ເປີດສູນຂ່າວກອງປະຊຸມສອງສະພາຈີນປະຈຳ 2025

ກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແແຫ່ງຊາດຈີນ ຊຸດທີ 14 ຈະຈັດຂຶ້ນໃນວັນທີ 4 ມີນາ ແລະ ກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ຈະຈັດຂຶ້ນໃນວັນທີ 5 ມີນາ2025 ເຊິ່ງທັງສອງກອງປະຊຸມຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ກິ, ສປ ຈີນ.
ວັນທີ 27 ກຸມພານີ້, ສູນຂ່າວຂອງກອງປະຊຸມສອງສະພາດັ່ງກກ່າວທີ່ຕັ້ງຢູ່ພາກເໜືອຖະໜົນສາງອ່ານຕາເວັນຕົກນະຄອນຫຼວງປັກກິ່ງ ໄດ້ເປີດນຳໃຊ້ຢ່າງເປັນທາງການ ເພື່ອໃຫ້ການບໍລິການແກ່ນັກຂ່າວຈີນ ແລະ ຕ່າງປະເທດທີ່ເຂົ້າຮ່ວມການລາຍງານຂ່າວຂອງກອງປະຊຸມສອງສະພາປີນີ້.
ໃນນັ້ນ, ຫ້ອງຖະແຫຼງຂ່າວ ແລະ ຫ້ອງສຳພາດຂ່າວໄດ້ຈັດວາງສຳເລັດແລ້ວ, ໃນໄລຍະກອງປະຊຸມ, ຈະຈັດການສຳພາດຂ່າວຕ່າງໆຢູ່ບ່ອນນີ້. ປັດຈຸບັນ, ມີນັກຂ່າວຈີນ ແລະ ຕ່າງປະເທດຫຼາຍກວ່າ 3.000 ຄົນສະເໜີຊື່ເຂົ້າຮ່ວມການລາຍງານຂ່າວຂອງກອງປະຊຸມສອງສະພາປີນີ້.
ທີ່ມາ: CMG


