ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດປ້າຍສູນຄົ້ນຄວ້າປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ກະຊວງການຕ່າງປະເທດຈີນແນະນຳສະພາບການທີ່ກ່ຽວຂ້ອງ

Jan 4, 2025

ວັນທີ 3 ມັງກອນນີ້, ທ່ານນາງ ເໝົານີງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ວັນທີ 2 ມັງກອນນີ້, ພິທີເປີດປ້າຍຂອງສູນຄົ້ນຄວ້າປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ຂໍໃຫ້ທ່ານໂຄສົກແນະນຳສະພາບການທີ່ກ່ຽວຂ້ອງຕື່ມອີກໄດ້ບໍ່? ສູນດັ່ງກ່າວຈະເສີມຂະຫຍາຍບົດບາດຄືແນວໃດໃນອະນາຄົດ?
ທ່ານ ນາງເໝົານີງ ກ່າວວ່າ: ການສ້າງປະຊາຄົມຮ່ວມຊາຕາກຳຂອງ ມວນມະນຸດແມ່ນແນວຄິດທີ່ມີຫົວຄິດປະດິດສ້າງທີ່ສຳຄັນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ແມ່ນແນວຄິດແກນກາງຂອງແນວຄິດການຕ່າງປະເທດຂອງທ່ານສີຈິ້ນຜິງ, ແມ່ນຄຳຕອບຂອງຈີນຕໍ່ກັບຄຳຖາມຍຸກສະໄໝຄື “ສ້າງໂລກຄືແບບໃດ, ສ້າງໂລກດ້ວຍວິທີທາງແນວໃດ”. ສູນຄົ້ນຄວ້າປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຈະລົງເລິກດຳເນີນການຄົ້ນຄວ້າທາງວິຊາການ, ການໂຄສະນາແລະການສຶກສາອົບຮົມ, ເພື່ອໃຫ້ການສະໜັບສະໜູນທາງດ້ານທິດສະດີ, ນະໂຍບາຍ, ຄຳພັນລະນາແລະຜູ້ມີຄວາມຮູ້ຄວາມສາມາດ ແກ່ການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ທີ່ມາ: CMG