ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດບໍລິການກວດຕາ, ຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ

Oct 15, 2024

ສູນປິ່ນປົວ ແລະຮັກສາສຸຂະພາບຕາ ທົ່ງປົ່ງ ນະຄອນຫຼວງວຽງຈັນ ຈະເລີ່ມມີການບໍລິການກວດຕາ, ແຈກແວ່ນຕາ (ສຳລັບຜູ້ສູງອາຍຸ) ແລະຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ ໃນວັນ ທີ 16 ຕຸລາ 2024 ນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຍຕາໂລກ ຄົບຮອບ 22 ປີ (12 ຕຸລາ 2002-12 ຕຸລາ 2024).
ພະຍາດສາຍຕາຂຸ້ນ (ແກ່ນຕາຂຸ້ນ) ຈະມີອາການເປັນໄປຢ່າງຊ້າໆບໍ່ເຈັບປວດ ແລະເຮັດໃຫ້ສາຍຕາໃນການເບິ່ງເຫັນເລີ່ມຫຼຸດລົງ. ແກ່ນຕາຂຸ້ນ ຍັງເກີດຈາກສະພາບແກ່ນຕາມີການປ່ຽນແປງ ແລະຍັງເປັນສາເຫດເຮັດໃຫ້ຄົນຕາບອດໄດ້ ຖ້າບໍ່ໄດ້ຮັບການປິ່ນປົວດ້ວຍວິທີຜ່າຕັດ ແລະໃສ່ແກ່ນຕາທຽມ, ແຕ່ຖ້າໄດ້ຮັບການຜ່າຕັດປິ່ນປົວໃຫ້ຖືກວິທີກໍຈະຫາຍດີໄດ້.
ສໍາລັບ, ປັດໄຈທີ່ພາໃຫ້ເປັນພະຍາດແກ່ນຕາຂຸ້ນຄືມີພະຍາດເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນແກ່ນຕາຂຸ້ນ, ການໃກ້ຊິດກັບຄວັນໄຟຫຼາຍເກີນໄປ, ການສຳຜັດກັບແສງແດດທີ່ກ້າ, ບໍ່ໃສ່ແວ່ນປ້ອງກັນ ແລະອື່ນໆ.
ທີ່ມາ: ວຽງຈັນທາມ
May be an image of 2 people, eyeglasses, hospital and text