ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດແຜນປະຕິບັດງານຮ່ວມຍຸດທະສາດທ້ອງຟ້າສົດໄສ 2024-2030

Oct 30, 2024

ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເປີດແຜນປະຕິບັດງານຮ່ວມ ຍຸດທະສາດທ້ອງຟ້າສົດໄສ “Joint Plan of Action-CLEAR Sky Strategy (2024-2030)” ​ຂຶ້ນວັນທີ 29 ຕຸລາ ​ຜ່ານ​ມາ ທີ່ ກະຊວງການຕ່າງປະເທດ ຣາຊະອານາຈັກໄທ, ມີທ່ານ ມາຣິສ ສະງ່ຽມພົງ ລັດຖະມົນຕີ ກະຊວງການຕ່າງປະເທດ ຣາຊະອານາຈັກໄທ, ທ່ານ ສະເຫຼີມໄຊ ສຣິອ່ອນ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຣາຊະອານາຈັກໄທ, ມີທ່ານ Khin Maung Yi ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ສາທາລະນະລັດສະຫະພາບ ມຽນມາ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ທ່ານ ນາງ ບຸນຄຳ ວໍລະຈິດ ໄດ້ມີຄຳເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງຜົນຮ້າຍຂອງມົນລະພິດ ໝອກຄວັນໃນພາກພື້ນອາຊຽນ ໂດຍສະເພາະພາກພື້ນແມ່ນໍ້າຂອງທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ເສດຖະກິດ ແລະ ສຸຂະພາບ ຂອງຄົນ ແລະ ສັດສາວາສິ່ງ, ສະນັ້ນ ລັດຖະບານ ຂອງ 3 ປະເທດ ຈຶ່ງເຫັນດີຮ່ວມກັນໃນການແກ້ບັນຫາມົນລະພິດໝອກຄວັນ ດ້ວຍການສ້າງແຜນດໍາເນີນງານ-ຍຸດທະສາດທ້ອງຟ້າສົດໄສ ຮອດປີ 2030 ຮ່ວມກັນ (Joint Plan of Action-CLEAR Sky Strategy) ເພື່ອ​ເປັນແນວທາງໃນການເພີ່ມທະວີການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມ ແລະ ຂະແໜງການທີ່ກ່ຽວຂ້ອງຂອງ ສາມປະເທດ ເພື່ອແກ້ໄຂບັນຫາດັ່ງກ່າວຢ່າງຈິງຈັງ ຊຶ່ງຜ່ານມາລັດຖະບານ ສປປ ລາວ ກໍໄດ້ວາງນະໂຍບາຍ ຍຸດທະສາດ ແລະ ອອກຄຳສັ່ງຂອງນາຍົກລັດຖະມົນຕີ ໃນການເພີ່ມທະວີວຽກງານການຄຸ້ມຄອງປ່າໄມ້ ໂດຍມີຈຸດປະສົງເພື່ອປົກປັກຮັກສາປ່າໄມ້, ຕ້ານໄຟໄໝ້ລາມປ່າ ສະນັ້ນ ລັດຖະບານ ສປປ ລາວ ແມ່ນພ້ອມທີ່ຈະຮ່ວມມືກັບບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດຕ່າງໆ ໂດຍສະ​ເພາະບັນດາປະເທດບ້ານໃກ້ເຮືອນຄຽງ ໃນການແກ້ໄຂບັນຫາມົນລະພິດໝອກຄວັນຂ້າມແດນ ແລະ ຮ່ວມຈັດຕັ້ງປະຕິບັດ ແຜນດໍາເນີນງານ-ຍຸດທະສາດທ້ອງຟ້າສົດໄສ ຮອດປີ 2030.
ແຜນດໍາເນີນງານ-ຍຸດທະສາດທ້ອງຟ້າສົດໄສ ຮອດປີ 2030 ແມ່ນໝາກຜົນຂອງກອງປະຊຸມ (ທາງໄກ) ລະຫວ່າງ ນາຍົກລັດຖະມົນຕີ 3 ປະເທດ (ລາວ, ໄທ ແລະ ມຽນມາ) ທີ່ຈັດຂຶ້ນໃນຕົ້ນເດືອນເມສາ ປີ 2023 ຊຶ່ງໄດ້ຕົກລົງຮ່ວມກັນ ໃນການແກ້ໄຂບັນຫາໝອກຄວັນຮ່ວມກັນ, ຫຼັງຈາກນັ້ນ ຄະນະວິຊາການຈາກພາກສ່ວນທີ່ກ່ຽວຂ້ອງ ຂອງ 3 ປະເທດ ກໍໄດ້ຮ່ວມກັນຮ່າງແຜນດໍາເນີນງານ-ຍຸດທະສາດທ້ອງຟ້າສົດໄສ ຮອດປີ 2030 ຂຶ້ນມາ ເພື່ອເປັນແນວທາງໃນການຮ່ວມກັນປ້ອງກັນບັນເທົາ ແລະ ແກ້ໄຂບັນຫາມົນລະພິດໝອກຄວັນຂ້າມແດນ ຊຶ່ງເປັນສ່ວນໜຶ່ງໃນການຈັດຕັ້ງປະຕິບັດສັນຍາອາຊຽນ ວ່າດ້ວຍມົນລະພິດໝອກຄວັນຂ້າມແດນ.
ທີ່ມາ: ວຽງ​ຈັນ​ໃໝ່