ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ຜົນສຶກສາການແຕ່ງດອງກ່ອນໄວອັນຄວນຂອງເດັກ ແລະ ການຖືພາຂອງໄວໜຸ່ມ ຢູ່ ສປປ ລາວ

Nov 27, 2024

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຮ່ວມກັບອົງການແພລນສາກົນ ປະຈໍາ ລາວ ແລະ ຄູ່ຮ່ວມພັດທະນາ ໄດ້ແກ່ອົງການແຄຣສາກົນ, ອົງການຊ່ວຍເຫຼືອເດັກ, ອົງການສຸພານິມິດ, UNICEF ແລະ UNFPA ໂດຍໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກ Finland Development Corporation ໄດ້ຈັດກອງປະຊຸມເຜີຍແຜ່ຜົນການສຶກສາການແຕ່ງດອງກ່ອນໄວອັນຄວນ ຂອງເດັກ ແລະ ການຖືພາຂອງໄວໜຸ່ມ ຢູ່ ສປປ ລາວ ຂຶ້ນໃນ ວັນທີ 26 ພະຈິກ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະະພັນແມ່ຍິງລາວ ຮອງປະທານ ຄຊກມດ ຜູ້ປະຈໍາການ NCAWMC, ທ່ານນາງ ແຄໂຣລ ມໍເທນສັນ ຫົວໜ້າອົງການແພລນ ສາກົນ ປະຈໍາ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນາງ ອາລີ ວົງໜໍ່ບຸນທໍາ ກ່າວວ່າ: ການແຕ່ງດອງ ແລະ ການເກີດລູກໃນໄລຍະໄວໜຸ່ມສາມາດຂັດຂວາງການຈະເລີນເຕີບໂຕ ແລະ ສະຫວັດດີພາບທາງດ້ານຮ່າງກາຍ, ຈິດໃຈ, ການສຶກສາ ແລະ ໂອກາດໃນຊີວິດຂອງເດັກຍິງ. ການແຕ່ງດອງກ່ອນໄວອັນຄວນ ເຮັດໃຫ້ການຖືພາໃນໄວໜຸ່ມມີຄວາມສ່ຽງຕໍ່ການຕາຍຂອງແມ່ ແລະ ອາການແຊກຊ້ອນດ້ານສຸຂະພາບທັງແມ່ ແລະ ລູກນ້ອຍ. ນອກຈາກຜົນກະທົບທີ່ມີຕໍ່ດ້ານສຸຂະພາບ, ການກະທຳດັ່ງກ່າວ ຍັງເປັນການສົ່ງເສີມວົງຈອນຂອງຄວາມທຸກຍາກ, ເສີມສ້າງຄວາມບໍ່ສະເໝີພາບທາງເພດ, ກີດຂວາງການພັດທະນາດ້ານເສດຖະກິດ ແລະ ສັງຄົມຂອງປະເທດຊາດ.
ການຄົ້ນຄວ້າໄດ້ເປີດເຜີຍໃຫ້ເຫັນວ່າ: ເດັກຍິງໃນຊົນນະບົດ, ຊຸມຊົນທີ່ທຸກຍາກ ແລະ ຊົນເຜົ່າ ທີ່ນອກເໜືອໄປຈາກຊົນເຜົ່າລາວ-ໄຕ ໄດ້ຮັບຜົນກະທົບໜັກ-ເບົາແຕກຕ່າງກັນ ໂດຍສະເລ່ຍແລ້ວໃນການຄົ້ນຄວ້າໃນຄັ້ງນີ້ໄດ້ຊີ້ໃຫ້ເຫັນວ່າ, ເດັກຍິງແຕ່ງດອງຢູ່ໃນອາຍຸ 15-18 ປີ, ໂດຍມີຫຼາຍໆຄົນອ້າງເຖິງຄວາມກົດດັນຂອງສັງຄົມ ແລະ ເປັນປັດໃຈສໍາຄັນທີ່ຢູ່ເບື້ອງຫຼັງຂອງຄວາມບໍ່ເປັນເອກະລາດຂອງເຂົາເຈົ້າ ໃນການຕັດສິນໃຈແຕ່ງດອງ. ເປັນໜ້າຕົກໃຈທີ່ເດັກຍິງຈຳນວນ 43% ແລະ ມີອາຍຸລະຫວ່າງ 14-17 ປີ ທີ່ໄດ້ເຂົ້າຮ່ວມການສຶກສາຄົ້ນຄວ້າໃນຄັ້ງນີ້ໄດ້ເປັນແມ່ແລ້ວ.
