ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດເທສະການອາຫານ ແລະ ໝາກໄມ້ໄທ ຢູ່ ນະຄອນຫລວງວຽງຈັນ

May 10, 2024

ເທສະການອາຫານ ແລະ ໝາກໄມ້ໄທ (Thai Food and Fruit Festival 2024) ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 9-12 ພຶດສະພາ 2024 ຢູ່ກ໊ອກກ໊ອກ ເອັມເມກາມາກ ສາຂາໂພນສີນວນ ນະຄອນຫລວງວຽງຈັນ ໂດຍການຮ່ວມຈັດງານ ລະຫວ່າງ ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ວຽງຈັນ ແລະ ກ໊ອກກ໊ອກ ເອັມເມກາມາກ ສາຂາ ໂພນສີນວນ ໂດຍມີ ທ່ານນາງ ມໍລະກົດ ສີສະຫວັດ ເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ, ມີທູຕານຸທູດ ແລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ກະວິນ ວິຣິຍະພານິດ ຜູ້ອຳນວຍການສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ນະອນຫລວງວຽງຈັນ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້, ເພື່ອສົ່ງເສີມສິນຄ້າອຸປະໂພກ ບໍລິໂພກໄທ ໃນຕະຫລາດລາວ ແນໃສ່ຜັກດັນສິນຄ້າໄທ ເຂົ້າສູ່ຕະຫລາດ ສປປ ລາວ ຜ່ານຊ່ອງທາງຊຸບເປີມາເກັດ ແລະ ຊ່ອງທາງອື່ນໆ. ໃນງານຄັ້ງນີ້, ໄດ້ນຳເອົາອາຫານ ແລະ ໝາກໄມ້ໄທ ມາວາງສະແດງ ແລະ ຈຳໜ່າຍ, ລວມເຖິງສິນຄ້າອຸປະໂພກ-ບໍລິໂພກຕ່າງໆ, ພ້ອມທັງຈັດໂປຣໂມຊັນ ຫລື ສິນຄ້າລາຄາພິເສດ ແລະ ໄດ້ຈັດໃຫ້ມີຫລາກຫລາຍກິດຈະກຳ ເປັນຕົ້ນ ສາທິດການປຸງແຕ່ງອາຫານໄທ ຈາກຮ້ານ ເຊເລັດ (Thai SELECT) ຕາມແບບສະບັບຕົ້ນຕຳຫລັບໄທແທ້ໆ, ພ້ອມທັງແຈກ, ຊິມຟຣີ ແລະ ໄດ້ຈັດບຸບເຟ່ໝາກໄມ້ໄທ ແລະ ຈຳໜ່າຍຂອງຫວານສຸດພິເສດ ສຳລັບໜ້າຮ້ອນ ເຊັ່ນ: ເຂົ້າໜຽວໝາກມ່ວງ ແລະ ອື່ນໆ.
ທ່ານ ວຽງທອງ ຈັນລີວົງ ປະທານກຳມະການບໍລິຫານ ກ໊ອກກ໊ອກ ເອັມເມກາມາກ ໄດ້ກ່າວວ່າ: ກ໊ອກກ໊ອກ ເອັມເມກາມາກ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ເປັນສ່ວນໜຶ່ງໃນການສ້າງໂອກາດໃຫ້ຜູ້ປະກອບການໄທ ນຳເອົາສິນຄ້າໄທ ທີ່ມີຄຸນນະພາບດີ ມານຳສະເໜີ ໃຫ້ຜູ້ບໍລິໂພກໃນລາວ ແລະ ຄົນຕ່າງປະເທດ ຢູ່ນະຄອນຫລວງວຽງຈັນ ໄດ້ຮູ້ຈັກກັນດີຍິ່ງຂຶ້ນ. ໃນງານຄັ້ງນີ້, ກ໊ອກກ໊ອກ ເອັມເມກາມາກ ໄດ້ຄັດສັນເອົາເຄື່ອງອຸປະໂພກ-ບໍລິໂພກ ທີ່ມີຄຸນະພາບ ແລະ ໄດ້ມາດຕະຖານຂອງໄທ ມາຈັດໂປຣໂມຊັນ ຫລື ສ່ວນຫລຸດພິເສດ ໃຫ້ກັບຜູ້ບໍລິໂພກ ທີ່ມາຮ່ວມພາຍໃນງານ ໄດ້ເລືອກຊົມ, ຊິມ ແລະ ຊື້ ໄດ້ຢ່າງຈຸໃຈ ຕະຫລອດທັງງານ.
ຂ່າວ-ພາບ: ທະນູທອງ