ໃນວັນທີ 8 ຕຸລາຜ່ານມາ, ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ຈັດພິທີເປີດໂຄງການ ສະໜັບສະໜູນດ້ານການສຶກສາ ສໍາລັບການສ້າງຫຼັກສູດອານຸປະລີນຍາທັນຕະສຸຂະພິບານ ລະຫວ່າງໂຮງຮຽນສາທາລະນະສຸກວຽງຈັນ ແລະ ອົງການຊ່ວຍເຫຼືອສາກົນເພື່ອການສຶກສາດ້ານທັນຕະກຳ ແຫ່ງປະເທດຍີ່ປຸ່ນ ໂດຍການເຂົ້າຮ່ວມຂອງ ທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງວຽງຄຳ ແຂວງວຽງຈັນ, ທ່ານ ຕາກາຊິ ມິຢາຕະ ປະທານອົງການຊ່ວຍເຫຼືອສາກົນເພື່ອການສຶກສາດ້ານທັນຕະກຳ ແຫ່ງປະເທດຍີ່ປຸ່ນ
ທ່ານ ວໍລະສັກ ພູນສິຣິ ຮອງຫົວໜ້າພາກວິຊາທັນຕະກຳເດັກ ຄະນະທັນຕະແພດສາດ ກ່າວວ່າ: ໂຄງການດັ່ງກ່າວເປັນການສ້າງຫຼັກສູດ ອະນຸປະລິນຍາ ທັນຕະສຸຂະພິບານ ເພື່ອຂັບເຄື່ອນນະໂຍບາຍການສົ່ງເສີມສຸຂະພາບປາກ, ແຂ້ວ ໃຫ້ສອດຄ່ອງ ແລະ ໄດ້ຮັບຜົນທີ່ດີຂຶ້ນ ໂດຍອີງຕາມແນວທາງຂອງລັດຖະບານ ແລະ ອີງໃສ່ກົດໝາຍວ່າດ້ວຍການອະນາໄມ ແລະ ສົ່ງເສີມສຸຂະພາບ (ສະບັບປັບປຸງ) ຂອງກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໂດຍສະເພາະນະໂຍບາຍການສົ່ງເສີມສຸຂະພາບປາກ ແລະ ແຂ້ວ.
ທ່ານ ໂຕຊິມີຊຸ ໂມຊິດະ ຜູ້ອຳນວຍການອົງການຊ່ວຍເຫຼືອສາກົນ ເພື່ອການສຶກສາດ້ານທັນຕະກຳ ແຫ່ງປະເທດຍີ່ປຸ່ນ ກ່າວວ່າ: ພາຍຫຼັງເປີດການນຳໃຊ້ໂຄງການດັ່ງກ່າວ, ທາງຄະນະຈະໄດ້ຮ່ວມມືກັບພາກສ່ວນກ່ຽວຂ້ອງໃນການສ້າງແຜນການສອນ ລວມທັງສື່ບັນຍາຍ, ເນື້ອໃນບັນຍາຍ ແລະ ຕາຕະລາງປະຈໍາປີຕາມຫຼັກສູດ, ການຖ່າຍທອດຄວາມຮູ້ກັບຜູ້ຊ່ຽວຊານ ອີງຕາມຄູ່ມືຄູທີ່ສ້າງຂຶ້ນ, ການບັນຍາຍ, ທັກສະຕ່າງໆ ຈະຖືກຖ່າຍທອດສໍາລັບ ເນື້ອໃນວິຊາ, ວີທີການບັນຍາຍ ແລະ ວິທີການຝຶກອົບຮົມໃນພາກປະຕິບັດ. ພ້ອມນີ້ ຍັງຈະໄດ້ປະກອບອຸປະກອນໃນການຮັບໃຊ້ໃຫ້ຄົບຊຸດ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີຄວາມສະດວກ ແລະ ມີຜົນສຳເລັດ.
ຂ່າວ: ແຂວງວຽງຈັນ



