ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ຜົນສຳເລັດກອງປະຊຸມ AIPA-45

Nov 10, 2024

ຕອນເຊົ້າວັນທີ 07 ພະຈິກນີ້ ທີ່ສະພາແຫ່ງ ຊາດ, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າ ຮ່ວມ ແລະ ມີຄຳເຫັນກ່າວເປີດກອງປະຊຸມເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາ ຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ເຊິ່ງຈັດຂຶ້ນໂດຍກອງເລຂາໄອປາ. ມີບັນດາທູດ, ທູຕານຸທູດ ຂອງປະເທດສະມາຊິກອາຊຽນປະຈຳອາຊຽນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ກອງເລຂາຂອງລັດ ຖະສະພາສະມາຊິກໄອປາ, ລັດຖະສະພາສັງເກດການໄອປາ ແລະ ຄູ່ຮ່ວມພັດທະນາຂອງໄອປາ ເຂົ້າຮ່ວມແບບອອນລາຍ ລວມທັງໝົດ 47 ທ່ານ.
ກອງປະຊຸມໄດ້ຮັບຟັງການລາຍງານຈາກທ່ານເລຂາ ທິການໃຫຍ່ໄອປາ ກ່ຽວກັບການປະຕິບັດໜ້າທີ່ວຽກງານຂອງໄອປາ ຕະ ຫຼອດປີ 2024 ໂດຍສະເພາະແມ່ນຜົນສຳເລັດຂອງກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງທີ 45 ທີ່ສະພາແຫ່ງຊາດລາວ ເປັນເຈົ້າ ພາບຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 17-23 ຕຸລາຜ່ານມາ ເຊິ່ງເປັນໂອກາດດີໃນການເຜີຍແຜ່ບັນດາມະຕິ ແລະ ເນື້ອໃນສຳຄັນຕ່າງໆ ທີ່ກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງທີ 45 ໄດ້ຮັບ ຮອງເອົາ ໃຫ້ທູຕານຸທູດ ແລະ ບັນດາອົງການຈັດຕັ້ງສາກົນໄດ້ຮັບຊາບ ແລະ ເຂົ້າໃຈຕໍ່ກັບບົດບາດຂອງໄອປາຢ່າງກວ້າງຂວາງຍິ່ງຂຶ້ນ.
ຂ່າວ: ກົມພົວພັນລັດຖະສະພາຫຼາຍຝ່າຍ, ສະພາແຫ່ງຊາດ