(16.9.24) ທີ່ນະຄອນຫລວງວຽງຈັນ ອົງການ Canal France International (CFI) ໄດ້ປະກາດເປີດໂຄງການ “ສື່ ສໍາລັບ ສຸຂະພາບໜຶ່ງດຽວ” ຫຼື Media for One Health” ຂຶ້ນ ຢູ່ນະຄອນຫຼວງວຽງຈັນ, ໂດຍການຮວບຮວມເອົາ ບັນດານັກຂ່າວທ້ອງຖິ່ນ ແລະ ຜູ້ຊ່ຽວຊານທາງດ້ານສຸຂະພາບເຂົ້າຮ່ວມ ການຝຶກງານ, ມີຈຸດປະສົງເພື່ອສົ່ງເສີມ ບົດບາດຂອງສື່ ໃນການສົ່ງເສີມສຸຂະພາບສິ່ງແວດລ້ອມ ແລະ ຊຸມຊົນ.
ການຝຶກອົບຮົມເລີ່ມຕົ້ນ ຂຶ້ນດ້ວຍການຈັດງານປະຊຸມວິຊາ ການກ່ຽວກັບການສ້າງຄວາມຮັບຮູ້ກ່ຽວກັບສຸຂະພາບໜຶ່ງດຽວ, ກ່າວເປີດງານໂດຍທ່ານ Brieuc Lahellec, ຜູ້ຈັດການໂຄງການ ຂອງໂຄງການ CFI; ທ່ານນາງ Nathalie Brat, ທີ່ປຶກສາການຮ່ວມມື ແລະ ວັດທະນະທຳຈາກ ສະຖານທູດ ຝຣັ່ງ ປະຈໍາລາວ; ແລະ ທ່ານ ສົມສະຫວາດ ພົງສາ, ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະການທ່ອງທ່ຽວ
ໂຄງການນີ້ ມີເປົ້າໝາຍ ເພື່ອຝຶກອົບຮົມ ໃຫ້ນັກນັກຂ່າວຢູ່ ສປປ ລາວ, ກຳປູເຈຍ, ຫວຽດນາມ ແລະຟິລິບປິນ, ເພື່ອໃຫ້ສາມາດ ລາຍງານຂ່າວ ສຸຂະພາບໜຶ່ງດຽວ ເຊິ່ງເປັນຫົວຂໍ້ທີ່ທົ່ວໂລກ ໃຫ້ຄວາມສໍາຄັນ. ການທີ່ນັກຂ່າວ ເຂົ້າໃຈໄດ້ຢ່າງລະ ອຽດກ່ຽວກັບຄວາມສຳພັນລະຫວ່າງ ສິ່ງແວດລ້ອມ, ສຸຂະພາບສັດ ແລະ ສຸຂະພາບຄົນ, ນັກຂ່າວຈະມີຄວາມສາມາດດີຂຶ້ນ ໃນການນໍາສະເໜີ ຫຼາຍຫົວຂໍ້ ທີ່ກ່ຽວກັບ ພະຍາດຕິດແປກ ຈາກສັດມາສູ່ຄົນ, ການຊຸດໂຊມລົງ ຂອງສະພາບສິ່ງແວດລ້ອມ ແລະການປ່ຽນແປງ ດິນຟ້າອາກາດ.
ການປຶກສາຫາລືໃນລະຫວ່າງ ກອງປະຊຸມ ແມ່ນມີການສົນທະນາ ປິ່ນອ້ອມ ແນວທາງທີ່ກ່ຽວຂ້ອງ ກັບ ສຸຂະພາບໜຶ່ງດຽວ ແລະ ການຈັດຕັ້ງປະຕິບັດ ໃນທົ່ວຂົງເຂດ ອາຊຽນ. ທ່ານ ດຣ. Daan Vink, ນັກວິທະຍາສາດ ດ້ານລະບາດວິທະຍາ ຂອງສັດ ຈາກ ສູນຄົ້ນຄວ້າກະສິກໍາ ປະເທດຝຣັ່ງ (CIRAD), ແລະ ທ່ານ ສາດສະດາຈານ ປອ. ມາຍຟອງ ມາຍຊາຍ, ຮອງສາດສະດາຈານ ແລະ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນ ແນວທາງ ສຸຂະພາບໜຶ່ງດຽວ ເພື່ອໃຫ້ມີຄວາມເຂົ້າໃຈການເຊື່ອມໂຍງລະຫວ່າງ ສຸຂະພາບສັດ, ສຸຂະພາບຄົນ ແລະ ສິ່ງແວດລ້ອມ.
