ພິທີເປີດນໍາໃຊ້ ສະຖານີເຄືອຂ່າຍຕິດຕາມແມ່ນໍ້າແບບລວມສູນແຫ່ງໃໝ່ ຈັດຂຶ້ນໃນວັນທີ 15 ພະຈິກ 2024 ຢູ່ທີ່ວັດບ້ານວັດໄຊ ເມືອງຈຳປາສັກ ແຂວງຈຳາສັກ ໂດຍເປັນກຽດຮ່ວມຂອງທ່ານ ຈັນທະເນດ ບົວລະພາ ຮອງລັດຖະ ມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ, ພ້ອມດ້ວຍ ແຂກພາຍໃນ ແລະ ຕ່າງປະເທດ ທີ່ໃຫ້ທຶນສະໜັບ ສະໜູນໂຄງການກໍ່ສ້າງ ແລະ ພາກສ່ວນກ່ຽວຂ້ອງ.
ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວເປີດນໍາໃຊ້ ສະຖານີເຄືອຂ່າຍຕິດຕາມແມ່ນໍ້າແບບລວມສູນແຫ່ງໃໝ່ ຢ່າງເປັນທາງການ ໂດຍກ່າວວ່າ: ສະຖານີເຄືອຂ່າຍຕິດຕາມແມ່ ນໍ້າແບບລວມສູນແຫ່ງໃໝ່ ທີ່ສະຖານີ ບ້ານວັດໄຊ , ເມືອງຈໍາປາສັກ, ແຂວງຈໍາປາ ສັກ ແມ່ນການຈັດຕັ້ງປະຕິບັດໂຄງການ ແລະ ກິດຈະກຳຕ່າງໆ ພາຍໃຕ້ກອບການຮ່ວມມືຂອງຄະນະກຳມາທິການແມ່ນໍ້າຂອງສາກົນໃນຕະຫຼອດໄລຍະ ຫລາຍໆປີຜ່ານມາ.
ການຈັດຕັ້ງປະຕິບັດເຄືອຂ່າຍຕິດຕາມແມ່ນໍ້າແບບລວມສູນ ຖືເປັນວຽກງານໜື່ງທີ່ສໍາຄັນຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ເພື່ອຊ່ວຍຕິດຕາມສະພາບອຸທົກກະສາດ, ປະລິມານນໍ້າ, ຕະກອນ, ຄຸນະພາບນໍ້າ, ສຸຂະພາບດ້ານນິເວດວິທະຍາ ໃນອ່າງແມ່ນໍ້າຂອງຕອນລຸ່ມ ຮັບປະກັນດ້ານຂໍ້ມູນທີ່ມີຄຸນະພາບ ແລະ ການດຳເນີນງານທີ່ຍືນຍົງ ໂດຍສະເພາະ ການສ້າງລະບົບຕິດຕາມທີ່ທັນສະໄໝ ແລະ ການສ້າງຄວາມສາມາດໃຫ້ພະນັກງານວິຊາການທັງສູນກາງ ແລະ ທ້ອງຖິ່ນພາຍໃນປະເທດສະມາຊິກສາມາດເປັນເຈົ້າຕົນເອງດ້ານເຕັກນິກວິຊາການ.
ຂໍ້ມູນຈາກເຄືອຂ່າຍດັ່ງກ່າວໄດ້ປະກອບສ່ວນສໍາຄັນໃນການຕິດຕາມສະພາບນໍ້າ ແລະ ສິ່ງແວດລ້ອມໃນອ່າງແມ່ນໍ້າຂອງທີ່ດຳເນີນຢ່າງເປັນປະຈໍາ ແລະ ຕໍ່ເນື່ອງ ລວມທັງ ສະໜັບສະໜູນການປະເມີນສະພາບອ່າງຮັບນໍ້າທຸກໆ 05 ປີ ເຊີ່ງປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດພັດທະນາອ່າງແມ່ນໍ້າຂອງ ສົກປີ 2025-2030 ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສົກປີ 2021-2025. ການຕິດຕາມສະພາບນໍ້າ ແລະ ສິ່ງແວດລ້ອມໃນກອບການຮ່ວມມືແມ່ນໍ້າຂອງຖືວ່າ ມີການລີ່ເລີ່ມຫຼາຍກວ່າ 10 ປີຜ່ານມາແລ້ວ ເຊີ່ງຜ່ານການຕິດຕາມກວດກາ ແລະ ປະເມີນ ຈົນກາຍມາເປັນເຄືອຂ່າຍຕິດຕາມແມ່ນໍ້າແບບລວມສູນ ໃນປະຈຸບັນ ໂດຍການສະໜັບສະໜູນຈາກລັດຖະບານຝຣັ່ງ, ຍີ່ປຸ່ນ ແລະ ເຢຍລະມັນ ແລະ ບັນດາຄູ່ຮ່ວມງານຕ່າງໆ.
ນອກຈາກນີ້, ບັນດາສະຖານີດັ່ງກ່າວຈະໄດ້ຖືກຍົກລະດັບໃຫ້ທັນສະໄໝກວ່າເກົ່າ ໂດຍການນໍາໃຊ້ລະບົບກ້ອງວົງຈອນປິດໃນການຊ່ວຍຕິດຕາມສະພາບນໍ້າ ເຊີ່ງສະ ໜັບສະໜູນໂດຍ ລັດຖະບານ ລາຊະອານາຈັກ ອັງກິດ.
ສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ພາຍໃຕ້ເຄືອຂ່າຍດັ່ງກ່າວ ປະກອບມີ 62 ສະຖານີ ທົ່ວອ່າງແມ່ນໍ້າຂອງຕອນລຸ່ມ. ໃນນັ້ນ 11 ສະຖານີ ໄດ້ຮັບການປັບປຸງ ແລະ ສ້າງຂຶ້ນໃໝ່ໃນຕົ້ນປີ 2024. ສຳລັບ ສປປ ລາວ, ປະຈຸບັນ ມີຢູ່ 22 ສະຖານີ ແລະ 05 ສະຖານີ ແມ່ນໄດ້ຮັບການສ້າງຂຶ້ນໃໝ່ວ່າງບໍ່ດົນຜ່ານມາ. ນອກຈາກນີ້, ສະຖານີຕິດຕາມ ຄຸນະພາບນໍ້າທົ່ວອ່າງແມ່ນໍ້າຂອງ ມີຢູ່ 45 ສະຖານີ ເຊີ່ງເປັນລະບົບ ອັດຕະ ໂນມັດ 13 ສະຖານີ. ໃນນັ້ນ ຢູ່ ສປປ ລາວປະກອບມີ 13 ສະຖານີ, 05 ສະຖານີເປັນລະບົບອັດຕະໂນມັດ ເຊີ່ງແຕ່ລະສະຖານີດັ່ງກ່າວນັ້ນ ລ້ວນແຕ່ເປັນລະບົບອັດຕະໂນ ມັດໂດຍຈະສົ່ງຂໍ້ມູນລະດັບນໍ້າ ແລະ ປະລິມານນໍ້າຝົນ ແລະ ຕົວຊີ້ວັດດ້ານຄຸນະພາບນໍ້າຕາມເວລາໃກ້ຕົວຈິງ ໃນທຸກໆ 15 ນາທີ ເຂົ້າຫາລະບົບຖານຂໍ້ມູນສູນກາງ ທີ່ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ຂະແໜງການທີ່ກ່ຽວຂ້ອງຂອງບັນດາປະເທດສະມາຊິກແມ່ນໍ້າຂອງສາກົນ.
ເກດສະໜາ ແກ້ວສຸວັນນະແສງ






