ພິທີເປີດເວັບໄຊ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 29 ຕຸລາ 2024 ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ມາກ ກາຣາເຮີ ເອກອັກຄະລັດຖະທູດແຫ່ງສະຫະພາບ ເອີຣົບ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ, ຕາງໜ້າຈາກກະຊວງ ຖວທ, ກະຊວງການຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາລາວ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານ ສະມາຄົມນັກຂ່າວແຫ່ງ ສປປ ລາວ ກ່າວວ່າ: ເວັບໄຊດັ່ງກ່າວ, ແມ່ນຊ່ອງທາງໜຶ່ງຂອງສະມາຄົມ ຈະໄດ້ກະຈ່າຍຂໍ້ມູນຂ່າວສານ, ເຜີຍແຜ່ນິຕິກໍາຕ່າງໆ, ລວມທັງນິຕິກໍາທີ່ກ່ຽວຂ້ອງກັບວຽກງານຖະແຫລງຂ່າວສື່ມວນຊົນ, ບັນທຶກການ ເຄື່ອນໄຫວຕ່າງໆຂອງສະມາຄົມ ແລະ ຂອງໂຄງການຢ່າງເປັນລະບົບຄົບຊຸດ. ນອກນັ້ນ, ເວັບໄຊ ຍັງມີຕໍາລາ ກໍຄື ປຶ້ມຄູ່ມືການຮຽນ-ການສອນ ດ້ານຖະແຫລງຂ່າວສື່ມວນຊົນ ແບບໃໝ່ທີ່ທັນສະໄໝ ເປັນຕົ້ນ ວິທີການນໍາໃຊ້ເຄື່ອງມືດີຈິຕອນ ແລະ ນໍາໃຊ້ໂປຣແກຣມປັນຍາປະດິດ ມາຊ່ວຍໃນການເຮັດວຽກງານ ເຊິ່ງຈະເປັນປະໂຫຍດຫລາຍ ໃຫ້ແກ່ນັກຂ່າວທັງຮຸ່ນເກົ່າ ແລະ ໃໝ່, ນັກຂ່າວຈາກພາກລັດ ແລະ ພາກເອກະຊົນ ເພາະເປັນປຶ້ມຄູ່ມືຜະລິດຂຶ້ນໃນປີນີ້, ຈາກອາຈານທີ່ມີປະສົບການມາຫລາຍສິບປີຈາກຕ່າງປະ ເທດ ໂດຍສະເພາະແມ່ນເລັ່ງໃສ່ໃຫ້ນັກຂ່າວມີທັກສະ ແລະ ປະສົມການໃນການຂຽນຂ່າວ, ລາຍງານຂ່າວ, ຂຽນບົດຄວາມແບບສ້າງສັນ ຕໍ່ການພັດທະນາສີຂຽວຍືນຍົງຕາມທິດທາງການພັດທະນາຂອງລັດ ຖະບານແຫ່ງ ສປປ ລາວ ກໍຄື ຂອງສາກົນ. ພ້ອມນັ້ນ, ຕໍາລາເຫລົ່ານີ້, ນອກຈາກນັກຂ່າວທີ່ເປັນອາຊີບໄດ້ຮໍ່າຮຽນແລ້ວ ຍັງຈະເປັນບົດຮຽນອັນລໍ້າຄ່າ ໃຫ້ແກ່ຜູ້ບໍລິໂພກສື່ທົ່ວໄປໄດ້ຮຽນຮູ້ຫລັກການດ້ານວິຊາຊີບສື່ ແລະ ຄວາມຮັບຜິດຮັບຊອບຕໍ່ການກະຈາຍຂ່າວອອກສູ່ສັງຄົມ, ບໍ່ວ່າຈະເປັນ ສື່ເກົ່າ, ສື່ໃໝ່ ແລະ ສື່ສັງຄົມອອນລາຍທີ່ກໍາລັງມີຄວາມນິຍົມບໍລິໂພກຢູ່ໃນປັດຈຸບັນ ແລະ ຜູ້ບໍລິໂພກສື່ທົ່ວໄປ ຍັງສາ ມາດນໍາເອົາຕໍາລາເຫລົ່ານີ້ໄປສິດສອນ ໃຫ້ແກ່ລູກຫລານທີ່ບໍລິໂພກສື່ໃນແຕ່ລະວັນ ຜ່ານລະບົບອິນເຕີເນັດຢູ່ໂທລະສັບມືຖື ແລະ ອຸປະກອນສື່ສານຕ່າງໆ.
ເວັບໄຊ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ເປີດຂຶ້ນ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການ ມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ (GAMCIL) ຮ່ວມກັບອົງການແຄຣ໌ ນາໆຊາດ ປະຈໍາ ສປປ ລາວ ໂດຍ ການສະໜັບສະໜູນທຶນ ຈາກສະຫະພາບເອີຣົບ (EU) ເຊິ່ງໄດ້ພັດທະນາເວັບໄຊ ຮ່ວມກັບບໍລິສັດ Global Digital Management Solution (GDMS), ໄອທີ ແລະ ຄຣາວເຊີວິດ.
ໂຄງການ GAMCIL ແມ່ນໂຄງການໜຶ່ງທີ່ໄດ້ເຮັດວຽກກັບບັນດາສື່ມວນຊົນ ຂອງລັດ ແລະ ເອກະຊົນ ເພື່ອປັບປຸງທັກສະວິຊາຊີບຂອງນັກຂ່າວລາວ ໂດຍການເພີ່ມຄວາມຮູ້ທາງດ້ານທີ່ດີຈິຕອນ ແລະ ຄວາມເຂົ້າໃຈກ່ຽວກັບສື່ແບບໃໝ່ ເຊິ່ງຈຸດປະສົງຫລັກຂອງ ໂຄງການເພື່ອແກ້ໄຂຊ່ອງວາງທາງດ້ານຄວາມຮູ້ທາງສື່ສັງຄົມ, ປັບປຸງການຮູ້ທາງດ້ານສື່ດີຈິຕອນ ແລະ ຫລຸດຜ່ອນຄວາມສ່ຽງຂອງ “ຂ່າວປອມ” ໂດຍການເສີມສ້າງຂີດຄວາມສາມາດຂອງນັກຂ່າວລາວຢູ່ ນະຄອນຫລວງວຽງຈັນ, ແຂວງ ຫລວງພະບາງ ແລະ ແຂວງຈຳປາສັກ ເພື່ອເພີ່ມທະວີຄວາມຮັບຮູ້ກ່ຽວກັບບັນຫາສີຂຽວ ແລະ ການປ່ຽນແປງດິນຟ້າອາກາດ ໃນພື້ນທີ່ຊົນນະບົດຂອງ ສປປ ລາວ.