ທ່ານ ສັນຕິ ໄຊປັນຍາ, ຜູ້ອຳນວຍການ ອົງການອະນຸລັກສັດປ່າ (WCS) ແລະ ທ່ານນາງ ສຸກສະເຫວີຍ ແກ້ວທຽນຈັນ, ຜູ້ກໍ່ຕັ້ງ Zero Waste Laos, ໄດ້ເນັ້ນເຖິງບົດບາດຂອງສື່ ແລະ ອົງການຈັດຕັ້ງທາງສັງຄົມ ໃນການສ້າງການຮັບຮູ້ກ່ຽວກັບ ສຸຂະ ພາບໜຶ່ງດຽວ, ໂດຍສະເພາະ ໃນດ້ານທີ່ກ່ຽວກັບການປົກປັກ ຮັກສາ ສັດປ່າ ແລະ ສິ່ງແວດລ້ອມ.
ທ່ານ ປອ. Daan Vink ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ແນວຄວາມຄິດຂອງ ສຸຂະພາບໜຶ່ງດຽວ, ໂດຍສະເພາະ ໃນທ່າມກາງທີ່ມີຄວາມທ້າທາຍ ທາງສຸຂະພາບ ຈາກການລະບາດ ຂອງພະຍາດຕ່າງໆ ເຊັ່ນ: SARS, H1N1, MERS, Ebola, Zika ແລະ COVID-19 ເປັນຕົ້ນ ທີ່ມີຕົ້ນກຳເນີດມາຈາກສັດ ແລະມີຜົນກະທົບຢ່າງຫລາຍຕໍ່ສຸຂະພາບມະນຸດ ແລະເສດຖະກິດຂອງໂລກ. ທ່ານ ສາດສະດາຈານ ປອ. ມາຍຟອງ ມາຍຊາຍ ໄດ້ເນັ້ນໜັກໃຫ້ເຫັນເຖິງ ຄວາມຈຳເປັນຂອງ ນັກຂ່າວ ໃນການພັດ ທະນາ ທັກສະທາງເທັກນິກ ແລະທັກສະທາງການສື່ສານທີ່ສຳຄັນ ເພື່ອສ້າງບົດຂ່າວທີ່ປິ່ນອ້ອມ ສຸຂະພາບໜຶ່ງດຽວ. ຄວາມເຂົ້າໃຈກ່ຽວກັບ ການລະບາດ ຂອງເຊື້ອພະຍາດ, ການນໍາເຊື້ອ ແລະ ການ ຕິດເຊື້ອພະຍາດ ແມ່ນມີຄວາມຈໍາເປັນໃນການຮຽນຮູ້ ຂອງນັກຂ່າວ, ແລະການຮ່ວມມືຢ່າງມີປະສິດທິພາບ, ທັກສະການສື່ ສານ ແລະ ການແກ້ໄຂປັນຫາສະເພາະໜ້າ ແມ່ນເປັນທັກສະພື້ນ ຖານທີ່ສໍາຄັນສຳລັບນັກຂ່າວໃນຍຸກທີ່ໂລກມີການປ່ຽນແປງຢ່າງໄວວາ.
ໂຄງການ “ສື່ສໍາລັບ ສຸຂະພາບໜຶ່ງດຽວ” ແມ່ນໂຄງການ ທີ່ມີໄລຍະເວລາ ສອງປີ ແລະ ໄດ້ຮັບການສະໜັບສະໜູນໂດຍກະຊວງຕ່າງປະເທດ ແລະ ເອີຣົບ ຂອງປະເທດ ຝຣັ່ງ. ເປົ້າໝາຍຂອງໂຄງ ການນີ້ ແມ່ນເພື່ອໃຫ້ນັກຂ່າວໃນອາຊຽນໄດ້ມີທັກສະ ຄວາມຮູ້ໃນການສື່ສານ ແນວຄວາມຄິດ ກ່ຽວກັບ ສະຂະພາບໜຶ່ງດຽວ ໃຫ້ໄດ້ຢ່າງມີປະສິດທິຜົນ ເພື່ອພັດທະນາຄວາມຮູ້ ຄວາມເຂົ້າໃຈ ໃຫ້ກັບສັງຄົມ ແລະ ຜູ້ທີ່ເຮັດວຽກທາງດ້ານນະໂຍບາຍ ກ່ຽວກັບ ສິ່ງທ້າທາຍທາງສຸຂະພາບ ທີ່ກໍາລັງເປັນໄພຂົ່ມຂູ່ໃນທົ່ວໂລກ.





