ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດບໍລິສັດຕະຫລາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ

Oct 31, 2024

ພິທີເປີດບໍລິສັດຕະຫລາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ (ຕລຕ) ຢ່າງເປັນທາງການຈັດຂຶ້ນໃນວັນທີ 30 ຕຸລາ 2024 ໂດຍການໃຫ້ກຽດເຂົ້າ ຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ນາງ ວັດທະນາດາ ລາລອຍ, ຮັກສາການຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ພ້ອມດ້ວຍບັນ ດາແຂກຮັບເຊີນ, ອົງການຈັດຕັ້ງສາກົນ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າກົມນະໂຍບາຍເງິນຕາ, ທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານຄວາມເປັນມາໃນການສ້າງຕັ້ງ ບໍລິສັດ ຕະ ຫລາດແລກປ່ຽນເງິນຕາຕ່າງປະເທດ ລາວ ຈຳກັດ ຫລື Lao Foreign Exchange Company Limited Co.,Ltd, (LFX) ມີສໍານັກງານຕັ້ງຢູ່ ຊັ້ນ 6 ຕຶກຕະຫລາດຫລັກຊັບລາວ, ຕລຕ ເປັນສະຖາບັນການເງິນໜຶ່ງ ທີ່ເຄື່ອນໄຫວພາຍໃຕ້ການຄຸ້ມ ຄອງຂອງ ທຫລ ທີ່ມີການຮ່ວມທຶນກັນລະຫວ່າງ ລັດຖະບານ ແລະ ບັນດາທະນາ ຄານທຸລະກິດ (ທທກ) ຈໍານວນ 11 ແຫ່ງ (BCEL, APB, ST, BIC, JDB, LVB, LDB, IB, BFL, PSVB, MJBL).
ຈຸດປະສົງ ເພື່ອຊຸກຍູ້ໃຫ້ການເຄື່ອນໄຫວແລກປ່ຽນເງິນຕານອກລະບົບ ຫັນເຂົ້າມາໃນລະບົບຕະຫລາດແລກ ປ່ຽນເງິນຕາຢ່າງເປັນທາງການ, ເປັນບ່ອນດັດສົມເງິນຕາຕ່າງປະເທດລະຫວ່າງກັນໃນສັງຄົມ ເພື່ອໃຫ້ເກີດຄວາມສົມດຸນທາງດ້ານເງິນ ຕາ. ພ້ອມນີ້, ຍັງເປັນເຄື່ອງມືສໍາຄັນໃຫ້ ທຫລ ສາມາດເກັບກໍາຂໍ້ມູນທີ່ແທ້ຈິງກ່ຽວ ກັບການສະໜອງ ແລະ ຄວາມຕ້ອງການເງິນຕາຕ່າງປະເທດ, ທັງເປັນບ່ອນດັດປັບອັດຕາແລກປ່ຽນທົ່ວລະບົບໃຫ້ຄ່ອງຕົວ ແລະ ປິດຂອບສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫລາດນອກລະບົບ.
ການດໍາເນີນງານໃນບໍລິສັດດັ່ງກ່າວ ແມ່ນໄດ້ອະນຸຍາດໃຫ້ບຸກຄົນ ແລະ ນິຕິບຸກຄົນ ເຂົ້າມາແລກປ່ຽນຊື້-ຂາຍ ເງິນຕາຕ່າງປະເທດ ໃນຮູບແບບອອນລາຍຜ່ານຊ່ອງທາງ ແອບພິເຄຊັນທາງມືຖືຜ່ານລະບົບ Mobile Banking ຫລື ຜ່ານເວບ ບຣາວເຊີທາງຄອມພິວເຕີ Internet Banking ໃນ 3 ສະກຸນເງິນ ຄື: ເງິນໂດລາ, ເງິນບາດ ແລະ ເງິນຢວນ. ໃນປັດຈຸບັນ, ສາມາດໃຊ້ບໍລິການຜ່ານແອບພິເຄຊັນຂອງທະນາຄານທຸລະກິດຈໍານວນ 7 ແຫ່ງ ແລະ ຈະຂະຫຍາຍການບໍລິການໃຫ້ໄດ້ທຸກທະ ນາຄານໃນອະນາຄົດ. ມາຮອດປັດຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກໃບທະບຽນວິສາຫະກິດ ສະບັບເລກທີ 4016/ຈທວ,ລົງວັນທີ 22 ຕຸລາ 2024 ແລະ ໜັງສືແຈ້ງຕອບເຫັນດີ ໃນການດໍາເນີນທຸລະກິດ ບໍລິສັດ ຕະຫລາດແລກປ່ຽນເງິນ ຕາຕ່າງປະເທດລາວ ຈຳກັດ ສະບັບເລກທີ 1199/ກນງ, ລົງວັນທີ 29 ຕຸລາ 2024.
ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທຫລ ໄດ້ມີຄໍາເຫັນໃນພິທີ ໂດຍເນັ້ນເຖິງຄວາມຈຳເປັນ ແລະ ຄວາມສຳຄັນໃນການສ້າງຕັ້ງຕະຫລາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ ໃນການປະກອບສ່ວນຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງລາວໃຫ້ນັບມື້ດີຂຶ້ນກວ່າເກົາ.