ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດປະຕິບັດການສະເພາະກິດໃນການແກ້ໄຂສະກັດກັ້ນບັນຫາກ່ຽວກັບທາງລົດໄຟ ລາວ-ຈີນ”

Nov 6, 2024

ພິທີເປີດປະຕິບັດການສະເພາະກິດ ໃນການແກ້ໄຂສະກັດກັ້ນບັນຫາກ່ຽວກັບທາງລົດໄຟ ລາວ-ຈີນ ລະຫວ່າງ ກະຊວງປ້ອງ ກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະ ຫງົບ ສປ ຈີນ ຈັດຂຶ້ນໃນວັນທີ 1 ພະ ຈິກ 2024, ເຊິ່ງສອງຝ່າຍໄດ້ມີການດຳເນີນກອງປະຊຸມຮ່ວມກັນ ຜ່ານຮູບແບບກອງປະຊຸມທາງໄກ (video conference), ຝ່າຍ ສປປ ລາວ ນໍາໂດຍ ທ່ານ ພົນຈັດ ຕະວາ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຜູ້ຊີ້ນຳວຽກງານຕຳຫຼວດລົດໄຟ, ຝ່າຍ ສປ ຈີນ ນໍາໂດຍ ທ່ານ ພົນຕີ ຈາງ ຈາຍ ຈົງ ຫົວໜ້າກົມຕຳຫຼວດລົດໄຟຄຸນໝິງ ສປ ຈີນ ພ້ອມດ້ວຍແຂກ ແລະ ຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.
ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດລົດ ໄຟ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາວ ໄດ້ລາຍງານສະພາບກ່ຽວກັບວຽກງານຮັກສາຄວາມປອດໄພທາງລົດໄຟ ລາວ-ຈີນ ໃນໄລຍະຜ່ານມາ, ສະພາບຫຍໍ້ທໍ້ທີ່ເກີດຂຶ້ນຢູ່ທາງລົດໄຟ ລາວ- ຈີນ ແຕ່ວັນທີ 1 ມັງກອນ ຫາ ວັນທີ 1 ພະຈິກ 2024 ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 18 ເລື່ອງ, ກັກຕົວຜູ້ກະທຳຜິດໄດ້ 5 ຄົນ, ຕ່າງປະເທດ 3 ຄົນ, ແກ້ໄຂສຶກສາອົບຮົມ 10 ຄົນ, ສົ່ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງດໍາເນີນຄະດີ 2 ເລື່ອງ, ມີ 2 ຄົນ ທຽບໃສ່ປີ 2023 ສະພາບຄວາມບໍ່ສະຫງົບເກີດຂຶ້ນຫຼຸດລົງ 55 ເລື່ອງ, ໃນນັ້ນ ມີອາວຸດເສິກໄວ້ຄອບຄອງ 2 ເລື່ອງ, ຢາສູບໄຟຟ້າ 1 ເລື່ອງ, ຜູ້ໂດຍສານຈະນໍາເຄື່ອງເກືອດຫ້າມ ຂຶ້ນຂະບວນລົດໄຟ 1 ເລື່ອງ, ຜູ້ໂດຍສານສູບຢາໃນຂະບວນລົດໄຟ 3 ເລື່ອງ, ນໍາໃຊ້ພັດສະປອດຄົນອື່ນຊື້ປີ້ຂຶ້ນລົດໄຟ 1 ເລື່ອງ, ຢຶດເຄື່ອງຂອງກາງອາວຸດເສິກ (ປືນສັ້ນ) 3 ກະບອກ, ພ້ອມແມັກປືນ 1 ແມັກ, ລູກປືນ 4 ລູກ ແລະ ປືນສັ້ນ (ປືນປະດິດ) 1 ກະບອກ, ສ່ວນເຄື່ອງຂອງກາງໄດ້ມອບໃຫ້ ພະແນກຕຳຫຼວດສືບສວນ-ສອບສວນ ປກສ ນະຄອນຫຼວງ, ແຂວງ, ເມືອງ ເພື່ອດໍາເນີນຕາມຂັ້ນຕອນລະບຽບກົດໝາຍ.
ນອກນັ້ນ, ໃນປີ 2024 ຍັງມີສະພາບທີ່ພົນເດັ່ນເກີດຂຶ້ນ ຄື: ໃນຄັ້ງວັນທີ 2 ມີນາ 2024, ໄດ້ມີຄົນຮ້າຍລັກນ໋ອດຈັບລາງລົດ ໄຟ ຢູ່ເຂດຫຼັກກິໂລແມັດ 115+300 ບ້ານໂພນຊູ ເມືອງວັງວຽງ ແຂວງວຽງຈັນ, ຜົນເສຍຫາຍມີ ນ໋ອດຈັບລາງລົດໄຟ 137 ຊຸດ, ສາມາດມ້າງໄດ້ສໍາເລັດ, ກັກຕົວຜູ້ຖືກຫາໄດ້ 1 ຄົນ, (ປັດຈຸບັນ ປກສ ແຂວງວຽງຈັນ ກຳລັງດໍາເນີນຄະດີ) ແລະ ໃນຄັ້ງວັນທີ 24 ມີນາ 2024 ໄດ້ມີຄົນຮ້າຍລັກສາຍໄຟຟ້າ ຢູ່ເຂດຫຼັກກິໂລແມັດ 80+813 ບ້ານຫີນເຫີບໃຕ້ ເມືອງຫີນເຫີບ ແຂວງວຽງຈັນ, ຜົນ ເສຍຫາຍມີ ສາຍໄຟຟ້າ 8 ເສັ້ນ ຍາວປະມານ 1,10 cm (ປັດຈຸ ບັນ ຍັງບໍ່ສາມາດຈັບຄົນຮ້າຍໄດ້).
ສຳລັບທິດທາງແຜນການໃນຕໍ່ໜ້າ ຈະສຸມໃສ່ຈັດຕັ້ງຜັນ ຂະຫຍາຍແຜນການປ້ອງກັນຄວາມສະຫງົບປອດໄພທາງລົດໄຟ ປີ 2024 ຂອງກະຊວງປ້ອງກັນຄວາມສະຫງົບ ແລະ ທິດທາງແຜນການຂອງກົມໃຫຍ່ຕຳຫຼວດ ໃຫ້ມີປະສິດທິຜົນສູງ, ສຸມໃສ່ຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີ ທີ່ຈະກໍ່ຄວາມບໍ່ສະຫງົບປອດໄພທາງລົດໄຟ ພ້ອມທັງສ້າງແຜນ ການປ້ອງກັນ, ສະກັດກັ້ນ, ຕອບຕ້ານ ແລະ ແກ້ໄຂສະພາບປະກົດ ການຫຍໍ້ທໍ້ທີ່ເກີດຂຶ້ນ ຕາມຂະບວນລົດໄຟພາຍໃນປະເທດ, ຂະ ບວນລົດໄຟຂ້າມແດນ, ສະຖານີ ແລະ ແລວທາງລົດໄຟ ໃຫ້ເຂັ້ມ ງວດ.
ທີ່ມາ: ຄວາມສະຫງົບລາວ