ເຖິງວ່າລັດຖະບານລາວ ໃຫ້ຄໍາໝັ້ນສັນຍາທີ່ຈະລຶບລ້າງການແຕ່ງດອງກ່ອນໄວອັນຄວນ ແລະ ປັບປຸງການເຂົ້າເຖິງການບໍລິການທາງເພດ ແລະ ສຸຂະພາບຈະເລີນພັນ (SRH), ແຕ່ອັດຕາການແຜ່ກະຈາຍຂອງ ການແຕ່ງດອງກ່ອນໄວອັນຄວນໃນ ສປປ ລາວ ຍັງຄົງຢູ່ໃນອັນດັບທີ່ສູງທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້. ໃນປີ 2017, 33% ຂອງແມ່ຍິງອາຍຸ 20-24 ປີໄດ້ຖືກລາຍງານວ່າໄດ້ແຕ່ງດອງກ່ອນອາຍຸ 18 ປີ. ການຄົ້ນພົບຂອງພວກເຮົາໄດ້ເນັ້ນຢ້ຳວ່າ: ການແຕ່ງດອງກ່ອນໄວບໍ່ພຽງແຕ່ເປັນສິ່ງທ້າທາຍໃນລະດັບທ້ອງຖິ່ນເທົ່ານັ້ນ ແຕ່ມັນຍັງເປັນບັນຫາທົ່ວໂລກທີ່ຮຽກຮ້ອງໃຫ້ມີການປະສານງານຢ່າງຮີບດ່ວນ.
ທ່ານນາງ ແຄໂຣລ ມໍເທນສັນ ກ່າວວ່າ: ການແຕ່ງດອງຂອງເດັກແຕ່ລະຄົນສະແດງໃຫ້ເຫັນເຖິງອະນາຄົດທີ່ມືດມົນ. ພວກເຮົາຕ້ອງຮ່ວມມືກັນເພື່ອທໍາລາຍວົງຈອນນີ້ ແລະ ຮັບປະກັນວ່າເດັກທຸກຄົນສາມາດເຂົ້າເຖິງທ່າແຮງ ແລະ ສິດທິຂອງເຂົາເຈົ້າໄດ້ຢ່າງເຕັມທີ່ ເພື່ອໃຫ້ພວກເຂົາມີໂອກາດທີ່ຈະຈະເລີນເຕີບໂຕ.
ການຄົ້ນຄວ້າໄດ້ອະທິບາຍເຖິງຍຸດທະສາດທີ່ສຳຄັນ ເພື່ອຕ້ານການແຕ່ງດອງກ່ອນໄວອັນຄວນໃນ ສປປ ລາວ ເຊັ່ນ: ການເສີມສ້າງການສຶກສາ: ຂະຫຍາຍການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ໂດຍສະເພາະເດັກຍິງໃນຊົນນະບົດ ແລະ ຊຸມຊົນທີ່ດ້ອຍໂອກາດ, ເພື່ອຂັດຂວາງການແຕ່ງດອງກ່ອນໄວອັນຄວນ ແລະ ສະເໜີທາງເລືອກທີ່ເປັນໄປໄດ້; ການປັບປຸງການບໍລິການດ້ານສຸຂະພາບຈະເລີນພັນ: ຮັບປະກັນໃຫ້ຮຸ່ນໜຸ່ມທຸກຄົນສາມາດເຂົ້າເຖິງຂໍ້ມູນທີ່ຖືກຕ້ອງ, ການຄຸມກຳເນີດ ແລະ ການບໍລິການດ້ານສຸຂະພາບທີ່ເປັນມິດກັບໄວໜຸ່ມ; ການສ້າງຄວາມເຂັ້ມແຂງທາງດ້ານລະບຽບກົດໝາຍ: ບັງຄັບໃຊ້ກົດໝາຍທີ່ກໍານົດອາຍຸການແຕ່ງດອງຂັ້ນຕ່ໍາຢູ່ທີ່ 18 ປີ ແລະ ແກ້ໄຂອຸປະສັກຕໍ່ການລົງທະບຽນການເກີດ ແລະ ການແຕ່ງດອງ; ການມີສ່ວນຮ່ວມຂອງຊຸມຊົນ: ສ້າງຄວາມຮັບຮູ້ ແລະ ສິ່ງທ້າທາຍບັນທັດຖານທາງສັງຄົມທີ່ເຮັດໃຫ້ເກີດຄວາມບໍ່ສະເໝີພາບທາງເພດ ແລະ ການແຕ່ງດອງກ່ອນໄວອັນຄວນ-ການຢູ່ກ່ອນແຕ່ງ.
ທີ່ມາ: ປະຊາຊົນ