ການແລກປ່ຽນເງິນຕາຕ່າງປະເທດຜ່ານລະບົບທະນາຄານ ກໍ່ຄື ລະບົບຂອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຫຼາຍຂຶ້ນ.
ບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ “ຕລຕ” Lao Foreign Exchange Company Limited Co.,Ltd, ຊື່ຍໍ້ “LFX” ເປັນສະຖາບັນການເງິນໜຶ່ງ ທີ່ເຄື່ອນໄຫວພາຍໃຕ້ການຄຸ້ມຄອງຂອງ ທຫລ ທີ່ມີການຮ່ວມທຶນກັນລະຫວ່າງ ທຫລ ແລະ ບັນດາ ທທກ ຈໍານວນ 11 ແຫ່ງ. ຈຸດປະສົງຫຼັກຂອງການສ້າງຕັ້ງບໍລິສັດ ແມ່ນຊຸກຍູ້ໃຫ້ການເຄື່ອນໄຫວແລກປ່ຽນເງິນຕານອກລະບົບ ຫັນເຂົ້າມາໃນລະບົບຕະຫຼາດແລກປ່ຽນເງິນຕາຢ່າງເປັນທາງການ, ເປັນບ່ອນດັດສົມເງິນຕາຕ່າງປະເທດລະຫວ່າງກັນໃນສັງຄົມ ເພື່ອໃຫ້ເກີດຄວາມສົມດຸນທາງດ້ານເງິນຕາ; ພ້ອມນີ້, ຍັງເປັນເຄື່ອງມືສໍາຄັນໃຫ້ ທຫລ ສາມາດເກັບກໍາຂໍ້ມູນທີ່ແທ້ຈິງກ່ຽວກັບການສະໜອງ ແລະ ຄວາມຕ້ອງການເງິນຕາຕ່າງປະເທດ, ທັງເປັນບ່ອນດັດປັບອັດຕາແລກປ່ຽນທົ່ວລະບົບໃຫ້ຄ່ອງຕົວ ແລະ ປິດຂອບສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ ຈົນກ້າວໄປສູ່ອັດຕາດຽວໃນອະນາຄົດ. ການດໍາເນີນງານໃນ ບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ ແມ່ນໄດ້ອະນຸຍາດໃຫ້ບຸກຄົນ ແລະ ນິຕິບຸກຄົນ ເຂົ້າມາແລກປ່ຽນຊື້-ຂາຍ ເງິນຕາຕ່າງປະເທດ ໃນຮູບແບບທັນທີ (Spot) ເທົ່ານັ້ນ, ໂດຍສາມາດ ນໍາໃຊ້ຜ່ານຊ່ອງທາງອອນລາຍທີ່ບັນດາທະນາຄານທຸລະກິດສາມາດໃຫ້ບໍລິການໄດ້ເຊັ່ນ: ຜ່ານຊ່ອງທາງ ແອບພລີເຄຊັນທາງມືຖືຜ່ານລະບົບ Mobile Banking ຫຼື ຜ່ານເວບບຼາວເຊີທາງຄອມພິວເຕີ Internet Banking ໃນ 3 ສະກຸນເງິນ ຄື: ເງິນໂດລາ, ເງິນບາດ ແລະ ເງິນຢວນ.
ໃນປະຈຸບັນສາມາດໃຊ້ບໍລິການຜ່ານແອບພິເຄຊັນຂອງທະນາຄານທຸລະກິດຈໍານວນ 09 ແຫ່ງ ຄື: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຜ່ານແອັບ BCEL One, ທະນາຄານ ສົ່ງເສີມກະສິກໍາ ຈໍາກັດ ຜ່ານແອັບ APB Meporm, ທະນາຄານ ບີໄອຊີ ລາວ ຈໍາກັດ ຜ່ານແອັບ BIC Ibanking, ທະນາຄານ ພັດທະນາລາວ ຈໍາກັດ ຜ່ານແອັບ LDB Trust, ທະນາຄານ ເອັສທີ ຈໍາກັັດ ຜ່ານແອັບ ST HUB, ທະນາຄານ ຮ່ວມພັດທະນາ ຈໍາກັດ ຜ່ານແອັບ JDB YES, ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ຈໍາກັດ ຜ່ານແອັບ LVB DigiBank, ທະນາຄານ ລາວ-ຝລັ່ງ ຈໍາກັດ ຜ່ານແອັບ BFL Connect ແລະ ທະນາຄານ ອິນໂດຈີນ ຈໍາກັດ ຜ່ານແອັບ IB COOL. ນອກຈາກນັ້ນ, ເພື່ອສ້າງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ໃຫ້ກາຍເປັນສູນລວມຂອງການແລກປ່ຽນຊື້-ຂາຍເງິນຕາຕ່າງປະເທດ ບໍລິສັດ ຕລຕ ຈະຕິດຕາມ ແລະ ຄຸ້ມຄອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ຮັບປະກັນໃຫ້ສາມາດສະໜອງການບໍລິການໃຫ້ກັບຜູ້ໃຊ້ບໍລິການໄດ້ຢ່າງເປັນປົກກະຕິ, ຈະຄົ້ນຄວ້າປັບປຸງ ແລະ ພັດທະນາການບໍລິການຂອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ໃຫ້ມີຄວາມຫຼາກຫຼາຍ, ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້ານັບວັນນັບຫຼາຍຂຶ້ນ.








