ລັດຖະບານແຫ່ງ ສປປ ລາວ, ສະຫະພາບ ເອີຣົບ ພ້ອມ ດ້ວຍປະເທດສະມາຊິກ ຝຣັ່ງ ແລະ ເຢຍລະມັນ ໄດ້ເປີດແຜນງານ “ການຮ່ວມມື ລະຫວ່າງ ສປປ ລາວ ແລະ ທີມເອີຣົບ ເພື່ອພັດທະນາການຄ້າ, ການລົງທຶນ ແລະ ການເຊື່ອມຈອດໃນຂະແໜງ ກະສິກໍາ ແລະ ປ່າໄມ້ ຫລື TICAF ໃນວັນທີ 14 ມີນາ 2024 ໂດຍມີ ທ່ານ ນາງ ຢຸດຕາ ອູພິໄລແນັນ ຄະນະກໍາມາທິການຮ່ວມມືສາກົນຂອງ ສະຫະພາບເອີຣົບ, ທ່ານ ຄໍາເຈນ ວົງໂພສີ, ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາລາວ, ເອກອັກຄະລັດຖະທູດ ຝຣັ່ງ ແລະ ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ແຜນງານ TICAF ຈະສະໜັບສະໜູນ ການພັດທະນາຕ່ອງໂສ້ມູນຄ່າເພີ່ມ ຂອງຜະລິດຕະພັນກາເຟ, ຊາ ແລະ ຜະລິດຕະພັນໄມ້ ແບບຍືນຍົງ ເຊິ່ງເປັນຜະລິດຕະພັນທີ່ ສປປ ລາວ ກໍາລັງເຮັດການຄ້າ ກັບສະຫະພາບເອີຣົບ. ເພື່ອອໍານວຍຄວາມສະດວກໃນການເຂົ້າເຖິງຕະຫລາດພາຍໃນ, ພາກພື້ນ ແລະ ສາກົນ, ແຜນງານ TICAF ຈະຊ່ວຍສົ່ງເສີມການເຊື່ອມຕໍ່ກັບຕະຫລາດພາກພື້ນ ແລະ ສາກົນ ຜ່ານການສ້ອມແປງ ແລະ ບູລະນະທາງຫລວງແຫ່ງຊາດ ເລກ 2 ທີ່ເຊື່ອມຕໍ່ ປະເທດ ໄທ ແລະ ສສ. ຫວຽດນາມ. ແຜນງານດັ່ງກ່າວ ເປັນການຮ່ວມທຶນຂອງ ສະຫະພາບເອີຣົບ (28 ລ້ານເອີໂຣ), ຝຣັ່ງ ( 4.65ລ້ານເອີໂຣ), ເຢຍລະມັນ (11 ລ້ານເອີໂຣ) ແລະ ເງິນກູ້ໃນອັດຕາດອກເບ້ຍຜ່ອນຜັນ ຈາກທະນາຄານສົ່ງເສີມການລົງທຶນ ຂອງ ສະຫະພາບເອີຣົບ ຫລື EIB (50 ລ້ານເອີໂຣ).
ທ່ານ ນາງ ຢຸດຕາ ອູພິໄລແນັນ ໄດ້ຍົກໃຫ້ເຫັນເຖິງການປະກອບສ່ວນຂອງ TICAF ໃນການຍົກລະດັບ ແລະ ປັບປຸງຊີວິດການເປັນຢູ່ ຂອງຊຸມຊົນໃນເຂດຊົນນະບົດ ດ້ວຍການສ້າງແຫລ່ງລາຍຮັບທີ່ຫລາກຫລາຍ ແລະ ການສົ່ງເສີມສະພາບເງື່ອນໄຂການເຮັດວຽກທີ່ດີ ພ້ອມທັງການເພີ່ມທະວີການຜະລິດພາຍໃນ, ການສົ່ງອອກຜະລິດ ຕະພັນທາງດ້ານກະສິກໍາ ແລະ ປ່າໄມ້ ແບບຍືນຍົງ ແລະ ເພີ່ມຖານລາຍຮັບພາຍໃນ. ນອກຈາກນັ້ນ, ເພິ່ນຍັງໄດ້ກ່າວວ່າ “TICAF ຖືເປັນນິມິດໝາຍທີ່ສໍາຄັນ ແລະ ການຜັນຂະຫຍາຍ ຈຸດປະສົງ ແລະ ເປົ້າໝາຍຂອງແຜນງານ Global Gateway ແລະ Green Deal ເຂົ້າໃນການເປັນຄູ່ຮ່ວມຍຸດທະສາດ ກັບ ສປປ ລາວ ພ້ອມທັງຮັບປະກັນການປະກອບສ່ວນອັນມີຄຸນຄ່າ ເຂົ້າສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ກ້າວໄປຂ້າງໜ້າຮ່ວມກັນ”.
