ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດພິພິຕະພັນຕະພັນຊີວະນາໆພັນ ນໍ້າກັດຢໍລະປາ

Feb 26, 2024

ວັນທີ 24 ກຸມພາ 2024 ທີ່ນໍ້າກັດຢໍລະປາ ໄດ້ມີພິທີເປີດ ພິພິຕະພັນຊີວະນາໆພັນ ນໍ້າກັດຢໍລະປາ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ມີລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີການນຳຂັ້ນສູນກາງ, ຊ່ຽວຊານຄົ້ນຄວ້າ ກ່ຽວກັບຊີວະນາໆພັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງປະຫວັດຄວາມເປັນມາຂອງພິພິຕະພັນຊີວະນາໆພັນ ນໍ້າກັດຢໍລະປາ ຈາກທ່ານ ສົມເພັດ ມ້າວປະເສີດ ປະທານບໍລິສັດ ແຟເຊັດພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ, ກ່ຽວກັບຄວາມເປັນມາຂອງວຽກງານຄົ້ນຄວ້າ ກ່ຽວກັບ ງູ-ສັດເລືອຄານ ແລະ ວຽກງານຄົ້ນຄວ້າກ່ຽວກັບພັນດອກໄມ້ຈາກ ຊ່ຽວຊານ. ເພື່ອເປັນການອານຸລັກຟື້ນຟູທຳມະຊາດ ແລະ ສຶກສາຄົ້ນຄວ້າ ເພື່ອລວບລວມເອົາຊີວະນາໆພັນຢູ່ໃນເຂດອານຸລັກສາຍນໍ້າ ຕິດພັນກັບການທ່ອງທ່ຽວທາງທຳມະຊາດໃນອານາຄົດ ເພື່ອບັນລຸ 3 ເປົ້າໝາຍຕາມແຜນການພັດທະນາຄື:ວຽກງານອານຸລັກ, ຟື້ນຟູຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ສຶກສາຄົ້ນຄວ້າຊີວະນາໆພັນ, ວຽກງານສ້າງວຽກເຮັດງານທໍາ, ສ້າງສີມືແຮງງານໃຫ້ຄົນໃນທ້ອງຖິ່ນ ຕິດພັນກັບການອານຸລັກວັດທະນາທຳ, ຮີດຄອງປະເພນີຂອງຊົນເຜົ່າ ແລະວຽກງານສ້າງຜະລິດຕະພັນ (ກິດຈະກໍາທ່ອງທ່ຽວທຳມະຊາດ ສະຖານທີ່ພັກແຮມ ແລະ ອົງປະກອບການບໍລິການຕ່າງໆທີ່ປິ່ນອ້ອມ, ກິດຈະກຳທ່ອງທ່ຽວວັດທະນາທຳ ຮີດຄອງຂອງຊົນເຜົ່າ ກິດຈະກຳທ່ອງທ່ຽວໃນຮູບແບບສຶກສາ ຄົ້ນຄວ້າ ຊີວະນາໆພັນ), ເຊິ່ງການຄົ້ນຄວ້າ ແລະ ສ້າງພິພິຕະພັນຊີວະນາໆພັນ ເປັນກິດຈະກຳໜຶ່ງໃນການພັດທະນາໂຄງການ ໄດ້ເລີ່ມສຶກສາຄົ້ນຄວ້າແຕ່ປີ 2016, ເປົ້າໝາຍການສຶກສາຄົ້ນຄວ້າ ແລະ ສ້າງພິພິຕະພັນ ກໍ່ເພື່ອສັງລວບລວມເອົາຊີວະນາໆພັນ ທີ່ມີຢູ່ໃນເຂດອານຸລັກອ່າງໂຕ່ງຂອງສາຍນໍ້າກັດ ຕິດພັນກັບການສ້າງຜະລິດຕະພັນການທ່ອງທ່ຽວທາງທຳມະຊາດ. ປັດຈຸບັນສາມາດດຳເນີນການສຶກສາຄົ້ນຄວ້າຊີວະນາໆພັນໄດ້ແລ້ວ 4 ກຸ່ມຄື: ກຸ່ມງູ ແລະ ສັດເລືອຄານ ຈຳນວນ 60 ຊະນິດ, ກຸ່ມແມງກະເບື້ອ ແລະ ແມງໄມ້ ຈໍານວນ 260 ຊະນິດ, ກຸ່ມນົກ 114 ຊະນິດ ແລະ ກຸ່ມດອກໄມ້ປ່າຈໍານວນ 68 ຊະນິດສາຍພັນ.
ໂອກາດນີ້ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ມີຄຳເຫັນ ແລະ ຊີ້ນຳ ໂດຍໄດ້ຍ້ອງຍໍຊົມເຊີຍຕໍ່ຜູ້ພັດທະນາໂຄງການ ແລະ ຊ່ຽວຊານຄົ້ນຄວ້າຊີວະນໆພັນ ຄວາມອຸດົມສົມບູນຂອງຊີວະນາໆພັນໃນປ່າແມ່ນມໍລະດົກທາງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອັນລຳຄ່າຂອງແຂວງອຸດົມໄຊ ກໍ່ຄືຂອງປະເທດເຮົາ ແລະ ຫວັງວ່າການລິເລີ່ມສຶກສາຄົ້ນຄວ້າ ແລະ ສ້າງພິພິຕະພັນ ນໍ້າກັດຢໍລະປາແຫ່ງນີ້ ຈະເປັນໜໍ່ແໜງທີ່ເປັນໂຕແບບໃຫ້ແກ່ການອານຸລັກ ແລະ ຮັກສາມໍລະດົກທາງທຳມະຊາດຂອງປະເທດຊາດເຮົາຕໍ່ໄປໃຫ້ອານາຄົດ.
ໂດຍ: ແສງອາທິດ
Opening of the Museum of Biodiversity in Yoruba
On February 24, 2024 at Namkat Yorlapa, there was an opening ceremony of the Biodiversity Museum Namkat Yorulapa, Oudomxay Province, with the participation of Ms. Bounkham Vorlachit, Minister of Natural Resources and Environment, with the Minister of the Prime Minister’s Office, Mr. Bounkhong Larachiemphone, the governor of Oudomxai Province, with central leadership, research experts on biodiversity and related stakeholders att…

See more

 

Hide original

 

Rate this translation
May be an image of dragonfly