ກອງປະຊຸມເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 6 ກັນຍາ 2025 ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຫວັງໜິງ ເລຂາຄະນະພັກແຂວງຢຸນນານ, ທ່ານ ຟູຫົວ ປະທານສໍານັກຂ່າວສານຊິນຮວາ ແຫ່ງ ສປ ຈີນ, ມີຄະນະຜູ້ແທນສື່ມວນຊົນ ຈາກ ສປປ ລາວ ນໍາໂດຍ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີບັນດາປະເທດສະມາຊິກທົ່ວໂລກໃຕ້ 400 ຄົນ, ພ້ອມດ້ວຍຄູ່ຮ່ວມພັດທະນາ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເປັນປີທີ 2 ຊຶ່ງເປັນເວທີປາໄສທີ່ມີຄວາມໝາຍສໍາຄັນ ເພື່ອເຮັດໃຫ້ສື່ມວນຊົນ ແລະ ຄັງປັນຍາທົ່ວໂລກໃຕ້ ໄດ້ຮ່ວມປຶກສາຫາລື, ແລກປ່ຽນບົດຮຽນ, ສ້າງຄວາມເປັນເອກະພາບໃນການຮ່ວມມື, ຊຸກຍູ້ການພັດທະນາເສດຖະກິດ, ນໍາເອົາຜົນປະໂຫຍດສູງສຸດມາໃຫ້ພາກໃຕ້ຂອງຕົນໃນຕໍ່ໜ້າ. ພ້ອມນີ້, ຍັງເປັນໂອ ກາດອັນດີທີ່ຜູ້ເຂົ້າຮ່ວມຈະໄດ້ລະດົມຄວາມຄິດ ແລະ ແບ່ງປັນສະຕິປັນຍາຂອງຕົນ ເພື່ອສົ່ງເສີມທົ່ວໂລກໃຕ້ ນໍາເອົາແນວທາງປ່ຽນແປງຂອງໂລກ ໃຫ້ເປັນຂໍ້ສະຫລຸບທີ່ສາມາດນຳໄປປະຕິບັດໃນໂຄງການຕົວຈິງ.

ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: “ທົ່ວໂລກໃຕ້” ແມ່ນກຸ່ມລວມຂອງປະເທດຕະຫລາດໃໝ່ ແລະ ປະເທດກໍາລັງພັດທະນາ. ປະເທດລາວ ແມ່ນໜຶ່ງໃນສະມາຊິກຂອງ “ທົ່ວໂລກໃຕ້” ທັງແມ່ນປະເທດກໍາລັງພັດທະນາ, ເພື່ອສ້າງຄວາມເປັນເອກະພາບໃນການຮ່ວມມື, ຊຸກຍູ້ການພັດທະນາເສດຖະກິດ, ນໍາເອົາຜົນປະໂຫຍດໃຫ້ແກ່ປະຊາຊົນພາກໃຕ້, ປະກອບສ່ວນກໍາລັງແຮງເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ. ຄັງປັນຍາແມ່ນ “ຄັງສົມບັດແຫ່ງແນວຄິດ” ແລະ ສື່ມວນຊົນ ແມ່ນຂົວຕໍ່ຂອງການສື່ສານ. ໃນຍຸກສະໄໝທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນນີ້, ບັນດາປະເທດ “ທົ່ວໂລກໃຕ້” ຈໍາເປັນຕ້ອງມີຄວາມສາມັກຄີ ແລະ ມີການຮ່ວມມືຫລາຍຂຶ້່ນກວ່າເກົ່າ, ພວກເຮົາຕ້ອງການສື່ມວນຊົນ ແລະ ຄັງປັນຍາ ເພື່ອແບກຫາບພາລະໜ້າທີ່ເຕົ້າ ໂຮມຄວາມເຫັນດີເຫັນພ້ອມ ແລະ ພາລະກິດນໍາພາຄວາມຄິດຂອງຍຸກສະໄໝ.
ສໍາລັບການຮ່ວມມືລະຫວ່າງຄັງປັນຍາ ແລະ ສື່ມວນຊົນຂອງທົ່ວໂລກໃຕ້ ແມ່ນສ້າງຄວາມເຂັ້ມແຂງໃນການແບ່ງປັນຂໍ້ມູນຂ່າວສານ. ປັດຈຸບັນ, ມວນມະນຸດພວມກ້າວຈາກຍຸກ “ອິນເຕີເນັດ ” ເຂົ້າສູ່ຍຸກ “ປັນຍາປະດິດ”, ແຕ່ຍ້ອນການພັດທະນາເສດຖະກິດບໍ່ສົມດຸນ ແລະ ເຫດຜົນອື່ນໆ, ລະດັບການພັດທະນາເຕັກໂນໂລຊີຂໍ້ມູນຂ່າວ ສານຂອງ ບັນດາປະເທດຍັງແຕກໂຕນກັນ, ຄວາມແຕກຕ່າງດ້ານຂໍ້ມູນຂ່າວສານຂອງແຕ່ລະປະເທດຍັງມີຢູ່, ຄວາມສາມາດຂອງປະຊາຊົນໃນປະເທດກໍາລັງພັດທະນາ ທີ່ຈະເຂົ້າເຖິງຂໍ້ມູນທີ່ມີຄຸນນະພາບສູງ ແລະ ມີຄຸນຄ່າຍັງຈໍາກັດ.

ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ຍັງຮຽກຮ້ອງໃຫ້ບັນດາອົງກອນຄັງປັນຍາ ແລະ ສື່ມວນຊົນ ເພີ່ມທະວີການຮ່ວມມື, ສ້າງເວທີການແລກປ່ຽນ ແລະ ການຮ່ວມມື ເພື່ອຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນ, ຊົມໃຊ້ຊັບພະ ຍາກອນຮ່ວມກັນ ແລະ ຊົມໃຊ້ໝາກຜົນຮ່ວມກັນ, ພ້ອມທັງປັບປຸງວິທີການຮ່ວມມືໃຫ້ດີຂຶ້ນ, ລົບລ້າງສິ່ງກີດຂວາງໃນດ້ານການຮຽນຮູ້ ແລະ ຂໍ້ມູນຂ່າວສານ ເພື່ອຊ່ວຍພັດທະນາເສດຖະກິດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຂອງບັນດາປະເທດ.
ຂ່າວ-ພາບ : ກະຕ່າຍ ມາກໂນຊາ


