ພິທີເປີດໂຄງການສະໜັບສະໜູນເງິນຊ່ວຍເຫຼືອການປິ່ນປົວ ສໍາລັບຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ຈັດຂຶ້ນວັນທີ 6 ທັນວາ 2024 ທີ່ນະຄອນຫຼວງວຽງຈັນ ມີທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ທ່ານນາງ ມິເຊວ ເອົ້າລໍ ຮອງເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ທ່ານນາງ ຣີເບັກກາ ເດີຣ໌ຣີ ຫົວໜ້າອົງການເວີລດ໌ເອດູເຄເຊິນ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນເພັງ ສີສະຫວັດ ກ່າວວ່າ ນັບແຕ່ປີ 1973 ພາຍຫຼັງສົງຄາມສິ້ນສຸດລົງ ແຕ່ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ແມ່ນຖືວ່າເປັນໄພໜາບຄູ່ຕໍ່ຊີວິດຂອງພໍ່ ແມ່ ປະຊາຊົນບັນດາເຜົ່າ ຜູ້ທຳມາຫາກິນໃນພື້ນທີ່ທີ່ມີຄວາມສ່ຽງ ເຊິ່ງໃນແຕ່ລະປີເຮັດໃຫ້ມີຜູ້ຮັບເຄາະຮ້າຍເປັນຈຳນວນຫຼວງຫຼາຍ ນັບແຕ່ປີ 2008 ມາຮອດປັດຈຸບັນມີຜູ້ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ທັງໝົດ 1.207 ຄົນ ໃນນີ້ໄດ້ຮັບບາດເຈັບ 892 ເສຍຊີວິດ 315 ຄົນ ໃນນັ້ນເດັກນ້ອຍກວມເອົາ 45,65% ຂອງຈໍານວນຜູ້ເຄາະຮ້າຍທັງໝົດ ສຳລັບການເກີດອຸບັດເຫດຈາກລະເບີດແຕກ (ລບຕ) ໃນປີ 2024 ແມ່ນ 26 ຄັ້ງ ບາດເຈັບ 40 ຄົນ ແລະ ເສຍຊີວິດ 9 ຄົນ.
ສໍາລັບໂຄງການສະໜັບສະໜູນເງິນຊ່ວຍເຫຼືອຄ່າການປິ່ນປົວ ແລະ ອຸດໜູນຄອບຄົວຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ທີ່ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ສະຫະລັດອາເມລິກາ ໃນມູນຄ່າ 319.010 ໂດລາສະຫະລັດ ໂດຍມີໄລຍະເວລາຈັດຕັ້ງປະຕິບັດ ແຕ່ທ້າຍປີ 2024 ຫາ 30 ມິຖຸນາ 2028 ເປົ້າໝາຍແມ່ນເພື່ອຮັບປະກັນບັນດາຜູ້ຖືກເຄາະຮ້າຍຈາກ ລບຕ ໄດ້ຮັບການຊ່ວຍເຫຼືອຄ່າປິ່ນປົວ ແລະ ເງິນອຸດໜູນສຳລັບຄອບຄົວທີ່ເສຍຊີວິດ ຈາກອຸບັດເຫດ ລບຕ ນອກຈາກນັ້ນໂຄງການດັ່ງກ່າວມີຄວາມສໍາຄັນຕໍ່ການສະໜັບສະໜູນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ແລະ ປະກອບສ່ວນຕໍ່ການຈັດຕັ້ງປະຕິບັດແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ 2021-2030 ພ້ອມທັງເຮັດໃຫ້ ປະຊາຊົນໃນແຂວງເປົ້າໝາຍຜູ້ທີ່ລອດຊີວິດ ແລະ ສະມາຊິກໃນຄອບຄົວທີ່ໄດ້ຮັບຜົນກະທົບຈາກອຸບັດຕິເຫດຈາກ ລບຕ ໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ ແລະ ອຸດໜູນຄອບຄົວຜູ້ຖືກເຄາະຮ້າຍທີ່ເສຍຊີວິດ.
ທີ່ມາ: ວຽງຈັນໃໝ່





