ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດໂຄງການກໍ່ສ້າງຟາມລ້ຽງງົວຕົວແບບທັນສະໄໝ

Nov 1, 2024

ພິທີເປີດໂຄງການກໍ່ສ້າງຟາມລ້ຽງງົວຕົວແບບທີ່ທັນສະໄໝ ຂອງບໍລິສັດຮ່ວມທຶນກະສິກໍາຄົບວົງຈອນ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 1 ພະຈິກ 2024 ນີ້, ທີ່ຟາມງົວຕົວແບບໃນຂອບເຂດ ບ້ານຖໍ້າ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ໂດຍການ ເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ທ່ານ ນາງ ຄອນສະຫວັນ ແສງວິໄລ ອໍານວຍການ ບໍລິສັດຮ່ວມທືນກະສິກໍາຄົບ ວົງຈອນ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ຄອນສະຫວັນ ແສງວິໄລ ອໍານວຍການ ບໍລິສັດຮ່ວມທຶນກະສິກໍາຄົບວົງຈອນ ຈໍາກັດ ໄດ້ລາຍງານ ເຊິ່ງຟາມລ້ຽງ ງົວຕົວແບບບ້ານ ຖໍ້າ ມີເນື້ອທີ່ 87 ເຮັກຕາ ຂຶ້ນກັບກົມຜະລິດ -ກະສິກຳ ກົມໃຫຍ່ພະລາທິການກອງທັບ ຮ່ວມກັບ ບໍລິສັດ ສາງຈ່ຽງ ການລົງທຶນລາວ ຈຳກັດຜູ້ດຽວ ຮ່ວມກັນສ້າງຕັ້ງເປັນ ບໍລິ ສັດຮ່ວມທຶນກະສິກຳຄົບວົງຈອນ ຈຳກັດ, ບົນພື້ນຖານ ການຕົກລົງເຫັນດີຂອງກະຊວງປ້ອງກັນປະເທດ. ຈຸດປະສົງໃນການຮ່ວມດໍາເນີນທຸລະກິດກ່ຽວກັບການຜະລິດ ກະສິກຳໂດຍສະເພາະແມ່ນການລ້ຽງສັດໃຫຍ່ ເປັນຕົ້ນ ງົວ ແລະ ຄວາຍ ຈໍາຫນ່າຍໄປ ສປ ຈີນ ແລະ ສົ່ງເສີມການລ້ຽງພາຍໃນປະເທດ.
ບໍລິສັດໄດ້ສຸມໃສ່ການກະກຽມດ້ານສະບຽງອາຫານພື້ນຖານ ເຊັ່ນ: ກຽມພື້ນທີ່ປູກຫຍ້າ ໃຫ້ສາມາດຮອງຮັບ ການລ້ຽງງົວໂດຍ ສະເພາະໃນຟາມມີພື້ນທີ່ປູກຫຍ້າ 50 ເຮັກຕາ; ໂດຍກຳນົດເອົາຫຍ້າເນເປຍປາກຊ່ອງ 1 ແລະ ຫຍ້າຈຸນຊາວເປັນພື້ນຖານໃຫ້ແກ່ການຂະຫຍາຍທົ່ງຫຍ້າ; ນໍາງົວທອມເຂົ້າມາທົດລອງກ່ອນໃນຟາມ ນໍາໃຊ້ສວ່ນປະສົມອາຫານປະເພດຕ່າງໆຕາມສູດອາຫານ TMR ແລະ ເກັບກຳຂໍ້ມູນການເກືອ, ການເພີ່ມນໍ້າໜັກຂອງງົວທອມທີ່ເພີ່ມຂຶ້ນໃນແຕ່ລະເດືອນ. ຈໍານວນງົວ ມີຂາຍອອກເປັນງົວຢືນຈໍານວນໜຶ່ງ ແລະ ນໍາໄປຂາຍເປັນຊີ້ນ ຈໍານວນໜຶ່ງ, ປັດຈຸ ບັນມີງົວ 282 ໂຕ, ເປັນງົວພໍ່ພັນ 4 ໂຕ, ແມ່ພັນ 113 ໂຕ, ງົວ ທອມ 92 ແລະ ງົວນ້ອຍ 50 ໂຕ.
ຈາກການກຽມຄວາມພ້ອມດ້ານຕ່າງໆປັດຈຸບັນ, ບໍລິສັດແມ່ນກຳໄດ້ທິດທາງການຕະຫລາດ, ການຄັດ ແລະ ເລືອກສາຍພັນງົວທີ່ໃຫ້ຜົນຕອບແທນດ້ານເສດຖະກິດ, ການກຳນົດສູດອາຫານ, ການຕິດຕາມສຸຂະພາບ ຫຼື ສະຫວັດດີການຂອງສັດ; ບໍລິສັດຈຶ່ງພ້ອມແລ້ວທີ່ຈະຜະລິດງົວຢ່າງຈິງຈັງ, ໂດຍອີງໃສ່ພື້ນທີ່ ແລະ ອາຫານສັດທີ່ມີ ພ້ອມມີແຜນການສົ່ງເສີມການເກັບຊື້ ຕາມແຜນການກະກຽມຄວາມພ້ອມການຜະລິດງົວຂອງບໍລິສັດ.
ທີ່ມາ: ວິທະຍຸກອງທັບປະຊາຊົນລາວ