ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ຮ່ວມກັບ ສະຖາບັນຄົ້ນຄວ້າເສດຖະກິດສຳລັບອາຊຽນ ແລະ ອາຊີຕາເວັນອອກ (ERIA) ໄດ້ຈັດກອງປະຊຸມ ສຳມະນາ ເຜີຍແຜ່ຜົນການຄົ້ນຄວ້າ ຂອງສະຖາບັນຄົ້ນຄວ້າເສດຖະກິດສຳລັບອາຊຽນ ແລະ ອາຊີຕາເວັນອອກ ໃນ 4 ຫົວຂໍ້ ທີ່ສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ກອງປະຊຸມ ຈັດຂຶ້ນໃນ ວັນທີ 2 ສິງຫາ 2024 ທີໂຮງແຮມລາວພຣາຊາ ເຂົ້າຮ່ວມຂອງທ່ານ
ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ສຈ Tetsuya Watanabe ປະທານ ERIA ພ້ອມນັກຄົ້ນຄວ້າ, ສຄອຊ, ພາກທຸລະກິດ, ສະຖາບັນການສຶກສາເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ຂ້າພະເຈົ້າ ຂໍຕາງໜ້າຄະນະຮັບຜິດຊອບກອງປະຊຸມສໍາມະນາ ສະແດງຄວາມຍິນດີຕ້ອນຮັບບັນດາທ່ານເຂົ້າຮ່ວມກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າຂອງ ສະຖາບັນຄົ້ນຄວ້າເສດຖະກິດສຳລັບອາຊຽນ ແລະ ອາຊີຕາເວັນອອກ ໃນ 4 ຫົວຂໍ້ ທີ່ສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ປະກອບດ້ວຍ:
1. ຫົວຂໍ້ ທຳອິດ ແມ່ນ “ ຜົນການສຳຫຼວດກ່ຽວກັບປະສິດທິພາບການດຳເນີນງານຂອງທ່າບົກ ຢູ່ ສປປ ລາວ ” – ການດຳເນີນງານທ່າບົກ ຢ່າງມີປະສິດທິພາບ ແມ່ນມີຄວາມສຳຄັນຕໍ່ການຍົກລະດັບເຄືອຂ່າຍການຂົນສົ່ງຂອງພວກເຮົາ, ໂດຍການເພີ່ມປະສິດທິພາບ ທາງດ້ານສິ່ງອຳນວຍຄວາມສະດວກຂອງການດຳເນີນງານໃນທ່າບົກ, ພວກເຮົາສາມາດຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງຢ່າງຫຼວງຫຼາຍ, ປັບປຸງປະສິດທິພາບທາງດ້ານການຄ້າ ແລະເພີ່ມຄວາມສາມາດດ້ານການແຂ່ງຂັນ ໃນຕະຫຼາດໂລກ. ການສຶກສາຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈອັນສຳຄັນທີ່ຈະຊ່ວຍໃຫ້ພາກສ່ວນທີ່ກ່ຽວຂ້ອງ ປັບປຸງການຂົນສົ່ງສິນຄ້າ ເຮັດໃຫ້ ສປປ ລາວ ກາຍເປັນຜູ້ມີບົດບາດສໍາຄັນທາງດ້ານການຄ້າສາກົນຫຼາຍຂຶ້ນ.
2. “ ການພັດທະນາທີ່ຍືນຍົງ ແລະ ສາມາດແຂ່ງຂັນໄດ້ຂອງເຂດອຸດສາຫະກຳ ໃນ ສປປ ລາວ ” – ເຂດອຸດສາຫະກຳແມ່ນມີຄວາມສຳຄັນຕໍ່ການເຕີບໂຕທາງດ້ານເສດຖະກິດ ແລະ ການສ້າງວຽກເຮັດງານທຳໃນ ສປປ ລາວ. ຜົນຂອງການສຶກສານີ້ ໄດ້ຊອກຫາຂໍ້ສະເໜີດ້ານນະໂຍບາຍເພື່ອເຮັດໃຫ້ພວກເຮົາສາມາດສ້າງເຂດອຸດສາຫະກຳ ທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ໄດ້ຮັບມາດຕະຖານໃນລະດັບສາກົນ. ໂດຍການນຳໃຊ້ວິທີການຈັດການທີ່ເໝາະສົມ ແລະ ຄຽງຄູ່ກັບການຊຸກຍູ້ວຽກງານດ້ານນະວັດຕະກຳ, ພວກເຮົາສາມາດຮັບປະກັນວ່າເຂດອຸດສາຫະກຳຂອງພວກເຮົາບໍ່ພຽງແຕ່ຈະເລີນຮຸ່ງເຮືອງເທົ່ານັ້ນ ແຕ່ຍັງປະກອບສ່ວນໃນທາງບວກຕໍ່ສະພາບແວດລ້ອມ ແລະ ສະຫວັດດີການສັງຄົມ ອີກດ້ວຍ.
