ພິທີມອບ-ຮັບ ແລະ ເປີດນຳໃຊ້ ໂຄງການປັບປຸງເສັ້ນທາງ ແລະ ສິ່ງອຳນວຍຄວາມສະ ດວກພາຍໃນສະຖານທີ່ທ່ອງທ່ຽວເຂດອ່າງນ້ຳງື່ມ 1 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 3 ທັນວາ 2024 ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ມີຮອງເຈົ້າ ແຂວງ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນທີ່ກຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ຮູ້ວ່າ: ການປັບປຸງໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ຢູ່ໜ້າເຂື່ອນນໍ້າງື່ມ ໃນຄັ້ງນີ້, ແນໃສ່ ເຮັດໃຫ້ສະຖານທີ່ແຫ່ງນີ້ໄດ້ມີໂສມໜ້າອັນໃໝ່, ກາຍເປັນສະຖານທີ່ ພັກຜ່ອນທາງທໍາມະຊາດ ທີ່ໂດດເດັ່ນອີກແຫ່ງໜຶ່ງຢູ່ທາງພາກກາງຂອງ ສປປ ລາວ, ໃຫ້ນັກທ່ອງທ່ຽວໄດ້ມາສໍາຜັດ ກັບຄວາມສວຍງາມຂອງທໍາມະຊາດ ຄຽງຄູ່ກັບການອະນຸລັກຊີວະນາໆພັນ ແລະ ການຄຸ້ມຄອງແຫລ່ງນໍໍ້າໃຫ້ມີຄວາມຍືນຍົງ, ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ດ້ວຍຮູບແບບການບໍລິ ຫານ-ຄຸ້ມຄອງ, ການຈັດສັນພື້ນທີ່ ແລະ ການຈັດຕັ້ງປະຕິບັດລະບຽບການຮ່ວມກັນ ລະຫວ່າງ ພາກລັດ-ພາກທຸລະກິດ ແລະ ປະຊາຊົນທ້ອງຖິ່ນ. ພ້ອມນີ້, ຊຸມຊົນທ້ອງຖິ່ນ ຈະສືບຕໍ່ໄດ້ຮັບຜົນປະໂຫຍດຈາກການທ່ອງທ່ຽວຢູ່ໃນຂອບເຂດ ແລະ ບໍລິເວນອ້ອມຮອບອ່າງນ້າງື່ມ 1, ທັງຊຸກຍູ້ການເຕີບໂຕດ້ານເສດຖະກິດ, ສ້າງວຽກເຮັດງານທຳ ແລະ ດຶງດູດການລົງທຶນຕື່ມອີກ.
ກະຊວງ ຖວທ ຍັງຈະສືບຕໍ່ຮ່ວມກັບອົງການປົກຄອງແຂວງວຽງຈັນ ໃນການບໍລິຫານຄຸ້ມຄອງສະຖານທີ່ທ່ອງທຽວແຫ່ງນີ້ ໂດຍການເປີດໂອກາດໃຫ້ພາກທຸລະກິດ ທີ່ມີຄວາມຊຳນິຊຳນານ ແລະ ມີປະສົບການໃນການພັດທະນາ, ບໍລິຫານ ແລະ ຄຸ້ມຄອງສະຖານທີ່ທ່ອງທ່ຽວ ເຂົ້າມາມີສ່ວນຮ່ວມກັບພາກລັດ ແລະ ປະຊາຊົນທ້ອງຖິ່ນ ໃນການບໍລິຫານ-ຄຸ້ມຄອງຢ່າງເປັນລະບົບ ແລະ ໃຫ້ເປັນຕົວແບບຂອງ ສປປ ລາວ. ພ້ອມນີ້, ຍັງຈະສືບຕໍ່ໃຫ້ການໜັບສະໜູນ ການຍົກລະດັບຂີດຄວາມສາມາດ ໃນການບໍລິການ ໃຫ້ແກ່ພາກລັດ-ທຸລະກິດ ແລະ ປະຊາຊົນທ້ອງຖິ່ນ ໃນເຂດເປົ້າໝາຍຂອງໂຄງການ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມຍືນຍົງ.
ພາບ-ຂ່າວ: ຂປລ







