ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດນໍາໃຊ້ເຟສບຸກຂອງສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ

Mar 6, 2024

ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ (ສປມດ) ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບມູນນິທິເອເຊຍ ປະຈຳລາວ ຈັດພິທີເປີດນໍາໃຊ້ເຟສບຸກຂອງສູນດັ່ງກ່າວ ໃນວັນທີ 5 ມີນານີ້ ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານາ ສູນກາງ ສະຫະພັນແມ່ຍິງລາວ (ສສຍລ), ທ່ານ ທອດ ວໍເຊວ ຜູ້ຕາງໜ້າມູນນິທິເອເຊຍ ປະຈຳ ລາວ, ມີສະຫະພັນແມ່ຍິງບັນດາກະຊວງ-ອົງການ-ນະຄອນຫຼວງ ວຽງຈັນ, ມີອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນກ່ຽວເຂົ້າຮ່ວມ.
ການເປີດນໍາໃຊ້ເຟສບຸກຂອງສູນດັ່ງກ່າວ ເພື່ອໃຫ້ເປັນອີກ ໜຶ່ງຊ່ອງທາງໃນຍຸກແຫ່ງການສື່ສານທີ່ທັນສະໄໝໃຫ້ສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານກ່ຽວກັບສະກັດກັ້ນ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ການຄ້າມະນຸດ ລວມທັງວິທີການໃນການປ້ອງກັນ, ການປົກປ້ອງ ແລະ ຊ່ວຍເຫຼືອໃນກໍລະນີຫາກຕົກຢູ່ໃນສະພາບອັນຕະລາຍ, ທັງເປັນການໂຄສະນາປູກຈິດສຳ ນຶກ ກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ກໍຄືການຄ້າມະນຸດ ໃຫ້ແກ່ແມ່ຍິງບັນດາເຜົ່າ, ບັນດາຊັ້ນຄົນ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ສູງຂຶ້ນເທື່ອລະກ້າວ, ເພື່ອປະກອບສ່ວນເຂົ້າໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນກຸ່ມແມ່ຍິງ.
ບັນຫາສໍາຄັນໄດ້ປະຕິບັດພາລະບົດບາດໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ ທີ່ມີບັນ ຫາໃນສັງຄົມໃຫ້ປະກົດຜົນເປັນຈິງ ແລະ ສາມາດປົກປ້ອງ, ໃຫ້ ການຊ່ວຍເຫຼືອກອບກູ້ເອົາຊີວິດ, ກຽດສັກສີຄວາມເປັນມະນຸດຄືນມາໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ຜູ້ມີບັນຫາ. ເວົ້າລວມ, ຜູ້ຖືກເຄາະຮ້າຍ, ເວົ້າສະເພາະຕາມພາລະບົດບາດ, ສິດໜ້າທີ່ ແລະ ເງື່ອນໄຂຕົວຈິງຂອງ ສປມດ.