ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາະລະນະສຸກ ໄດ້ຈັດພິທີເຜີຍແຜ່ຄວາມຮູ້ກ່ຽວກັບວັກຊີນກັນພະຍາດຜ່ານສື່ໃໝ່ ຂຶ້ນໃນວັນທີ 19 ພຶດ ສະພາ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານນາງ ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ.
ທ່ານນາງ ວຽງຂັນ ພິໄຊ ກ່າວວ່າ: ສື່ໃໝ່ຈະໃຫ້ຂໍ້ມູນທີ່ຊັດເຈນ ມີພາບປະກອບ ແລະ ມີຂໍ້ຄວາມທີ່ເຂົ້າໃຈງ່າຍທີ່ກ່ຽວພັນກັບປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ ເຊິ່ງເປັນປຶ້ມ ຫຼື ໜັງສືທີ່ປະຊາຊົນມີຄວາມຄຸ້ນເຄີຍ ແລະ ໄວ້ວາງໃຈ ເຊິ່ງສື່ເຫຼົ່ານີ້ຈະຊ່ວຍພະນັກງານແພດ ແລະ ອົງການປົກຄອງບ້ານໃນການສົ່ງເສີມວຽກງານປ້ອງກັນສຸຂະພາບໄດ້ເປັນຢ່າງດີໃນຕໍ່ໜ້າ
ສໍາລັບ, ສື່ທີ່ໄດ້ຜະລິດຂຶ້ນໃໝ່ປະກອບມີ ຊຸດວິດີໂອພາບກາຕູນ, ເຊິ່ງມີຫຼາຍພາສາ ອອກແບບໂດຍສະເພາະສໍາລັບການເປີດໃນໂທລະສັບມືຖື ໂດຍພະນັກງານແພດໃນຂະນະລົງເຄື່ອນໄຫວໃນຊຸມຊົນ ແຜ່ນພັບທີ່ມີຂໍ້ມູນກ່ຽວກັບວັກຊີນທັງແບບພິມ ແລະ ດີຈີຕອນ ເພື່ອໃຫ້ສະດວກແກ່ພະນັກງານແພດ ແລະ ຜູ້ອື່ນໃນການຊອກຫາ ການຜະລິດສື່ເຫຼົ່ານີ້ແມ່ນໄດ້ນຳພາໂດຍໂຄງການໃຫ້ວັກຊີນກັນພະຍາດແຫ່ງຊາດ ແລະ ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ເຊິ່ງໄດ້ອີງໃສ່ປຶ້ມການຕິດຕາມແມ່ ແລະ ເດັກທີ່ເປັນທີ່ຮູ້ຈັກ ເຊື່ອຖືໄດ້ ແລະ ມີໃນທຸກຄອບຄົວໃນ ສປປ ລາວ.
ທີ່ມາ: ວຽງຈັນໃຫມ່



