ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດໂຄງການເພີ່ມລາຍຮັບ ສ່ວຍສາອາກອນ ພາຍໃນປະເທດ ແບບທັນສະໄໝ

May 14, 2025

ພິທີເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນ ພາຍໃນປະເທດ ແບບທັນສະໄໝ (DRMM) ຈັດຂຶ້ນໃນວັນທີ 14 ພຶດສະພາ 2025 ໂດຍມີ ທ່ານ ສຸລິວັດ ສຸວັນນະຈຸມຄໍາ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະຊີ້ນໍາໂຄງການ DRMM, ທ່ານ Amr Qari ຮອງຫົວໜ້າຫ້ອງການ ທະນາຄານ ພັດທະນາອາຊີ (ADB), ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸລິວັດ ສຸວັນນະຈຸມຄຳ ໄດ້ໃຫ້ຮູ້ວ່າ: ໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດ ແບບທັນສະໄໝ ຫລື ເອີ້ນວ່າ DRMM ເປັນໂຄງການຍຸດທະສາດໜຶ່ງຂອງລັດຖະບານ ເຊິ່ງມີເປົ້າໝາຍສຸມໃສ່ການສ້າງຄວາມເຂັ້ມແຂງທາງດ້ານການເງິນ ດ້ວຍການຍົກລະດັບວຽກງານສ່ວຍສາອາກອນ ໃນກົນໄກການຈັດເກັບລາຍຮັບໃຫ້ເປັນທັນສະໄໝ ແລະ ຮັບປະກັນປະສິດທິຜົນໄດ້ດີຂຶ້ນ. ພ້ອມນີ້, ຍັງໄດ້ຖືໂອກາດນີ້, ສະແດງຄວາມຂອບໃຈ ຕໍ່ທະນາຄານພັດທະນາອາຊີ ທີ່ປະກອບສ່ວນຊ່ວຍສະໜັບສະໜູນ ເຂົ້າໃນວຽກງານການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ຂອງລັດຖະບານລາວ ໂດຍສະເພາະ ແມ່ນການສະໜັບສະໜູນ ດ້ານທຶນກູ້ຢືມ ໃນມູນຄ່າທັງໝົດ 25 ລ້ານໂດລາສະຫະລັດ ແລະ ຊ່ວຍເຫລືອ 2 ລ້ານໂດລາສະຫະລັດ ເຂົ້າໃສ່ການພັດທະນາດ້ານຂໍ້ມູນຂ່າວສານເຕັກໂນໂລຊີ ຂອງຂະແໜງການຈັດເກັບລາຍຮັບຂອງລາວເຮົາ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ ເຊິ່ງສອດຄ່ອງກັບແຜນຍຸດທະສາດແຫ່ງຊາດຂອງລັດຖະບານ ໃນການເພີ່ມລາຍຮັບພາຍໃນປະເທດ, ຫລຸດຜ່ອນໜີ້ສິນສາທາລະນະ, ຮັບປະກັນການສະໜອງງົບປະມານໃນການບໍລິການສາທາລະນະ ຢ່າງຍືນຍົງ ແລະ ກຸ້ມຕົນເອງ.
ທ່ານ ສຸລິວັດ ສຸວັນນະຈຸມຄຳ ຍັງໃຫ້ຮູ້ອີກວ່າ: ໃນຊ່ວງທົດສະວັດທີ່ຜ່ານມາ, ສປປ ລາວ ໄດ້ມີການຂະຫຍາຍຕົວທາງດ້ານເສດຖະກິດ ຢ່າງຕໍ່ເນື່ອງ ເຊິ່ງສົ່ງຜົນເຖິງການປ່ຽນແປງໂຄງສ້າງທີ່ສໍາຄັນຂອງເສດຖະກິດແຫ່ງຊາດ. ໃນໄລຍະ 4 ປີທີ່ຜ່ານມາ, ລັດຖະບານ ສາມາດຈັດເກັບລາຍຮັບໄດ້ຕາມແຜນ ແລະ ລື່ນແຜນການ, ແຕ່ເຖິງວ່າຈະບັນລຸໄດ້ດ້ານຕັ້ງໜ້າຄືດັ່ງກ່າວ, ກໍຍັງຜະເຊີນກັບສິ່ງທ້າທາຍຫລາຍດ້ານ ໂດຍສະເພາະບັນດາເງື່ອນໄຂທີ່ຈະປະກອບສ່ວນ ໃຫ້ການສ້າງຄວາມໝັ້ນຄົງດ້ານເສດຖະກິດ, ການສ້າງຄວາມເຂັ້ມແຂງທາງດ້ານລາຍຮັບ ແລະ ການຄຸ້ມຄອງ ໜີ້ສິນສາທາລະນະ ຢ່າງມີປະສິດທິຜົນ. ເພື່ອກ້າວຂ້າມບັນດາສິ່ງທ້າທາຍຕ່າງໆ ແລະ ສ້າງຄວາມເຂັ້ມແຂງທີ່ຍືນຍົງ ຈະຕ້ອງໄດ້ມີກົນໄກ ການຄຸ້ມຄອງຊັບພະຍາກອນພາຍໃນປະເທດ ທີ່ມີປະສິດທິຜົນ ເພື່ອຫລຸດຜ່ອນການເພິ່ງພາອາໄສແຫ່ງ ທຶນຈາກພາຍນອກ.
ໂຄງການ DRMM ແມ່ນນອນຢູ່ໃນແຜນຍຸດທະສາດການຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ສໍາລັບປີ 2024-2028, ແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ 9 ປີ 2021-2025 ແລະ ແຜນພັດທະນາຍຸດທະສາດສ່ວຍສາອາກອນ 2021-2025, ຈະເປັນໂຄງການທີ່ຊ່ວຍໃຫ້ ລັດຖະບານ ພັດທະນາກົນໄກການການຄຸ້ມຄອງການຈັດເກັບລາຍຮັບ ທີ່ມີປະສິດທິຜົນ ເພື່ອເປັນເຄື່ອງມືທີ່ມີປະສິດທິພາບໃນການຂຸດຄົ້ນ ແລະ ຄຸ້ມຄອງຊັບພະຍາກອນພາຍໃນປະເທດ ທີ່ເປັນທ່າແຮງ ໄດ້ຢ່າງຄົບຖ້ວນ ແລະ ສອດຄ່ອງກັບລະບຽບກົດໝາຍ ເຮັດໃຫ້ລາຍຮັບຂອງ ລັດຖະບານເພີ່ມຂຶ້ນ ສາມາດແກ້ໄຂບັນຫາຄວາມບອບບາງທາງເສດຖະກິດມະຫາພາກ ໂດຍຜ່ານບັນດາໜ້າວຽກຄື: ການຫັນເປັນທັນສະໄໝ (ເປັນລະບົບດີຈິຕອນ) ໃນຂອດການບໍລິການຜູ້ເສຍອາກອນ, ການພັດທະນາລະບົບໃບເກັບເງິນແບບທັນສະໄໝ (E-invoicing), ການປັບປຸງລະບົບການວິເຄາະຂໍ້ມູນ ແລະ ການພັດທະນາສູນຝຶກອົບຮົມດ້ານວຽກງານສ່ວຍສາອາກອນ.
ຂ່າວ-ພາບ: ສຳນານ