ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດປະຕູສູ່ງານນະມັດສະການ ພຣະທາດສີໂຄດຕະບອງ ປະຈຳປີ 2025

Feb 6, 2025

ເປີດປະຕູສູ່ງານນະມັດສະການ ພຣະທາດສີໂຄດຕະບອງ ປະຈຳປີ 2025
ຂະບວນແຫ່ເຄື່ອງກິຍາບູຊາເປີດປະຕູສູ່ງານນະມັດສະການພຣະທາດສີໂຄດຕະ ບອງ ແລະ ສິ່ງສັກສິດ ປະຈຳປີ ພສ 2567 ໄດ້ຈັດຂຶ້ນໃນວັນທີ 5 ກຸມພາ 2025 ກົງກັບກົງກັບມື້ຂຶ້ນ 8 ຄໍ່າ ເດືອນ 3 ລາວ ທີ່ວັດພຣະທາດສີໂຄດຕະບອງ ເມືອງທ່າແຂກ.
ເລີ່ມຕົ້ນພິທີດ້ວຍການໃຕ້ທຽນສັກກາລະໜ້າຮູບປັ້ນພຣະຍາສີໂຄດຕະບອງໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ຈາກນັ້ນກໍ່ນໍາພາຄະນະແຫ່ຂະບວນສູ່ພຣະທາດ ເພື່ອບູຊາພຣະທາດສີໂຄດຕະບອງ ຫຼື ເປີດປະຕູທາດຖວາຍເຄື່ອງສັກກະລະບູຊາ, ໂອກາດດັ່ງກ່າວເພື່ອຄວາມເປັນສິຣິມຸງຄຸນໃນການເປີດງານ ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍປະທານແນວລາວສ້າງຊາດແຂວງ ແລະ ເຈົ້າເມືອງທ່າແຂກ ໄດ້ພ້ອມກັນຕັດແຖບຜ້າເພື່ອເປີດງານຢ່າງເປັນທາງການ.
ພ້ອມນັ້ນ ທ່ານເຈົ້າແຂວງຄໍາມ່ວນ ໄດ້ນໍາພາແຫ່ເຄື່ອງກິຍາບູຊາອ້ອມພຣະທາດ 3 ຮອບເປັນອັນສໍາເລັດພິທີ. ທັງນີ້ເພື່ອເປັນການອະນຸລັກ, ປົກປັກຮັກສາມູນເຊື້ອວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາ ກໍ່ຄືຂອງປະຊາຊົນບັນດາເຜົ່າຊາວແຂວງຄໍາມ່ວນ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ເຊິ່ງພຣະທາດສີໂຄດຕະບອງເປັນບູຮານສະຖານສໍາຄັນ ແລະ ສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງຊາວແຂວງຄໍາມ່ວນ ແລະ ຊາວພຸດທັງຫຼາຍ; ພຣະທາດສີໂຄດຕະບອງໄດ້ປະກົດຢູ່ໃນຕໍານານອຸຣັງຄະທາດ ແລະ ໃນການສຶກສາດ້ານວິຊາປະຫວັດສາດ ແລະ ບູຮານ, ພຣະທາດສີໂຄດຕະບອງເປັນສູນລວມຈິດໃຈຂອງຊາວແຂວງຄໍາມ່ວນມາຕະຫຼອດຕັ້ງແຕ່ສະໄໝ ພສ 8 ເປັນຕົ້ນມາ. ຕໍ່ມາຈິ່ງໄດ້ສະຖາປະນາເປັນເມືອງກະບອງ, ສີໂຄດ, ສີໂຄດຕະບອງ, ຄໍາມ່ວນ ຕາມລໍາ ດັບຈົນເຖິງທຸກວັນນີ້.
ງານເທດສະການບຸນນະມັດສະການ ພຣະທາດສີໂຄດຕະບອງ ປະຈຳປີ ພສ 2567 ຈັດຂຶ້ນໃນລະຫວ່າງວັນທີ 5-12 ກຸມພາ ເຊິ່ງກິດຈະກຳທີ່ຈະໄດ້ຈັດຂຶ້ນໃນປີນີ້ ປະກອບມີ : ຂະບວນແຫ່ເຄື່ອງກິຍາບູຊາ, ແຫ່ອຸປະຄຸດ, ແຫ່ຜາສາດດອກເຜິ້ງ, ຕົ້ນກາລະພຶກ, ຕັ້ງກອງອັດຖະຈາກພາກສ່ວນລັດ ແລະ ເອກະຊົນ, ມີມະຫໍລະສົບຄົບງັນ, ແຂ່ງ ຂັນກິລາບານເຕະ, ບານສົ່ງ, ການແຂ່ງຂັນກອງແຕ້, ກອງຈິງ, ແຂ່ງຂັນສີລະປະວັດທະນະທໍາ ທີ່ເປັນເອກະລັກຂອງແຂວງຄໍາມ່ວນ, ມີພິທີວຽນທຽນໃນມື້ຂຶ້ນ 15 ຄໍ່າ ແລະ ການຈັດວາງຈໍາໜ່າຍຜະລິດຕະພັນພື້ນເມືອງ, ຜະລິດຕະພັນພາຍໃນແຂວງ , ສິນຄ້າທົ່ວໄປ ແລະ ກິດຈະກຳອື່ນໆ ອີກຫຼາກຫຼາຍ.
Cr: Media Laos