ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດພິພິທະພັນຊີວະນາໆພັນ ນ້ຳປ່ຽນຍໍລະປ່າ

Oct 8, 2024

ພິທີເປີດພິພິທະພັນຊີວະນາໆພັນນ້ຳປ່ຽນຍໍລະປ່າ ຈັດຂຶ້ນໃນວັນທີ 5 ຕຸລານີ້ ທີ່ສະຖານທີ່ທ່ອງທ່ຽວນໍ້າປ່ຽນຍໍລະປ່າ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳແລະ ປ່າໄມ້, ພ້ອມດ້ວຍຮອງລັດຖະມົນຕີ, ຫົວຫນ້າກົມ-ຮອງກົມ, ເຈົ້າເມືອງ, ຮອງເຈົ້າເມືອງອ້ອມຂ້າງເຂົ້າຮ່ວມ.
ທ່ານ ສົມເພັດ ມ້າວປະເສີດ, ປະທານບໍລິສັດ ແຟເຊັດພັດທະນາແຫລ່ງທ່ອງທ່ຽວທຳມະຊາດ ໃຫ້ຮູ້ວ່າ: ພິພິດຕະພັນຊີວະນາໆພັນນ້ຳປ່ຽນຍໍລະປ່າແມ່ນໄດ້ພັດທະນາຕາມຮູບແບບຂອງນໍ້າກັດຢໍລະປ່າ ເຊິ່ງຈະມີການສຶກສາຄົ້ນຄ້ວາຊີວະນາໆ ພັນສະເພາະທີ່ມີຢູ່ໃນພື້ນທີ່ປ່າອະນຸລັກເຮົາເທົ່ານັ້ນ (ຄວາມໝາຍວ່າຊີວະນາໆພັນທີີ່ມີຢູ່ໃນພິພິທະພັນຂອງພວກເຮົາທັງໝົດ ແມ່ນຈະມີໃນປ່າທໍາມະຊາດຂອງອຸທະຍານແຫ່ງຊາດພູເຂົາຄວາຍ) ເຊິ່ງແຕກຕ່າງກັບພິພິທະພັນຊີວະນາໆພັນ ໂດຍລວມ ເຊິ່ງຈະຕ້ອງໄດ້ໄຊ້ເວລາດົນໃນການສຶກສາຄົົ້ນຄ້ວາເຊິ່ງໃນເບື້ອງຕົ້ນເຝໄດ້ແບ່ງກຸ່ມຊີວະນາໆພັນທີ່ຄົ້ນຄ້ວາອອກເປັນ 4 ກຸ່ມຄື: 1.ກຸ່ມງູ ສັດເລືອຄານ ສັດນໍ້າ ແລະ ສັດເຄິ່ງບົກເຄີາງນໍ້າ 2. ກຸ່ມແມງໄມ້ຊະນິດຕ່າງໆ ແລະ ແມງກະເບື້ອ 3. ກຸ່ມນົກ ແລະ ສັດປີກ ແລະ 4. ກຸ່ມດອກກ້ວຍໄມ້ ເຊິ່ງການສຶກສາຄົ້ນຄ້ວາ ພວກເຮົາໄດ້ຮ່ວມມືກັບບັນດານັກຄົ້ນຄ້ວາ ທີ່ສຳນານງານສະເພາະຂອງແຕ່ລະກຸ່ມຊີວະນາໆພັນ ສຳລັບການຄົ້ນຄ້ວາຂອງເຮົາມາຮອດມື້ນີ້ ເປັນພຽງການເລີ່ມຕົ້ນ ເຊິ່ງຍັງຕ້ອງໄດ້ສືບຕໍໍ່ຄົ້ນຄ້ວາໄປເລື້ອຍໆ ເພາະໃນເຂດພູເຂົາຄວາຍຍັງມີຊີວະນາໆພັນທີ່ໜ້າສົນໃຈອີກຫຼາຍຢ່າງ ແລະ ຄາດວ່າຈະໄດ້ພົບຊີວະນາໆພັນທີ່ເປັນສາຍພັນໃໝ່ຄືກັບນໍ້າກັດຢໍລະປ່າ.
ທ່ານ ສົມເພັດ ມ້າວປະເສີດ ນອກຈາກເປົ້າໝາຍທີ່ກໍານົດໄວ້ໃນແຜນແມ່ບົດໃນເບື້ອງຕົ້ນແລ້ວ ນໍ້າປ່ຽນຢໍລະປາຍັງໄດ້ຮ່ວມມືກັບຄູ່ ຮ່ວມມື ເພືີ່ອສ້າງກິດຈະກຳໃໝ່ໃນຂອບເຂດຂອງນໍ້າປຽນຢໍລະປ່າເພີ່ມອີກ 2 ລາຍການຄື: 1. ໄດ້ຮ່ວມມືກັບສູນອະນຸລັກສັດປ່າລາວ ເພືີ່ອສ້າງສູນອະນຸລັກ ແລະ ຊ່ວຍເຫຼືອສັດປ່າຂຶ້ນຢູ່ນໍ້າປຽນຢໍລະປ່າ ແລະ 2. ໄດ້ຮ່ວມມືກັບບໍລິສັດ ເຈໂຄ ເພື່ອສ້າງຟາມກະສິກຳປອດສານຜິດທັນສະໄໝຕິດພັນກັບການທ່ອງທ່ຽວ ໂດຍມີຊື່ວ່າ ເຈໂຄ ນໍ້າປຽນຢໍລະປ່າ ອາກໂຄຣ.
ນໍ້າປຽນຢໍລະປ່າ ໄດ້ຮັບການອະນຸຍາດລົງທຶນຈາກອົງການປົກຄອງນະຄອນຫຼວງວຽງຈັນ ໃນປີ 2018 ແລະ ໄດ້ດຳເນີນການສະຫຼວດອອກແບບ ແລະ ກໍໍ່ສ້າງສຳເລັດໃນຂັ້ນພື້ນຖານທີ່ສາມາດເປີດບໍລິການໄດ້ໃນປີ 2020 ສະຖານທີ່ທ່ອງທ່ຽວທໍາມະຊາດນໍ້າປຽນຢໍລະປ່າ ແມ່ນມີຈຸດປະສົງເປົ້າໝາຍ ເພື່ອພັດທະນາສະຖານທີ່ທ່ອງທ່ຽວທຳມະຊາດແບບອະນຸລັກ ໂດຍໃຫ້ປະຊະຊົນໄດ້ມີສ່ວນຮ່ວມ ເຊິ່ງເປົ້າໝາຍການສ້າງຜະລິດຕະພັນທ່ອງທ່ຽວຕາມແຜນແມ່ບົດທີ່ກຳນົດໄວ້ ປະກອບມີ: ການທ່ອງ ທ່ຽວທຳມະຊາດແບບພະຈົນໄພ, ການທ່ອງທ່ຽວໃນຮູບແບບການພັກຜ່ອນທີ່ຕິດພັນກັບທຳມະຊາດ, ການທ່ອງທ່ຽວຮູບແບບການສຶກສາ-ຄົ້ນຄ້ວາ ແລະ ອະນຸລັກຊີວະນາໆ ພັນ ແລະ ການທ່ອງທ່ຽວຮູບແບບວິຖີຊີວິດຂອງຊົນເຜົ່າ.