ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດສາຍການບິນຈາກນະຄອນຫລວງປັກກິ່ງ ຫາ ນະຄອນຫລວງວຽງຈັນ

Dec 10, 2024

ສາຍການບິນ China United Airlines ເປີດເສັ້ນທາງການບິນສາກົນຈາກສະໜາມບິນສາກົນຕ້າຊິງ, ນະຄອນຫຼວງປັກກິ່ງ ຫາ ສະໜາມບິນສາກົນວັນໄຕນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 10 ທັນວາ 2024.
ສາຍການບິນ China United Airlines ຈັດຖ້ຽວບິນໄປກັບ 4 ຖ້ຽວລະຫວ່າງເມືອງຕ້າຊິງນະຄອນຫຼວງປັກກິ່ງ ຫາ ນະຄອນຫຼວງວຽງຈັນ ໃນທຸກໆ ວັນຈັນ, ວັນອັງຄານ, ວັນພະຫັດ ແລະ ວັນເສົາ. ຖ້ຽວບິນຂາອອກແມ່ນອອກຈາກສະໜາມບິນສາກົນຕ້າຊິງນະຄອນຫຼວງປັກກິ່ງ ໃນເວລາ 9:45 (ຕາມເວລາປັກກິ່ງ) ແລະ ເຖິງນະຄອນຫຼວງວຽງຈັນ ເວລາ 13:20 (ຕາມເວລາປະເທດລາວ); ຖ້ຽວບິນຂາກັບແມ່ນອອກເວລາ 14:20 ໂມງ ຕາມເວລາປະເທດລາວ, ແລະໄປຮອດສະໜາມບິນສາກົນຕ້າຊິງນະຄອນຫຼວງປັກກິ່ງໃນເວລາ 19:45 ຕາມເວລາປັກກິ່ງ.
ທີ່ມາ: CMG FM93