ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດໂຄງການຮ່ວມມື ເພື່ອປັບປຸງໂພຊະນາການໃນຊຸມຊົນ ຢູ່ເມືອງທ່າແຕງ

Nov 28, 2024

ອົງການອາຫານໂລກ ແຫ່ງສະຫະປະຊາຊາດ (WFP) ແລະ ສະຖານທູດຝຣັ່ງ ປະຈຳລາວ ເປີດໂຄງການຮ່ວມມື ເພື່ອປັບປຸງໂພຊະນາການໃນຊຸມຊົນ, ພ້ອມທັງຊຸກຍູ້ໃຫ້ກຸ່ມກະສິກອນ ສະໜອງສະບຽງອາຫານສົດ, ທີ່ຜະລິດໃນທ້ອງຖິ່ນໃຫ້ແກ່ໂຮງຮຽນ ຢູ່ເມືອງທ່າແຕງ ແຂວງເຊກອງ ໂດຍການສະໜັບສະໜູນທຶນ 500.000 ເອີໂຣ ຈາກໂຄງການຊ່ວຍເຫລືອດ້ານສະບຽງອາຫານ ຂອງປະເທດ ຝຣັ່ງ ເຊິ່ງຈະຈັດຕັ້ງປະຕິບັດໂດຍ ຫ້ອງການສຶກສາ ແລະ ກະສິກຳຂອງເມືອງ.
ແຂວງເຊກອງ ກໍາລັງປະສົບກັບບັນຫາຄວາມບໍ່ໝັ້ນຄົງ ທາງດ້ານສະບຽງອາຫານ ແລະ ມີການຂາດສານອາຫານໃນລະດັບສູງ, ປະຊາກອນໃນແຂວງສະເລ່ຍ 29% ກໍາລັງຜະເຊີນກັບການຂາດແຄນອາຫານຕາມລະດູການ ແລະ ບໍ່ພຽງພໍ ເຊິ່ງສົ່ງຜົນກະທົບຕໍ່ຄວາມສາມາດຂອງນັກຮຽນໃນການຮຽນຮູ້ ແລະ ພັດທະນາການທາງດ້ານຮ່າງກາຍ ແລະ ສະໝອງ. ໂຄງການດັ່ງກ່າວ, ແນໃສ່ການແກ້ໄຂບັນຫາໂດຍກົງ ໂດຍການປະສົມປະສານຄວາມຄິດລິເລີ່ມ ໃນການປ່ຽນແປງພຶດຕິກໍາທາງສັງຄົມ ເຂົ້າກັບການສະໜັບສະໜູນກຸ່ມກະສິກອນ ໂດຍສະເພາະແມ່ຍິງ ເພື່ອຜະລິດອາຫານທີ່ມີໂພຊະນາການສໍາລັບຄອບຄົວ ແລະ ເດັກນ້ອຍໃນໂຮງຮຽນ.
ທ່ານ ມາກ-ອານເດຣ ໂປຣສ ຜູ້ຕາງໜ້າ ອົງການອາຫານໂລກ ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ພວກເຮົາກໍາລັງນຳໃຊ້ວິທີການທີ່ຍຶດຫລັກວິທະຍາສາດ ເພື່ອສ້າງການປ່ຽນແປງພຶດຕິກໍາ ຜ່ານການກະຕຸ້ນປະຕິກິລິຍາທາງດ້ານຈິດໃຈ ເພື່ອຊ່ວຍປັບປຸງໂພຊະນາການ, ສຸຂະອະນາໄມ ແລະ ພຶດຕິກໍາ ໂດຍສະເພາະການໃຫ້ອາຫານເດັກນ້ອຍໃນຊຸມຊົນ. ພ້ອມກັນນັ້ນ, ພວກເຮົາຍັງໄດ້ສົ່ງເສີມການຜະລິດອາຫານທ້ອງຖິ່ນ ເພື່ອສະໜອງໃຫ້ແກ່ໂຮງຮຽນໃນການປຸງແຕ່ງອາຫານທ່ຽງປະຈຳວັນ ໃຫ້ແກ່ນັກຮຽນ ເພື່ອເຮັດໃຫ້ໂຄງການອາຫານທ່ຽງ ໃນໂຮງຮຽນມີຄວາມຍືນຍົງ. ຂະນະດຽວກັນ, ກໍເປັນການຊ່ວຍຫລຸດຜ່ອນການລະບາຍອາຍກາກໂບນິກນຳອີກ, ພ້ອມທັງສ້າງໂອກາດດ້ານເສດຖະກິດໃຫ້ແກ່ບັນດາແມ່ຍິງ, ຊຸກຍູ້ເສດຖະກິດທ້ອງຖິ່ນ ແລະ ເສີມຂະຫຍາຍຄຸນຄ່າທາງໂພຊະນາການຂອງອາຫານທ່ຽງ ດ້ວຍວັດຖຸດິບທີ່ສົດໃໝ່ຈາກທ້ອງຖິ່ນ.
ທ່ານ ນາງ ຊີວ-ແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ກ່າວວ່າ: ໃນໄລຍະ 5 ປີຜ່ານມາ, ປະເທດຝຣັ່ງ ໄດ້ລົງທຶນ 3,3 ລ້ານເອີໂຣ ເຂົ້າໃນໂຄງການຂອງອົງການອາຫານໂລກ ເພື່ອສະໜັບສະໜູນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການຢູ່ ສປປ ລາວ ທີ່ນອນໃນພື້ນເປົ້າໝາຍດຽວກັນ. ໃນຖານະທີ່ເປັນຜູ້ສົ່ງເສີມວຽກງານອາຫານໃນໂຮງຮຽນ ແລະ ເປັນຜູ້ກໍ່ຕັ້ງຂອງສະຫະພັນອາຫານທ່ຽງສາກົນ ທີ່ປະເທດລາວໄດ້ເຂົ້າເປັນສະມາຊິກເມື່ອບໍ່ດົນມານີ້, ປະເທດຝຣັ່ງ ຖືວ່າການສົ່ງເສີມໂພຊະນາການໃນໂຮງຮຽນ ເປັນເຄື່ອງມືທີ່ມີປະສິດທິພາບສູງ ໃນການຕໍ່ຕ້ານການຂາດສານອາຫານຂະໜາດໃຫຍ່.