ພິທີເປີດສະໂມສອນບານເຕະອາເອັນເອສ ອາຄາເດມີ (RNS Football Cup) ຈັດຂຶ້ນວັນທີ 13 ມີນາ 2024 ຢູ່ຫ້ອງການສະໂມສອນດັ່ງກ່າວ ຕັ້ງຢູ່ບ້ານໜອງດ້ວງເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສົມພອນ ສອນດາ ລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງ ຈັນ (ນວ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນ້ອງນັກກິລາ ເຂົ້າຮ່ວມ.
ທ່ານ ກາລຸນາ ສຸວັນນະເມທີ ປະທານສະໂມສອນ RNS Football Cup ໃຫ້ຮູ້ວ່າ: ແຮງຈູງໃຈໃນການສ້າງ ຕັ້ງສະໂມສອນນີ້ຂຶ້ນມາ ຍ້ອນຕົນເອງມີຄວາມມັກຮັກໃນກິ ລາບານເຕະຕັ້ງແຕ່ຍັງນ້ອຍຈົນມາຮອດປັດຈຸບັນ, ບວກກັບ ຕົນເອງມີຄວາມມັກຮັກເດັກນ້ອຍພິເສດ ກໍຄື ເດັກນ້ອຍທີ່ມີຄວາມມັກຮັກໃນກິລາບານ ເຕະ, ຜູ້ທີ່ຕັ້ງໃຈ ແລະ ໄຝ່ຝັນຢາກພັດທະນາຕົວເອງໃນກິລາດັ່ງ ກ່າວ ຈຶ່ງຕ້ອງການຊຸກຍູ້ເຂົາເຈົ້າບັນລຸຕາມຄວາມຝັນ. ໂດຍມີແຜນການ ແລະ ໄດ້ປະ ສານງານກັບປະເທດໃກ້ຄຽງ ເພື່ອຊຸກຍູ້ສົ່ງເສີມເດັກນ້ອຍຜູ້ທີ່ມີພອນສະຫວັນ ແລະ ຄູເຝິກທີ່ມີຄວາມ ຕັ້ງໃຈ ໃຫ້ໄດ້ຮັບໂອກາດໄປເຝິກອົບຮົມ ແລະ ຮຽນຕໍ່ໃນຫຼັກສູດກິລາບານນເຕະ ໃຫ້ເປັນນັກກິລາ ແລະ ຄູເຝິກທີ່ເປັນມືອາຊີບ.
ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບແຜນການເຄື່ອນໄຫວຂອງສະໂມສອນໃນປີ 2024 ແມ່ນເປີດຮັບສະໝັກນັກກິລາທົ່ວໄປເລີ່ມແຕ່ອາຍຸ 8 ປີ-16 ປີ ແລະ ຄັດເລືອກນັກກິລາທີ່ມີພອນສະຫັວນ ຮຸ່ນອາຍຸບໍ່ເກີນ 10 ແລະ 12 ປີ ( U10 ແລະ U12) ເພື່ອກຽມໄປແຂ່ງຂັນຢູ່ຕ່າງປະເທດ, ເຂົ້າຮ່ວມແຂ່ງຂັນທັງພາຍ ໃນ ແລະ ຕ່າງປະເທດ ເຊັ່ນ: ຈັດແຂ່ງຂັນທົດສອບ, ຄັດເລືອກນັກກິລາກ່ອນໄປແຂ່ງຂັນ 1-2 ຄັ້ງ ເຂົ້າຮ່ວມຊີງຂັນພາຍໃນ 2-3 ລາຍການ ຕາມຄວາມເໝາະສົມ ເຂົ້າຮ່ວມຊີງຂັນເກວເມ້ລາວ ຄັບ 2024 ໃນເດືອນເມສ 2024 ຢູ່ ສປປ ລາວ ໄປແຂ່ງຂັນ ແລະ ແລກປ່ຽນບົດຮຽນຢູ່ປະເທດຣັດເຊຍ ໃນເດືອນພຶດສະ ພາ-ມິຖຸນາ 2024 ໄປແຂ່ງຂັນລາຍການ JS CUP 2024 ຢູ່ ສ ເກົາຫຼີ ເດືອນກໍລະກົດ 2024 ໄປແຂ່ງຂັນລາຍການ PEACE CUP 2024 ໃນເດືອນ ສິງຫາ 2024 ຢູ່ ສປ ຈີນ ໄປຮ່ວມແຂ່ງຂັນລາຍການ TAR ASIA QUALIFIERS ໃນເດືອນທັນວາ 2024 ຢູ່ທີ່ບາງກອກ ປະເທດໄທ ເພື່ອຄັດເລືອກໂຕ ແທນຈາກອາຊີໄປແຂ່ງຂັນຮອບສຸດທ້າຍຢູ່ ເມືອງບາເຊໂລນາ ປະເທດແອັດສະປາຍ ໄປແຂ່ງຂັນມິດຕະພາບ-ແລກປ່ຽນບົດຮຽນຢູ່ສະຫະລັດອາເມຣິກາ ແລະ ປະເທດອື່ນໆ ຕາມການຮັບເຊີນເຂົ້າຮ່ວມ.





