ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດໂຄງການສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງໃນ ສປປ ລາວ

Jun 17, 2024

ວັນທີ 14 ມິຖຸນາ 2024 ນີ້, ກະຊວງຊັບພະຍາກອນ ທຳມະ ຊາດ ແລະ ສິ່ງແວດລ້ອມ ແລະ ອົງການສະວິສຄອນແທັກ ປະຈຳລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ແລະ ເປີດໂຄງການສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງໃນ ສປປ ລາວ, ເຊິ່ງເປັນຂີດໝາຍເລີ່ມຕົ້ນຂອງການຮ່ວມມືຢ່າງເປັນທາງ ການຄັ້ງໃໝ່ ໂດຍໄດ້ຮັບການຊ່ວຍເຫລືອຈາກ ສະຫະພາບເອີຣົບ ແລະ ປະເທດ ສະວິດ ຈໍານວນ 2,499,580 ເອີໂຣ.
“ໂຄງການສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງໃນ ສປປ ລາວ (ໂຄງການ SCP ລາວ)” ແມ່ນເພື່ອສະໜັບສະ ໜູນຄວາມພະຍາຍາມຕາມທິດສີຂຽວ ຂອງ ລາວ ໄປຄຽງຄູ່ກັບການ ສ້າງໂອກາດດ້ານວຽກເຮັດງານທໍາໃຫ້ແກ່ຊຸມຊົນ ໂດຍຜ່ານການ ສ້າງຈິດສຳນຶກ, ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງຂອງໄວໜຸ່ມ ແລະ ແມ່ຍິງ ກ່ຽວກັບນະໂຍບາຍດ້ານສິ່ງແວດລ້ອມ ແລະ ປັບປຸງລະບົບການຄຸ້ມຄອງສິ່ງເສດເຫລືອ ເພື່ອສ້າງວຽກເຮັດງານທຳສີຂຽວ.
ທ່ານ ພູວົງ ຫລວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ: “ ການຜະລິດ ແລະ ບໍລິໂພກ ແບບຍືນຍົງ ແມ່ນອົງປະກອບທີ່ສໍາຄັນຂອງຄວາມພະຍາຍາມຂອງພວກເຮົາ ເພື່ອຮັບປະກັນຄວາມຢູ່ດີກິນດີໃນໄລຍະຍາວຂອງປະຊາຊົນ ແລະ ການປົກປ້ອງສິ່ງແວດລ້ອມຂອງພວກເຮົາ. ໂຄງການນີ້ໄດ້ຮັບເອົາຄໍາໝັ້ນສັນຍາອັນໃຫຍ່ຫລວງໃນການກ້າວໄປເຖິງເປົ້າໝາຍການພັດທະນາແບບຍືນຍົງ ແລະ ແກ້ ໄຂສິ່ງທ້າທາຍທີ່ພວກເຮົາກໍາລັງພົບໃນການສົ່ງເສີມການບໍລິໂພກ ແລະ ການຜະລິດແບບມີຄວາມຮັບຜິດຊອບ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ແຜນງານ ການຜະລິດ ແລະ ການບໍລິໂພກ ແບບຍືນຍົງ ຂອງ ສປປ ລາວ ແຕ່ປີ 2022-2025 ແລະ ວິໄສທັດຮອດປີ 2030.”
ທ່ານ ນາງ ອີນາ ມາຈູລໍນິເຕ (Ina Marciulionyte), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ໄດ້ເນັ້ນໜັກວ່າ: ການ ເປີດໂຄງການດັ່ງກ່າວ ສະແດງໃຫ້ເຫັນເຖິງການດຳເນີນການຮ່ວມ ກັນໃນການສ້າງຈິດສຳນຶກໃຫ້ກວ້າງຂວາງກ່ຽວກັບຄວາມສ່ຽງຕໍ່ສຸຂະພາບຈາກປລາສຕິກ, ເລັ່ງການຢຸດເຊົານຳໃຊ້ປລາສຕິກໃຊ້ແລ້ວຖິ້ມ, ຊຸກຍູ້ໃຫ້ເກີດມີສົນທິສັນຍາສະຫະປະຊາຊາດວ່າດ້ວຍ ມົນລະພິດປລາສຕິກທີ່ໜັກແໜ້ນ ແລະ ຮຽກຮ້ອງໃຫ້ມີການຍຸຕິແຟຊັນ ມາໄວ-ໄປໄວ (Fast Fashion) ”.