ຫົວຂໍ້ທີ 3 ແມ່ນ “ ການສຶກສາກ່ຽວກັບການສົ່ງເສີມການຜະລິດມັນຕົ້ນແບບຍືນຍົງໃນ ສປປລາວ ” – ທີ່ພວກເຮົາຮູ້ກັນແລ້ວວ່າ, ມັນຕົ້ນເປັນພືດທີ່ສຳຄັນໃນຂະແໜງກະສິກຳ ແລະ ເສດຖະກິດຂອງພວກເຮົາ. ການສຶກສາຄັ້ງນີ້ ໄດ້ເນັ້ນໃສ່ການສົ່ງເສີມການກະເສດແບບຍືນຍົງ ທີ່ສາມາດເພີ່ມສະມັດຕະພາບ, ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ປັບປຸງຊີວິດການເປັນຢູ່ຂອງຜູ້ປູກມັນຕົ້ນ ຄຽງຄູ່ກັບການຮັກສາສະພາບແວດລ້ອມສຳລັບໄລຍະຍາວ.
ຫົວຂໍ້ທີ 4 ຈະເວົ້າເຖິງ “ ທິດທາງນະໂຍບາຍຄວາມໝັ້ນຄົງດ້ານພະລັງງານໃນການພັດທະນາແບບກວມລວມ ແລະ ຍືນຍົງຂອງ ສປປ ລາວ ແລະ ຜົນໄດ້ຮັບຕໍ່ອາຊຽນ” – ເອກະສານຄົ້ນຄວ້າດ້ານນະໂຍບາຍສະບັບນີ້ ນໍາສະເໜີແຜນການ ໃນການສ້າງນະໂຍບາຍພະລັງງານລວມ ແລະ ຍືນຍົງ ທີ່ສອດຄ່ອງກັບເປົ້າໝາຍຂອງພາກພື້ນອາຊຽນ. ການຮັບປະກັນການສະໜອງພະລັງງານທີ່ໝັ້ນຄົງ. ລາຄາເໝາະສົມ, ຍຸດຕິທຳ ແລະຍືນຍົງ ເປັນສິ່ງສຳຄັນຕໍ່ການເຕີບໂຕດ້ານເສດຖະກິດ, ສັງຄົມແລະ ສິ່ງແວດລ້ອມ “
ຜົນການຄົ້ນຄວ້າໃນ 4 ຫົວຂໍ້ ທີ່ຈະໄດ້ເຜີຍແຜ່ໃນມື້ນີ້ ລ້ວນແຕ່ເປັນບັນຫາທີ່ສຳຄັນ ຕິດພັນກັບການແກ້ໄຂບັນຫາ ກໍຄືການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງ ໃນສະເພາະໜ້າແລະ ຍາວນານຂອງປະເທດເຮົາ. ຜົນຂອງການຄົ້ນຄວ້າ ຈະເປັນຄວາມຮູ້ ທີ່ສັງລວມໄດ້ຈາກການສຳຫຼວດ, ວິເຄາະວິໄຈ ທີ່ມີວິທະຍາສາດຈາກນັກຄົ້ນຄວ້າ ແລະ ຊ່ຽວຊານທີ່ມີບົດຮຽນ, ປະສົບການ ແລະ ຄຸນວຸດທິສູງ. ເຊິ່ງຈະເປັນບົດຮຽນອັນມີຄ່າ ໃຫ້ແກ່ລັດຖະບານ ກໍຄືຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການໝູນໃຊ້ເຂົ້າໃນການແກ້ໄຂບັນຫາ ແລະພັດທະນາຂະແໜງການ, ທ້ອງຖິ່ນ ແລະ ປະເທດຂອງພວກເຮົາ.
ຂ້າພະເຈົ້າ ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງອຸດສາຫະກຳແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງແຜນການ ແລະ ການລົງທຶນ ຈົ່ງນໍາເອົາຜົນການຄົ້ນຄວ້າດັ່ງກ່າວນີ້ ໄປສຶກສາຢ່າງເລິກເຊິ່ງ ແລະ ໝູນໃຊ້ໃຫ້ເປັນປະໂຫຍດ ເພື່ອກຳນົດນະໂຍບາຍ, ນິຕິກຳ ແລະ ແຜນພັດທະນາ ທັງເປັນແນວຄິດ ເພື່ອແກ້ໄຂບັນຫາຂອງການພັດທະນາ ທີ່ພວກເຮົາກຳລັງປະເຊີນຢູ່. ໃນນາມຕາງໜ້າລັດຖະບານ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ERIA ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດ ໂຄງການຄົ້ນຄວ້າເຫລົ່ານີ້ ຕາມການສະເໜີຂອງກະຊວງອຸດສາຫະກຳ ແລະ ການຄ້າ
ຂ່າວ-ພາບ: ພຸດຕີ້






