ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດນໍາໃຊ້ເສັ້ນທາງ R11 ເຊື່ອມຕໍ່ ໄທ-ລາວ

Mar 18, 2025

ວັນທີ 14 ມີນາ 2025, ຢູ່ປະເທດໄທ ໄດ້ມີການເປີດເສັ້ນທາງສາຍໃໝ່ ໄທ-ລາວ ເຊິ່ງເປັນເສັ້ນທາງເສດຖະກິດ ມິດຕະພາບຈາກພາກເໜືອປະເທດໄທ ເຖິງນະຄອນຫຼວງວຽງຈັນ ສາມາດຫຼຸດໄລຍະທາງ 200 ກິໂລແມັດ ແລະ ປະຢັດເວລາລົງໄດ້ 3 ຊົ່ວ ໂມງ.
ເສັ້ນທາງດັ່ງກ່າວ ເປັນເສັ້ນທາງ ເລກທີ 11 ຫຼື R11 ເປັນເສັ້ນທາງສໍາຄັນທີ່ເຊື່ອມຕໍ່ໄທ-ລາວ. ຖືກອອກແບບ ເປັນ 2 ຊ່ອງທາງຈະລາຈອນຕາມມາດຕະຖານທາງຫຼວງອາຊຽນ ເລີ່ມຈາກແຂວງຊຽງໃໝ່, ລໍາພູນ, ລໍາປາງ, ແພ່ຣ, ອຸຕະຣະດິດ ກ່ອນຈະຂ້າມດ່ານພູດູ່ (ຊາຍແດນແຂວງອຸຕະຣະດິດ) ແລະ ຜ່ານເຂົ້າເສັ້ນທາງ ເມືອງປາກລາຍ ແຂວງໄຊຍະບູລີ, ເຂົ້າເມືອງສັງທອງ ແລະ ເຊື່ອມຈອດໃສ່ ນະຄອນຫຼວງວຽງຈັນ, ລວມໄລຍະທາງໃນປະເທດໄທ 391 ກິໂລແມັດ ແລະ ໄລຍະ 238 ກິໂລແມັດ ໃນປະ ເທດລາວ.
ແຕ່ກ່ອນການເດີນທາງຈາກຊຽງໃໝ່ ຫານະຄອນຫຼວງວຽງຈັນ ຕ້ອງໄດ້ອອກໄປທາງດ່ານໜອງຄາຍ ໄລຍະທາງ 863 ກິໂລແມັດ ໃຊ້ເວລາ 14 ຊົ່ວໂມງ. ປະຈຸບັນ ຈະໃຊ້ໄລຍະທາງ 629 ກິໂລແມັດ ແລະ ໃຊ້ເວລາພຽງ 10-11 ຊົ່ວໂມງ ເທົ່ານັ້ນ ແລະ ເປັນການແລ່ນໃນທາງພຽງທີ່ບໍ່ມີຂຶ້ນພູ ເຮັດໃຫ້ໄປມາໄດ້ຢ່າງສະດວກສະບາຍ.
ເສັ້ນທາງນີ້ ນອກຈາກຈະປະຢັດເວລາແລ້ວ ຍັງມີບົດບາດສໍາຄັນຂັບເຄື່ອນເສດຖະກິດ ແລະ ການພັດທະນາຂອງສອງປະເທດ.