ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດ​ໂຄງ​ການຊ່ວຍ​ເຫຼືອ​ຜູ້​ຖຶກ​ເຄາະ​ຮ້າຍ​ແບບ​ເຊື​່​ອມສານ ແລະ ສົ່ງ​ເສີມ​ຄວາມ​ປອດ​ໄພ​ຈາກ ລບ​ຕ ທີ​ຕົກ​ຄ້າງ

Mar 13, 2024

ວັນ​ທີ 12 ມີ​ນາ 2024 ໄດ້​ຈັດ​ພິ​ທີເປີດໂຄງ​ການຊ່ວຍ​ເຫຼືອ​ຜູ້​ຖຶກ​ເຄາະ​ຮ້າຍ​ແບບ​ເຊື​່​ອມສານ ແລະ ສົ່ງ​ເສີມ​ຄວາມ​ປອດ​ໄພ​ຈາກລະເບີດຕົກຄ້າງທີ່ບໍ່ທັນແຕກ (ລບ​ຕ) ຕົກ​ຄ້າງ ຢູ່​ເມືອງ​ໃໝ່, ​ແຂວງ​ຜົ້ງ​ສາ​ລີ ຢ່າງ​ເປັນ​ທາງ​ການ ຢູຢູຫ້ອງ​ປຸມ​ຊຸມ​ຄະນະ​ປະ​ພັກ​ເມືອ​ງ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານຮ່ວມ​ຂອງ ທ່ານ ຄຳ​
ເ​ພັດ ຈິດ​ປັນ​ຍາ ຫົວ​ໜ້າ​ພະ​ແນກ​ພົວ​ພັນ​​ການຕ່າງແຂວງ​, ທ່ານ ເຣ​ເນຍ ຄາ​ລາ​ໃບ ຫົວ​ໜ້​າ​ອົ​ງ​ການ​ເພື່ອ​ມະນຸດ​ສະ​ທຳ ແລະ ການ​ມີ​ສ່ວນ​ຮ່ວມ​ປະ​ຈຳລາວ(HI) ​, ທ່ານ ດວງ​ສີ ທຳ​ມະ​ວົງ ຮອງຫົວ​ໜ້າ​ຄະ​ນະ​ການ​ມະ​ການ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ ລະ​ເບີດ​ບໍ່​ທັນ​ແຕກ ທີ​ຕົກ​ຄ້າງ​ຢູ່ ສ​ປ​ປ ລາວ (ຄ​ຊກ​ລ).
ໃນພິທີໄດ້ຮັບ​ຟັງ​ການ​​ລາຍ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອງ​ໂຄງ​ການ​ເກັບ​ກູ້​ລະ​ເບີດ​ຍັງ​ບໍ່​ທັນ​ແຕແຕແຕກ ເຊິ່ງທີມ​ງານ​ທຳ​ລາຍ​ເຄື່ອນ​ທີ​​ໄດ້​ລົງ​ທຳ​ລາຍ ລບ​ຕ ທີ​ພົບ​ເຫັນ​ຢູ່​ຕາມ​ສະ​ຖານ​ທີ່​ຕ່າງໆ​ຢູ່ ​ເມືອງ​ໃໝ​່, ເມືອງ​ຂວາ ພາຍ​ໃນ 21 ບ້ານ ​ເຊິ່ງ​ໄດ້​ທຳ​ລາຍ ທັງ​ໝົດ 222 ໜ່ວຍ ໃນ​ນັ້ນ ໂບມ​ໃຫຍ່ 2 ໜ່ວຍ,ລະ​ເບີດ​ລູກ​ຫວ່ານ 158 ໜ່ວຍ, ລະ​ເບີດ​ຟັງ​ດິນ 2 ໜ່ວຍ ແລະ ອາ​ວຸດ​ອື່ນໆ 60 ໜ່ວຍ ກິດ​ຈະ​ກຳ​ແມ່ນ​ສຳ​ເລັດ 100% ຕາມ​ແຜນ​ງານ​ໂຄງ​ການ​ໃນ​ການ​ເກັບ​ກຳ​ຂໍ້​ມູນ​ທີ​ວາງ​ໄວ້.
ຈາກ​ນັ້ນ​​ໄດ້​ຮັບ​ຟັງ​ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອງ​ໂຄງ​ການ​ ຊ່ວຍເຫຼືອ​ຜູ້​ຖຶກ​ເຄາະ​ຮ້າຍ​ແບບ​ເຊື​່​ອມສານ ແລະ ສົ່ງ​ເສີມ​ຄວາມ​ປອດ​ໄພ​ຈາກ ລບ​ຕ ທີ​ຕົກ​ຄ້າງ ເພື່ອສ້າງ​ຄວຄວາມສາ​ມາດ​ແກ່​ຜູ້​ພິ​ການ​ຕົວ​ແບບ​ໃນຊຸ​ມຊົນໃຫ້​ສາ​ມາດ​ເປັນ​ຕົວ​ແທນ​ຄົນ​ພິ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕ່າງໆ, ໃຫໃຫການຊ່ວຍ​ເຫຼືອ​ແກ່​ຜູ້​ທີ​ຖືກ​ເເຄາະຮ້າຍ​ຈາກ ລບ​ຕ ແລະ ຄົນ​ພິ​ການ ຢູ່​ເຂດ​ທີ​ໄດ້​ຮັບ​ຜົນ​ກະ​ທົບ​ຈາ​ກ ລ​ບ​ຕ, ເຊື່ອມ​ສານ​ວຽກ​ງານ​ຊ່ວຍ​ເຫຼືອ​ຜູ້​ຖືກ​ເຄາະ​ຮ້າຍ ແລະ​ ການ​ໂຄ​ສະ​ນາ​ຄວາມ​ເສື່ອງ​ໄພ ລບ​ຕ ຢູ່​ໃນ​ຂັ້ນ​ທ້ອງ​ຖິ່ນ, ພັດ​ທະ​ນາ, ດັດ​ແກ້ ແລະ ປັບ​ປຸງ​ແອັບ​ຟ​ຣິກ​ເຄ​ຊັນ​ຄູ່​ມື​ພິ​ສູດ​ປະ​ເພດ ລບ​ຕ ໃຫ້​ມີ​ຄວາມ​ສອດ​ຄ​່ອງ​ກັບ​ສະ​ພາບ​ການ​ໃຊ້​ວຽກ​ງານ​ຕົວ​ຈິງ ແລະ ອື່ນໆ.
(ພາບ-ຂ່າວ: ວັນ​ວິ​ໄລ ຖວ​ທ)