ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດນໍາໃຊ້ອາຄານສຸກເສີນ ແລະ ມໍລະສຸມ ໂຮງໝໍແຂວງສະຫວັນນະເຂດ

Apr 24, 2025

ພິທີມອບ-ຮັບ ແລະ ເປີດນໍາໃຊ້ອາຄານສຸກເສີນ ແລະ ມໍລະສຸມ ຂອງໂຮງໝໍແຂວງສະຫວັນນະເຂດ ໃນວັນທີ 23 ເມສາ 2025 ພາຍຫລັງສຳເລັດການປັບປຸງ-ຕໍ່ເຕີມ ໂດຍມີທ່ານ ບຸນໂຈນ ອຸບົນປະເສີດ ເຈົ້າແຂວງໆສະຫວັນນະເຂດ, ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍພະນັກງານ, ແພດໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນ ແລະ ປະກອບສ່ວນຈາກການລະດົມທຶນໃນການແຂ່ງຂັນກ໊ອຟການກຸສົນ ຈາກການນໍາແຂວງ, ນັກທຸລະກິດ, ບໍລິສັດ, ຫ້າງ-ຮ້ານທຸກພາກສ່ວນ ລວມມູນຄ່າ 6,26 ຕື້ກວ່າກີບ ໂດຍເລີ່ມຈັດຕັ້ງປະຕິບັດມາແຕ່ກາງເດືອນ ມີນາ 2024 ຫາ ທ້າຍເດືອນ ທັນວາ 2024 ໃຊ້ເວລາໃນການກໍ່ສ້າງ-ປັບປຸງ-ຕໍ່ເຕີມ ປະມານ 9 ເດືອນ.
ທ່ານ ດຣ ຈັນທະລາ ພາມີສິດ ຜູ້ອໍານວຍການໂຮງໝໍແຂວງສະຫວັນນະເຂດ ໄດ້ກ່າວວ່າ: ສໍາລັບການແພດສຸກເສີນ ແມ່ນຂະແໜງການແພດໜຶ່ງ ທີ່ເປັນດ່ານໜ້າຂອງລະບົບການປິ່ນປົວ ແລະ ແກ້ໄຂອາການເຈັບເປັນໃນເບື້ອງຕົ້ນ ພາຍໃນ 24 ຊົ່ວໂມງ ທັງພະຍາດທົ່ວໄປ ແລະ ອຸບັດເຫດໃຫ້ບໍລິການໂດຍຫ້ອງສຸກເສີນ. ກ່ອນການປັບປຸງຫ້ອງສຸກເສີນ ແລະ ມໍລະສຸມ ມີສະພາບທາງດ້ານໂຄງສ້າງ, ພື້ນທີ່ຮັບຮອງຂອງຄົນເຈັບມີໜ້ອຍ; ຫ້ອງສຳລັບຄົນເຈັບສຸກເສີນມີພຽງແຕ່ 64 ຕາແມັດ ເຊິ່ງບັນຈຸຕຽງນອນໄດ້ພຽງ 5 ຕຽງ ແລະ 2 ຕຽງສຳລັບຫ້ອງຫຍິບບາດແຜ.
ພາຍຫລັງການປັບປຸງຫ້ອງສຸກເສີນ ມີເນື້ອທີ່ເພີ່ມຂຶ້ນ, ສາມາດບັນຈຸຕຽງໄດ້ 15-20 ຕຽງ, ຫ້ອງມໍລະສຸມ ສາມາດບັນຈຸໄດ້ 14-20 ຕຽງ, ສ່ວນຫ້ອງສຸກເສີນປະກອບດ້ວຍ 8 ຫ້ອງ ເຊິ່ງແຕ່ລະຫ້ອງປະກອບດ້ວຍເຄື່ອງອຳນວຍຄວາມສະດວກຄົບຊຸດ ເຊັ່ນ: ລະບົບທຳຄວາມເຢັນ, ລະບົບລະບາຍອາກາດ, ລະບົບນໍ້າອຸ່ນ, ຝາທຸກຫ້ອງຕິດຕັ້ງກາໂຣເຊຣາມິກທີ່ຊ່ວຍປ້ອງກັນການຕິດເຊື້ອ ແລະ ການເກີດເຊື້ອເຫັດ ແລະ ອື່ນໆ. ສ່ວນຫ້ອງມໍລະສຸມປະກອບມີ 7 ຫ້ອງ, ແຕ່ລະຫ້ອງປະກອບດ້ວຍ ເຄື່ອງອຳນວຍຄວາມສະດວກຄົບຊຸດ, ປັດຈຸບັນຫ້ອງມໍລະສຸມ, ມີບຸກຄະລາກອນທາງດ້ານການແພດຄົບຊຸດ.
ໂອກາດນີ້, ທ່ານບຸນໂຈມ ອຸບົນປະເສີດ ຍັງໄດ້ມອບ ຕຽງນອນສຳລັບຫ້ອງສຸກເສີນ ແລະ ມໍລະສຸມ 20 ໜ່ວຍ, ຕຽງນອນນໍາສົ່ງຄົນເຈັບ 6 ໜ່ວຍ ແລະ ລໍ້ພະຍາບານບໍລິການວິຊາການ 2 ໜ່ວຍ ລວມມູນຄ່າ 380 ລ້ານກວ່າກີບ.