ໂຄງການຄວບຄຸມພະຍາດກາຝາກ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອລ້າຈາກກອງທືນພິເສດ ຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ , ເຊິ່ງເປັນໂຄງການຮ່ວມມືຈາກຫຼາຍພາກສ່ວນ ທັງພາກລັດ ແລະ ອົງການຈັດຕັ້ງສາກົນ ຮ່ວມກັນເພື່ອສ້າງຄວາມເຂັ້ມ ແຂງໃຫ້ພະນັກງານສາທາເມືອງ, ສຸກສາລາ, ອສບ ແລະ ຄູອາຈານ ໃຫ້ມີຄວາມຮູ້ຄວາມສາມາດ, ໃຫ້ຄໍາແນະນໍາ ກ່ຽວກັບເລັ່ງລັດຄວບຄຸມພະຍາດກາຝາກ, ພະຍາດໃບໄມ້ໃນຕັບ, ພະຍາດໃບໄມ້ໃນເລືອດ ເຊິ່ງເປັນພະຍາດທີ່ຍັງເປັນບັນຫາທາງດ້ານສາທາລະນະ ສຸກທີ່ຕ້ອງໄດ້ເອົາໃຈໃສ່ ເພື່ອລົບລ້າງໃນປີ 2030.
ການເປີດໂຄງການຄັ້ງນີ້ຈະເປັນການຮ່ວມມືກັນເພື່ອສ້າງຄວາມ ເຂັ້ມແຂງໃຫ້ພະນັກງານທີ່ກ່ຽວຂ້ອງ ໃຫ້ມີຄວາມຮູ້ຄວາມສາມາດ, ໃຫ້ຄໍາແນະນໍາ ແລະ ນໍາສົ່ງຄົນເຈັບໄປບ່ອນທີ່ມີເງື່ອນໄຂ ຈຸດປະ ສົງຫຼັກກໍ ເພື່ອແນໃສ່ເຮັດໃຫ້ເດັກມີສຸຂະພາບທີ່ແຂງແຮງ ບໍ່ຂາດສານອາຫານ, ເຮັດໃຫ້ການພັດທະນາຈະເລີນເຕີບໂຕຂອງເດັກໄວຂື້ນ, ອັດຕາການຕິດເຊື້ອຫຼຸດລົງ ແລະ ຫຼຸດຜ່ອນອັດຕາການຕາຍຂອງເດັກທີ່ເກີດມາຈາກພະຍາດແຊກຊ້ອນຕ່າງໆ.
ພິທີດັ່ງກ່າວ ຈັດຂຶ້ນໃນວັນທີ 22 ມັງກອນ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ໂດຍ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະ ສຸກ, ທ່ານ DENG Liqiang, ຜູ້ຊ່ວຍທ່ານເອກອັກຄະລະສະທູດຈີນ ປະຈໍາ ສປປ ລາວ, ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ມີທ່ານຄະນະນຳຈາກກະຊວງສາທາ ລະນະສຸກ, ກະຊວງການຕ່າງ ປະເທດ, ຫົວໜ້າກົມ, ຮອງກົມ, ຫົວໜ້າສູນ, ຮອງສູນ, ອົງການຈັດຕັ້ງສາກົນ, ທິມງານສະຖານ ທູດຈີນປະຈໍາ ສປປ ລາວ, ພ້ອມຄະນະນໍາ 06 ແຂວງ ກໍ່ໄດ້ຂົ້າຮ່ວມ.
ທີ່ມາ: ສູນຂ່າວສານການແພດ