ໂອກາດນີ້, ທ່ານ ຄໍາເຈນ ວົງໂພສີ ໄດ້ຕີລາຄາສູງ ການສະໜັບສະໜູນຂອງບັນດາຄູ່ຮ່ວມພັດທະນາຈາກທີມເອີຣົບ ພາຍໃຕ້ຍຸດທະສາດການຮ່ວມມືໄລຍະຍາວ ລະຫວ່າງ ລັດຖະບານ ສປປ ລາວ ແລະ ທີມເອີຣົບ 2021-2025 ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະການສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ ຕາມທິດສີຂຽວ, ການພັດທະນາຊັບພະຍາກອນມະນຸດ ແລະ ການສົ່ງເສີມການປົກຄອງທີ່ດີ. ການຮ່ວມມືພາຍໃຕ້ແຜນຍຸດທະສາດດັ່ງກ່າວ ມີຄວາມໝາຍ ຄວາມສໍາຄັນ ເນື່ອງຈາກວ່າເປັນການລະດົມທຶນຮອນ ແລະ ຄວາມຮູ້ທາງດ້ານວິຊາການຂອງ ຄູ່ຮ່ວມພັດທະນາ ແລະ ປະສານສົມທົບຢ່າງໄກ້ຊິດກັບ ລັດຖະບານ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍບຸລິມະສິດ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9.”
ແຜນງານ TICAF ມີເປົ້າໝາຍສົ່ງເສີມ ແລະ ຍົກລະດັບການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະ ພາບ ເອີຣົບ ໃນການຫລຸດຜ່ອນການຕັດໄມ້ທໍາລາຍປ່າ ແລະ ສົ່ງເສີມການນໍາໃຊ້ປ່າໄມ້ ແລະ ທີ່ດິນແບບຍືນຍົງ, ພ້ອມທັງເປັນການສົ່ງເສີມໃນການນໍາໃຊ້ແນວພັນພືດ ທີ່ມີຄວາມທົນທານ ຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ. ການເຮັດວຽກຮ່ວມກັນ ເພື່ອໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ໃນການປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນແບບຍືນຍົງ ໂດຍສອດຄ່ອງກັບຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ປີ 2030.
ພ້ອມນີ້, ແຜນງານ TICAF ເປັນແຜນງານຕົ້ນຕໍທີ່ສໍາຄັນ ຂອງຍຸດທະສາດ ທີມເອີຣົບ ຢູ່ໃນ ສປປ ລາວ ເຊິ່ງຈະສົ່ງເສີມການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ພາກລັດ, ມະຫາວິທະຍາໄລແຫ່ງຊາດລາວ, ພາກເອກະຊົນ, ຊຸມຊົນຂັ້ນທ້ອງຖິ່ນ ແລະ ຄຽງຄູ່ກັບການສະໜັບສະໜູນຈາກ ທີມເອີຣົບ ຢູ່ໃນ ສປປ ລາວ ໃນການຍົກລະດັບການພັດທະນາທັກສະ ສີມືແຮງງານ, ການປົກປ້ອງສັງຄົມ, ການອໍານວຍຄວາມສະດວກໃຫ້ແກ່ພາກການຄ້າ ແລະ ທຸລະກິດ ແລະ ການສ້ອມແປງບູລະນະຫົນທາງໃນເຂດຊົນນະບົດ.




