ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດນໍາໃຊ້ ສະໜາມກິລາ ຍິງປືນລາວ ເລກ 9

Dec 24, 2024

ບໍລິສັດ ສະໜາມກິລາຍິງປືນລາວ ເລກ 9 ຈໍາກັດ ຜູ້ດຽວ, ໃນນາມ ຄູ່ຮ່ວມມື ກັບກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ເປີດນໍາໃຊ້ສະໜາມກິລາ ຍິງປືນລາວ ເລກ 9 ໃນວັນທີ 22 ທັນວາ ຜ່ານມາ, ໃຫ້ກຽດເຂົ້າຮ່ວມມີທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ປະທານປ້ອງກັນຊາດ–ປ້ອງກັນຄວາມສະຫງົບແຂວງ, ທ່ານ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ ເສນາທິການ ກອງທັບ ກະຊວງປ້ອງກັນປະເທດ, ທ່ານ ເວີຍກ່ວນຊ່ຽວ ຮອງອຳນວຍການ ບໍລິສັດ ສະໜາມ ກິລາ ຍິງປືນລາວ ເລກ 9 ຈໍາກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັນໂທ ຂີງຄໍາ ກູໂພຄໍາ ຄະນະປະສານງານ ໂຄງການ ຕາງໜ້າໃຫ້ບໍລິສັດ ສະໜາມກິລາ ຍິງປືນລາວ ເລກ 9 ຈໍາກັດ ຜູ້ດຽວ ໃນນາມ ຄູ່ຮ່ວມມື ກັບ ກອງບັນຊາການທະຫານແຂວງ ຕາມທິດຊີ້ນຳ ຂອງກະຊວງ ປ້ອງກັນປະເທດ ອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ວ່າດ້ວຍການຕົກລົງ ເຫັນດີ ໃຫ້ບໍລິສັດຈິ່ງເພີ່ງຫ່ວງ ແກັດເຈ້ຍຫຸ້ມຫໍ່ ລາວ ດຳເນີນການກໍ່ສ້າງ ສະໜາມ ກິລາ ຍິງປືນ ແບບໃນຮົ່ມຂອງແຂວງຫຼວງນໍ້າທາ ທີ່ຂອບເຂດ ບ້ານ ຕີນຕົກ, ເມືອງຫຼວງນໍ້າທາ, ສະບັບ ເລກທີ 114/ກປທ, ລົງວັນທີ26/01/2022, ບົດວິພາກ ເສດຖະກິດ ວ່າດ້ວຍໂຄງການ ກໍ່ສ້າງສະໜາມກິລາຍິງປືນລາວ ເລກ 9 ຮ່ວມມື ລະຫວ່າງ ກອງບັນຊາການທະຫານແຂວງຫຼວງນ້ຳທາ ກັບ ບໍລິສັດ ສະໜາມ ກິລາຍິງປືນລາວ ເລກ 9 ຈໍາກັດຜູ້ດຽວ ແລະ ສັນຍາວ່າດ້ວຍໂຄງການກໍ່ສ້າງ ສະໜາມກິລາ ຍິງປືນໃນຮົ່ມຂອງບໍລິສັດ ສະໜາມກິລາຍິງປືນລາວ ເລກ 9 ຈໍາກັດ ຜູ້ດຽວ ລະຫວ່າງ ອົງການປົກຄອງແຂວງ ຫຼວງນໍ້າທາ ຕາງໜ້າໂດຍ ພະແນກແຜນການ ແລະ ການລົງທຶນແຂວງ ຫຼວງນ້ຳທາ ກັບ ບໍລິສັດ ສະໜາມ ກິລາຍິງປືນລາວ ເລກ 9 ຈໍາກັດ ຜູ້ດຽວ, ສະບັບເລກທີ 13/ຜທ.ນທ, ລົງວັນທີ 14 ກຸມພາ 2023.
ໂຄງການກໍ່ສ້າງສະໜາມກິລາ ຍິງປືນດັ່ງກ່າວ ສ້າງຂຶ້ນເພື່ອອຳນວຍຄວາມສະດວກໃຫ້ແກ່ ວົງການກິລາຍິງປືນ ຂອງແຂວງ ແລະ ເປັນການດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີພອນສະຫວັນໃນດ້ານ ວົງການກິລາຍິງປືນ ເຂົ້າມາບໍລິການ ຢູ່ສະຖານທີ່ດັ່ງກ່າວ, ຊຶ່ງເປັນການສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການອົບຮົມ, ຫັດແອບ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃນການຍິງລູກປືນແທ້ ແລະ ຈັດງານແຂ່ງຂັນກິລາຍິງປືນ, ເພື່ອຫຼີກເວັ້ນ ບັນຫາປະກົດການ ຫຍໍ້ທໍ້ໃນສັງຄົມ, ຊຶ່ງໂຄງການດັ່ງກ່າວເລີ້ມລົງມືກໍ່ສ້າງມາແຕ່ ເດືອນມີນາ 2023 ປະກອບມີ 9 ຫ້ອງຍິງ ໂດຍນຳໃຊ້ທຶນເອກະຊົນ 100%. ໂດຍນໍາໃຊ້ປືນສັ້ນ K-59, ປືນແວ່ງຍາວ – ສັ້ນ, ປືນເຫຼັກຍາວ AK ແລະ ປືນລົມ. ການຍິງມີ 2 ໄລຍະຄື: 25 ແມັດ ແລະ 100ແມັດ ໂດຍນຳໃຊ້ທຶນເອກະຊົນ 100%
ໂອກາດນີ້, ບັນດາການນໍາທີ່ເຂົ້າຮ່ວມໄດ້ຮ່ວມກັນຕັດແຖບຜ້າ ເພື່ອເປີດນໍາໃຊ້ສະໜາມກິລາ ຍິງປືນລາວ ເລກ 9 ຢ່າງເປັນທາງການ.
ຂ່າວ: ແກ້ວ ກ໋ວາງ