ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ຂໍ້ຕົກລົງຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ

Mar 6, 2025

ສູນໂພຊະນາການແຫ່ງຊາດ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມແຕ່ງຕັ້ງຄະນະວິຊາການກອງເລຂາຄະນະກໍາມະການແຫ່ງຊາດດ້ານໂພຊະນາການ ຂຶ້ນໃນວັນທີ 04 ມີນາ 2025 ທີ່ ໂຮງແຮມລາວພຣາຊາ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາ ລະນະສຸກ.
ຈຸດປະສົງ ເພື່ອປຶກສາຫາລືການກະກຽມກອງປະຊຸມໂພຊະນາ ການແຫ່ງຊາດ ຄັ້ງທີ 10. ແລະ ການລະດົມທຶນການສະໜັບ ສະໜູນຈາກບັນດາຄູ່ຮ່ວມພັດທະນາ ໃຫ້ມີງົບປະມານໃຫ້ແກ່ວຽກງານດ້ານໂພຊະນາການ ແລະຕິດຕາມຄວາມຄືບໜ້າໃນການກະກຽມກອງປະຊຸມ ແລະ ຕົກລົງວຽກງານໃນຕໍ່ໜ້າ.
ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