ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ຜົນສຳເລັດກອງປະຊຸມໄອປາ ແລະ ກະກຽມກອງປະຊຸມສະໄໝສາມັນເທື່ອທີ 8

Oct 31, 2024

ທ້າຍອາທິດຜ່ານມານີ້, ສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດການດຳເນີນກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ການກະກຽມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ແລະ ປະກາດການແຕ່ງຕັ້ງຕຳແໜ່ງບໍລິຫານປະເພດຕ່າງໆພາຍໃນ ສພຊ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ໃນກອງປະຊຸມ ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະມັດຊາໃຫຍ່ໄອປາ ຍົກໃຫ້ເຫັນວ່າກອງປະຊຸມຄັ້ງນີ້ຈັດຂຶ້ນພາຍໃຕ້ຄຳຂວັນ:“ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ອັນເປັນການປະຕິບັດພັນທະໃນນາມສະມາຊິກສົມບູນໄອປາຂອງສະພາແຫ່ງຊາດລາວ ທັງເປັນໂອກາດໃນການສົ່ງເສີມນະໂຍບາຍຂອງລາວ ໃນການຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ເປັນປະເທດເຊື່ອມໂຍງເຊື່ອມຈອດ ສົ່ງ ເສີມການຮ່ວມມືກັບບັນດາລັດຖະສະພາສະມາຊິກໄອປາ ແລະ ຄູ່ຮ່ວມອື່ນໆ ເພື່ອຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດວຽກງານຕ່າງໆຂອງອາຊຽນ ໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ ພ້ອມນັ້ນເປັນການຍົກສູງບົດບາດຂອງສະພາແຫ່ງຊາດລາວໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ໄດ້ລາຍງານກ່ຽວກັບການກະກຽມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສພຊ ຊຸດທີ IX ໃຫ້ຊາບວ່າ:ກອງປະຊຸມສະໄໝສາມັນ ເທື່ອທີ 8 ຈະດຳເນີນກາງເດືອນພະຈິກ ຫາຕົ້ນເດືອນທັນວາ 2024 ເຊິ່ງຈະຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາວຽກງານ 4 ຂົງເຂດຄື: ວຽກງານລັດຖະບານ ວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ, ວຽກ ງານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ແລະ ວຽກງານສະພາແຫ່ງຊາດ ຈະພິຈາລະນາ ແລະ ຮັບ ຮອງເອົາການສ້າງ ແລະ ປັບປຸງກົດໝາຍ 9 ສະບັບ ໃນນີ້ສ້າງໃໝ່ 2 ສະບັບ, ປັບປຸງ 7 ສະບັບ.
ກອງປະຊຸມຍັງໄດ້ມີການປະກາດການແຕ່ງຕັ້ງຕຳແໜ່ງບໍລິຫານປະເພດຕ່າງໆ ແລະ ການຍົກຍ້າຍສັບຊ້ອນພະນັກງານພາຍໃນສະພາແຫ່ງຊາດຈຳນວນໜຶ່ງ ເປັນຕົ້ນຂັ້ນຮອງຫົວໜ້າກົມ ແລະ ຫົວໜ້າຮອງຫົວໜ້າພະແນກ.
ທີ່ມາ: ຂ່າວຜູ້ແທນປະຊາຊົນ